ກົມກວດກາ ເປີດກອງປະຊຸມຝຶກອົບຮົມວຽກງານກວດກາພັກລັດ ທົ່ວຂະແໜງແຜນການ ແລະ ການລົງທຶນ ຊຸດທີ V

Apr 1, 2021 | ການເຄື່ອນໄຫວ

ໃນຕອນເຊົ້າວັນທີ 10 ມີນາ 2021 ຢູ່ທີ່ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດຊຸດຝຶກອົບຮົມວຽກງານກວດກາພັກ-ລັດ ທົ່ວຂະແໜງແຜນການ ແລະ ການລົງທຶນ ຊຸດທີ V ຂຶ້ນໃຫ້ກຽດເປັນປະທານໂດຍ ທ່ານ ປອ ກິແກ້ວ ຈັນທະບູຣີ ຄະນະປະຈຳພັກ, ປະທານຄະນະກວດກາພັກກະຊວງ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ໂດຍການເປັນປະທານຮ່ວມຂອງທ່ານ ປອ. ດາວບົວລະພາ ບາວົງເພັດ ຮອງປະທານຄະນະກວດກາສູນກາງພັກ, ອົງການກວດກາລັດຖະບານ, ຊຸດຝຶກອົບຮົມຄັ້ງນີ້ ມີຜູ້ຕາງໜ້າຈາກຄະນະກວດກາສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຄະນະປະຈຳພັກ, ຄະນະບໍລິຫານງານພັກກະຊວງ, ເລຂາໜ່ວຍພັກ, ຜູ້ກວດກາໜ່ວຍພັກ ພະນັກງານຫຼັກແຫຼ່ງກົມກວດກາ ກະຊວງ ຜທ, ພະນັກງານຜູ້ທີ່ເຮັດວຽກງານກວດກາ ກໍ່ຄືຂະແໜງກວດກາ ພະແນກແຜນການ ແລະ ການລົງທຶນ ມີເຂົ້າຮ່ວມທັງໝົດ 55 ຄົນ, ຍິງ 20 ຄົນ.

ຈຸດປະສົງ ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ ຜູ້ທີ່ຮັບຜິດຊອບວຽກງານກວດກາ ທົ່ວຂະແໜງແຜນການ ແລະ ການລົງທຶນ ໃນຂອບເຂດທົ່ວປະເທດ ໃຫ້ມີຄວາມເຂົ້າໃຈທີ່ຖືກຕ້ອງ, ເປັນເອກະພາບ ຕໍ່ກັບວຽກງານກວດກາໃນໄລຍະໃໝ່ ຕ້ອງບຸກທະລຸທາງດ້ານຈິນຕະນາການ ແລະ ການກະທຳ ຕ້ອງເຂົ້າໃຈວ່າວຽກງານກວດກາ ເປັນວຽກກວດກາຄືນຄວາມຖືກຕ້ອງ ເປັນຕົ້ນແມ່ນວິທີຈັດຕັ້ງປະຕິບັດກ່ຽວກັບວຽກງານຕິດຕາມ ການແກ້ໄຂຜົນການກວດກາ, ຜົນຂອງການກວດກາສອບ, ວຽກງານກວດກາພັກ, ວຽກງານກວດກາລັດ, ວຽກງານສະກັດກັ້ນຕ້ານການສໍ້ລາດບັງຫຼວງ ແລະ ການແກ້ໄຂຄຳຮ້ອງ-ຄຳສະເໜີ, ເນື່ອງຈາກວ່າ ວຽກງານກວດກາແມ່ນໜຶ່ງໃນພາລະບົດບາດການນຳພາຂອງພັກ ແລະ ເປັນຂອດຕັດສິນຊີ້ຂາດ ຂອງວຽກງານການຊີ້ນຳ-ນຳພາ ເຖີງການປະຕິບັດໜ້າທີ່ວຽກງານໃຫ້ຖືກຕ້ອງຕາມລະບຽບຫຼັກການ, ແນວທາງນະໂຍບາຍ, ຖືກຕ້ອງຕາມລະບຽບກົດໝາຍວາງອອກທຸກຂັ້ນຕອນ. ສະນັ້ນ, ພະນັກງານທີ່ເຮັດວຽກງານກວດກາ ຕ້ອງມີຄວາມເຂົ້າໃຈທີ່ຖືກຕ້ອງ, ເປັນເອກະພາບໃນການຈັດຕັ້ງປະຕິບັດຕາມລະບຽບການ ແລະ ກົດໝາຍທີ່ກຳນົດໄວ້ຢ່າງເປັນລະບົບ, ຂັ້ນເທີງກວດກາຂັ້ນລຸ່ມ, ຂັ້ນລຸ່ມມີສ່ວນຮ່ວມໃນການຕິດຕາມ ແລະ ສະເໜີຄຳເຫັນຕໍ່ຂັ້ນເທີງ, ການປະຕິບັດຜົນການກວດກາຕ້ອງປະສານສົມທົບກັບ ຄະນະພັກ, ຄະນະນຳ ແລະ ອົງການປົກຄອງແຕ່ລະຂັ້ນ ຕໍ່ກັບການຕົກລົງແກ້ໄຂຜົນຂອງການກວດກາ ໃຫ້ເຂັ້ມງວດ, ສັກສິດ ຕາມກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ.

ເອກກະສານທີ່ນຳມາຝຶກອົບຮົມໃນຄັ້ງນີ້ ປະກອບມີ: ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາຂອງພັກ, ວຽກງານຕິດຕາມພັກ, ກວດກາການຈັດຕັ້ງພັກ-ລັດ ແລະ ສະມາຊິກພັກ-ພະນັກງານ-ລັດຖະກອນ, ລະບຽບວິໄນຂອງພັກ ແລະ ກວດກາການລົງວິໄນພາຍໃນພັກ, ກວດກາພິສູດໃນວຽກງານກວດກາພັກ, ພຶ້ນຖານກ່ຽວກັບວຽກງານຈິດຕະສາດໃນວຽກງານກວດກາ, ວິທີສ້າງແຜນດຳເນີນການກວດກາ, ວຽກງານກວດກາລັດ, ການສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ, ການຄົ້ນຄ້ວາແກ້ໄຂຄຳຮ້ອງຟ້ອງ, ຮ້ອງທຸກ ແລະຄຳສະເໜີ, ການຕິດຕາມ, ກວດກາໂຄງການລົງທຶນຂອງລັດ ເລີ່ມແຕ່ຫົວທີ, ການແກ້ໄຂຜົນການກວດກາ ແລະການຕິດຕາມຈັດຕັ້ງປະຕິບັດຜົນການກວດກາ, ການສ້າງເອກະສານ, ສຳນວນ ແລະສຳນົາເອກະສານ ໃນວຽກງານກວດກາ, ກົງຈັກການຈັດຕັ້ງ ແລະ ການບຳລຸງສ້າງພະນັກງານ; ຊຸດຝຶກອົບຮົມຈະໄດ້ດຳເນີນເປັນເວລາ 09 ວັນ.