ການລົງນາມໃນພິທີເຊັນສັນຍາວ່າດ້ວຍການສຳປະທານໂຄງການ ການຕິດຕັ້ງ ແລະ ບໍລິການ ລະບົບຊິງສັ່ງ ທັນສະໄໝຢູ່ດ່ານພາສີ ສາກົນນ້ຳເພົ້າ ແຂວງຄຳມ່ວນ, ໂຄງການ ການຕິດຕັ້ງ

Jan 5, 2022 | ການເຄື່ອນໄຫວ

ໃນ ວັນທີ 30 ທັນວາ 2021, ທີ່ກະຊວງ ແຜນການ ແລະການລົງທຶນ, ນະຄອນຫຼວງວຽງຈັນ, ໄດ້ຈັດພິທີເຊັນສັນຍາວ່າດ້ວຍການສຳປະທານໂຄງການ ການຕິດຕັ້ງ ແລະ ບໍລິການ ລະບົບຊິງສັ່ງ ທັນສະໄໝຢູ່ດ່ານພາສີ ສາກົນນ້ຳເພົ້າ ແຂວງຄຳມ່ວນ, ໂຄງການ ການຕິດຕັ້ງ ແລະ ບໍລິການ ລະບົບຊິງສັ່ງ ທັນສະໄໝຢູ່ດ່ານພາສີ ສາກົນນ້ຳພ້າວ ແຂວງບໍລິຄຳໄຊ ແລະ ບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາສຳຫຼວດ ຄວາມເປັນໄປໄດ້ໃນການສ້າງຕັ້ງ ລັດວິສາຫະກິດ ຂາເຂົ້າ-ຂາອອກ ແລະ ຜ່ານແດນຈຳກັດ ແລະ ສ້າງຕັ້ງສູນບໍລິການ ຈ່າຍນ້ຳມັນປອດພາສີ ສະເພາະລົດຂົນສົ່ງ ລະຫວ່າງປະເທດ ຢູ່ຊາຍແດນທົ່ວປະເທດ.

ໃນພິທີເຊັນສັນຍາຄັ້ງນີ້ເປັນກຽດເຂົ້າຮ່ວມໂດຍທ່ານ ນາງ ຄຳຈັນ ວົງແສນບຸນ ຮອງລັດຖະມົນຕີ ກະຊວງ ແຜນການ ແລະການລົງທຶນ,  ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າ, ທ່ານ ສຸກສາຄອນ ໃສທິລາດ ປະທານ ບໍລິສັດ ໃສທິລາດ ຂົນສົ່ງ ຈຳກັດ, ທ່ານ ທະນູໄຊ ພູທອນສີ ອຳນວຍການ ບໍລິສັດ ໃສທິລາດ ຂົນສົ່ງ ຈຳກັດ, ທ່ານ ອານຸຊາ ໂພທິສານ ຜູ້ປະສານງານໂຄງການ ບໍລິສັດ ໃສທິລາດ ຂົນສົ່ງ ຈຳກັດ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມ. ການລົງນາມໃນພິທີເຊັນສັນຍາຄັ້ງນີ້ ເພື່ອປະຕິບັດຕາມໃບມອບສິດຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 193/ນຍ ແລະ ສະບັບເລກທີ 194/ນຍ, ລົງວັນທີ 22 ພະຈິກ 2021 ແລະ ສະບັບເລກທີ 222/ນຍ, ລົງວັນທີ 22 ທັນວາ ທີ່ມອບສິດໃຫ້ ກະຊວງແຜນການ ແລະ ການລົງທຶນ ເປັນຜູ້ເຊັນສັນຍາ ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວເຊັນໂດຍ ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທືນ ແລະ ເຊັນເປັນພະຍານໂດຍ ທ່ານ ສົມບູນ ອິນທະປັດຖາ ຫົວໜ້າຫ້ອງການ ກະຊວງການເງີນ ແລະ ທ່ານຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງຄຳມ່ວນ ແລະ ແຂວງບໍລິຄຳໄຊ ແລະ ຕາງໜ້າໃຫ້ ບໍລິສັດເຊັນໂດຍທ່ານ ສຸກສາຄອນ ໃສທິລາດ ປະທານ ບໍລິສັດ ໃສທິລາດ ຂົນສົ່ງ ຈຳກັດ ແລະ ເຊັນເປັນພະຍານໂດຍ ທ່ານ ທະນູໄຊ ພູທອນສີ ອຳນວຍການ ບໍລິສັດ ໃສທິລາດ ຂົນສົ່ງ ຈຳກັດ, ທ່ານ ອານຸຊາ ໂພທິສານ ຜູ້ປະສານງານໂຄງການ ບໍລິສັດ ໃສທິລາດ ຂົນສົ່ງ ຈຳກັດ ແລະ ເຊັນ ບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາສຳຫຼວດ ຄວາມເປັນໄປໄດ້ໃນການສ້າງຕັ້ງ ລັດວິສາຫະກິດ ຂາເຂົ້າ-ຂາອອກ ແລະ ຜ່ານແດນຈຳກັດ ແລະ ສ້າງຕັ້ງສູນບໍລິການ ຈ່າຍນ້ຳມັນປອດພາສີ ສະເພາະລົດຂົນສົ່ງ ລະຫວ່າງປະເທດ ຢູ່ຊາຍແດນທົ່ວປະເທດ ສະບັບເລກທີ 222/ນຍ, ລົງວັນທີ 22 ທັນວາ ທີ່ມອບສິດໃຫ້ ກະຊວງແຜນການ ແລະ ການລົງທຶນ ເປັນຜູ້ເຊັນສັນຍາ ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວເຊັນໂດຍ ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທືນ ແລະ ເຊັນເປັນພະຍານໂດຍ ທ່ານ ສົມບູນ ອິນທະປັດຖາ ຫົວໜ້າຫ້ອງການ ກະຊວງການເງີນ ແລະ ທ່ານ ມົວວິໄຊ ປາລີ ຮອງຫົວໜ້າກົມ ນຳເຂົ້າ ແລະ ສົ່ງອອກ ກະຊວງອຸດສະຫະກຳ ແລະ ການຄ້າ ຕາງໜ້າໃຫ້ ບໍລິສັດເຊັນໂດຍທ່ານ ສຸກສາຄອນ ໃສທິລາດ ປະທານ ບໍລິສັດ ໃສທິລາດ ຂົນສົ່ງ ຈຳກັດ ແລະ ເຊັນເປັນພະຍານໂດຍ ທ່ານ ທະນູໄຊ ພູທອນສີ ອຳນວຍການ ບໍລິສັດ ໃສທິລາດ ຂົນສົ່ງ ຈຳກັດ, ທ່ານ ອານຸຊາ ໂພທິສານ ຜູ້ປະສານງານໂຄງການ ບໍລິສັດ ໃສທິລາດ ຂົນສົ່ງ ຈຳກັດ