ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກຜທ ໄດ້ຮັບ ທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກຂອງ

Jan 27, 2021 | ການເຄື່ອນໄຫວ

ພິທີມອບທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ ໃຫ້ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 18 ມັງກອນ 2021, ທີ່ ສະໂມສອນ ກະຊວງ ແຜນການ ແລະ ການລົງທຶນ ໂດຍການເປັນປະທານ ຂອງ ທ່ານ ນາງ ຄໍາຈັນ ວົງແສນບູນ, ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ໃຫ້ເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນຕາ ເທບພະວົງ, ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ທ່ານ ອຸຕະແກ້ວ ແກ້ວດວງສິນ, ຄະນະບໍລິຫານງານພັກ, ເລຂາຄະນະບໍລິຫານຊາວໜຸ່ມ ກະຊວງແຜນການ ແລະ ການລົງທຶນ, ບັນດາທ່ານ ຄະນະປະຈຳພັກ, ຄະນະພັກ-ຄະນະນໍາກະຊວງ, ປະທານສະຫະພັນແມ່ຍິງ, ປະທານສະຫະພັນກໍາມະບານ, ຫົວໜ້າກົມ-ຮອງຫົວໜ້າກົມ, ຄະນະບໍລິຫານງານຊາວໜຸ່ມກະຊວງ ຕະຫຼອດຮອດສະມາຊິກຊາວໜຸ່ມກະຊວງ ເຂົ້າຮ່ວມ 190 ກວ່າຄົນ.
ຄະນະບໍລິຫານງານຊາວໜຸ່ມ ກະຊວງແຜນການ ແລະ ການລົງທຶນ ໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນຕໍ່ການຈັດຕັ້ງປະຕິບັດວຽກງານຊາວໜຸ່ມໃຫ້ສອດຄ່ອງກັບສະພາບຈຸດພິເສດຂອງຕົນ ໃນການເປັນເສນາທິການໃຫ້ແກ່ພັກ ແລະ ລັດຖະບານ ຄຸ້ມຄອງມະຫາພາກ ກ່ຽວກັບວຽກງານແຜນການ ແລະ ການລົງທຶນ, ວຽກງານສະຖິຕິ, ວຽກງານຄຸ້ມຄອງເຂດເສະຖະກິດພິເສດ ແລະ ວຽກງານການຮ່ວມມືສາກົນ. ປັດຈຸບັນ ກົງຈັກປະກອບດ້ວຍໜ່ວຍຊາວໜຸ່ມ 16 ໜ່ວຍ, ຄະນະບໍລິຫານງານຊາວໜຸ່ມ ກະຊວງ ຜທ ມີທັງໝົດ 13 ສະຫາຍ, ຍິງ 3 ສະຫາຍ, ມີຊາວໜຸ່ມທົ່ວໄປ ຈຳນວນ 16 ສະຫາຍ, ສະມາຊິກຊາວໜຸ່ມ 569 ສະຫາຍ ລວມທັງໝົດຈຳນວນ 585 ສະຫາຍ; ໃນນີ້ມີຜູ້ທີ່ໄດ້ປະເມີນ 4 ບຸກ ຈຳນວນ 524 ສະຫາຍ, ບໍ່ໄດ້ປະເມີນ ຈຳນວນ 45 ສະຫາຍ ແລະ ໄດ້ຜ່ານການຮັບຮອງ ຈຳນວນ 498 ສະຫາຍ, ບໍ່ໄດ້ຜ່ານການຮັບຮອງ ຈຳນວນ 26 ສະຫາຍ. ຜ່ານການຈັດຕັ້ງປະຕິບັດວຽກງານຊາວໜຸ່ມ 4 ບຸກຂອງ ກະຊວງ ຜທ ໃນໄລຍະຜ່ານມາ ສາມາດຕີລາຄາໄດ້່ວ່າ ຊາວໜຸ່ມພວກເຮົາໄດ້ປະກອບສ່ວນຢ່າງຕັ້ງໜ້າ, ຫ້າວຫັນ ດ້ວຍຄວາມຮັບຜິດຊອບຂອງຕົນເຂົ້າໃນຫຼາຍຂົງເຂດວຽກງານ ຈົນສາມາດຍາດໄດ້ໃບຍ້ອງຍໍ ຂອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປປລາວ ທັງໝົດ 450 ສະຫາຍ, ຍິງ 200 ແລະ ໃບຊົມເຊີຍ 35 ສະຫາຍ, ຍິງ 14 ສະຫາຍ ແລະ ຜົນງານທີ່ພົ້ນເດັ່ນໃນໄລຍະຜ່ານມາແມ່ນໄດ້ປະກາດຮັບຮອງເປັນຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ກະຊວງແຜນການ ແລະ ການລົງທຶນ ປະຕິບັດຂໍ້ແຂ່ງຂັນ 4 ບຸກ ແລ້ວ 2 ຄັ້ງ (ຄັ້ງທີ 13 ຕຸລາ 2015 ຄັ້ງທີ 2 ປີ 2019 ) ໄດ້ຮັບນາມມະຍົດ 4 ບຸກ ແລະ ທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກ.

ໃນຕໍ່ໜ້າ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງແຜນການ ແລະ ການລົງທຶນ ຈະສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ VII, ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງ ຜທ ກໍ່ຄືມະຕິກອງປະຊຸມໃຫຍ່ຊາວໜຸ່ມ ກະຊວງ ຜທ ຄັ້ງທີ III, ປະຕິບັດຕາມການຊີ້ນຳ-ນຳພາໂດຍກົງຂອງຄະນະພັກ-ຄະນະນໍາ ກະຊວງ ຜທ ໃຫ້ປະກົດຜົນເປັນຈິງ, ປະຕິບັດຂໍ້ແຂ່ງຂັນ 4 ບຸກ ໃຫ້ບັນລຸຜົນ ເຕົ້າໂຮມຄວາມສາມັກຄີໃນຖັນແຖວສະມາຊິກຊາວໜຸ່ມໃຫ້ເປັນປຶກແຜ່ນ, ຢຶດໝັ້ນອຸດົມການຂອງພັກ, ເດັດດ່ຽວແກ້ໄຂ ແລະ ຕີຖອຍປະກົດການຫຍໍ້ທໍ້; ສ້າງຂະບວນການຊາວໜຸ່ມໃຫ້ມີບັນຍາກາດຟົດຟື້ນສາມັກຄີ ເພື່ອປະກອບສ່ວນເຂົ້າໃນວຽກງານວິຊາສະເພາະຂອງກະຊວງ; ຊອກຫາແຫຼ່ງລາຍຮັບດ້ານງົບປະມານ, ສ້າງຄັງຊ່ວຍເຫຼືອເຊິ່ງກັນ ແລະ ກັນຂອງຊາວໜຸ່ມດ້ວຍກັນ; ເພີ່ມທະວີຄວາມສາມັກຄີກັບບັນດາຊາວໜຸ່ມພາຍໃນ-ພາຍນອກ ໂດຍສະເພາະຊາວໜຸ່ມແຮກສ່ຽວ ເພື່ອຊຸກຍູ້ວຽກງານວິຊາສະເພາະໃຫ້ມີປະສິດທິຜົນສູງ.
ໃນພິທີອັນມີຄວາມໝາຍສຳຄັນໃນຄັ້ງນີ້,ທ່ານ ບຸນຕາ ເທບພະວົງ, ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ໄດ້ໃຫ້ກຽດມອບໃບຢັ້ງຢືນ 4 ບຸກ ແລະ ທຸງໄຊນຳໜ້າ 4 ບຸກ ແລະ ໃຫ້ກຽດຮັບໂດຍ ທ່ານ ອຸຕະແກ້ວ ແກ້ວດວງສິນ, ຄະນະບໍລິຫານງານພັກກະຊວງ, ເລຂາຄະນະບໍລິຫານຊາວໜຸ່ມ ກະຊວງແຜນການ ແລະ ການລົງທຶນ.