ຄະນະບໍລິຫານງານຊາວໜຸ່ມ ກຜທ ວາງກະຕ່າດອກໄມ້ພິພິທະພັນປະທານໄກສອນພົມວິຫານ ແລະ ປະທານ ສຸພານຸວົງ ເນື່ອງໃນໂອກາດຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ IV ອົງຄະນະພັກກະຊວງແຜນ ການ ແລະ ການລົງທຶນ

Sep 1, 2020 | ການເຄື່ອນໄຫວ

ສະຫາຍ ອຸຕະແກ້ວ ແກ້ວດວງສິນ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະປະຈໍາ ແລະ ຄະນະບໍລິຫານງານຊາວໜຸ່ມ ກຜທ ໄດ້ນໍາພາສະມາຊິກຊາວໜຸ່ມກະຊວງ ວາງກະຕ່າດອກໄມ້ ຢູ່ທີ່ຫໍພິພີທະພັນ ປະທານ ໄກສອນ ພົມວິຫານ ແລະ ອານຸສອນສະຖານ ປະທານ ສຸພານຸວົງ ໃນວັນທີ 3 ສິງຫາ 2020 ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ IV ອົງຄະນະພັກກະຊວງແຜນການ ແລະ ການລົງທຶນ ແລະ ຊົມເຊີຍຜົນສໍາເລັດຂອງກອງປະຊູມໃຫຍ່ຜູ້ແທນຊາວໜຸ່ມກະຊວງແຜນການ ແລະ ການລົງທຶນ ຄັ້ງທີ IV. ການວາງກະຕ່າດອກໄມ້ ກໍ່ເພື່ອສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ແລະ ຈາລຶກຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບູລຸດ, ນັກຮົບປະຕິວັດຜູ້ທີ່ເສຍສະຫຼະຊີວິດເລືອດເນື້ອທັງຫຼາຍ, ເພື່ອການປະຕິວັດຊາດປະຊາທິປະ ໄຕ ແລະ ຜືນແຜນດິນຂອງຊາດລາວເຮົາ, ແລະ ນຳພາຂະບວນການຕໍ່ສູ້ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ຈົນສາມາດປະກາດເອກະລາດສະຖາປະນາເປັນ ສປປ ລາວ ໃນວັນທີ 2 ທັນວາ 1975.