ກົມ,,,,,,,

ກົມແຜນການ

ກົມແຜນການ (ຂຽນເປັນພາສາອັງກິດວ່າ Department of Planning) ມີພາລະບົດບາດເປັນເສນາທິການໃຫ້ກະຊວງໃນການຜັນຂະຫຍາຍແນວທາງ, ຍຸດທະສາດ, ນະໂຍບາຍຂອງພັກ ແລະລັດຖະບານ ໃຫ້ກາຍເປັນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະແຜນການລົງທຶນຂອງລັດ ໃນແຕ່ລະໄລຍະ; ເປັນເຈົ້າການປະສານສົມທົບ ກັບຂະແໜງການຂັ້ນສູນກາງ ແລະທ້ອງຖີ່ນໃນການຊຸກຍູ້, ຕິດຕາມ, ຄຸ້ມຄອງ ແລະສະຫຼຸບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະແຜນການລົງທຶນຂອງລັດ ຢ່າງມີປະສິດທິຜົນ;

ໂຄງຮ່າງການຈັດຕັ້ງ

ໂຄງຮ່າງການຈັດຕັ້ງຂອງກົມແຜນການປະກອບມີ 7 ພະແນກຄື:

  1. ພະແນກສັງລວມ;
  2. ພະແນກຄົ້ນຄ້ວາແຜນພັດທະນາ;
  3. ພະແນກວາງແຜນຄຸ້ມຄອງເສດຖະກິດມະກາພາກ;
  4. ພະແນກວາງແຜນພັດທະນາຂົງເຂດເສດຖະກິດ;
  5. ພະແນກວາງແຜນພັດທະນາຂົງເຂດສັງຄົມ;
  6. ພະແນກວາງແຜນພັດທະນາເຂດແຄ້ວນ;
  7. ພະແນກວາງແຜນພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກ;

ຂໍ້ມູນຕິດຕໍ່

ເບີໂທ: 021 216752

ເບີແຟັກ: 021 216752