ຄະນະຜູ້ແທນກະຊວງແຜນການ ແລະ ການລົງທຶນ ຢ້ຽມຢາມເຮັດວຽກ ຢູ່ ສສ ຫວຽດນາມ

Aug 25, 2022 | Uncategorized @lo-la, ການເຄື່ອນໄຫວ, ຂ່າວເດັ່ນ

 ໃນລະຫວ່າງວັນທີ 17-18 ສິງຫາ 2022, ຄະນະຜູ້ແທນກະຊວງແຜນການ ແລະ ການລົງທຶນ ສປປ ລາວ(ຄະນະກຳມະການຮ່ວມມື ລາວ-ຫວຽດນາມ) ໄດ້ເດີນທາງໄປຢ້ຽມຢາມເຮັດວຽກແລກປ່ຽນ ກັບ ກະຊວງແຜນການ ແລະ ການລົງທຶນ ສສ ຫວຽດນາມ (ຄະນະກຳມະການຮ່ວມມື ຫວຽດນາມ-ລາວ) ທີ່ແຂວງຮ່າຕິ້ງ ສສ ຫວຽດນາມ ໂດຍຈຸດປະສົງເພື່ອພ້ອມກັນຕີລະຄາທົບທວນການຈັດຕັ້ງປະຕິບັດແຜນການ ຮ່ວມມືລະຫວ່າງສອງກະຊວງແຜນກາ ແລະ ການລົງທຶນ ກໍຄືຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງສອງລັດຖະບານ ລາວ ແລະ ຫວຽດນາມ ປະຈຳປີ 2022 ໃນ 8 ເດືອນທີ່ຜ່ານມາ ແລະ ວາງທິດທາງຈັດຕັ້ງຜັນຂະຫຍາຍໃນຊຸມເດືອນທ້າຍປີ 2022 ໃຫ້ປະກົດຜົນເປັນຈິງ, ການພົບປະກັນໃນຄັ້ງນີ້ ຝ່າຍລາວນຳພາໂດຍທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນກາ ແລະ ການລົງທຶນ, ປະທານຄະນະກຳມະການຮ່ວມມື ລາວ-ຫວຽດນາມ ແລະ ຝ່າຍຫວຽດນາມ ນຳພາໂດຍທ່ານ ຫງວຽນ ຈີ ຢຸງ ລັດຖະມົນຕີ ກະຊວງແຜນກາ ແລະ ການລົງທຶນ ປະທານຄະນະກຳມະການຮ່ວມມື ຫວຽດນາມ-ລາວ ໂດຍມີບັນດາພະນັກງານທີ່ກ່ຽວຂ້ອງຂອງສອງກະຊວງເຂົ້າຮ່ວມ.

ໂອກາດນີ້, ທ່ານ ຄຳເຈນ ວົງໂພສີ ໄດ້ຕີລາຄາສູງຕໍ່ການຮ່ວມມືລະຫວ່າງສອງກະຊວງແຜນກາ ແລະ ການລົງທຶນ ທີ່ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍການຮ່ວມມືຂອງສອງກະຊວງທີ່ໄດ້ເຊັນກັນ ຄັ້ງວັນທີ 21 ມີນາ 2022 ຢູ່ນະຄອນຫຼວງວຽງຈັນ, ເຮັດໃຫ້ສາມາດບັນລຸໄດ້ໝາກຜົນຈໍານວນໜື່ງ ແລະ ສາມາດປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນຮ່ວມມືລະຫວ່າງສອງປະເທດກໍຄືສອງກະຊວງ ໂດຍສະແດງອອກເປັນຕົ້ນ: ສອງຝ່າຍໄດ້ເປັນເສນາທີການໃຫ້ແກ່ສອງພັກ, ສອງລັດໃນວຽກງານການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ພ້ອນນັ້ນໄດ້ຊຸກຍູ້, ຕິດຕາມ ແລະ ກວດກາການຈັດຕັ້ງປະຕິບັດໂຄງການລົງທຶນ ກໍຄື ກະດຈະການ-ໂຄງການຊ່ວຍເຫຼືອລ້າຂອງລັດຖະບານຫວຽດນາມໃຫ້ແກ່ລັດຖະບານລາວ, ພ້ອມທັງບັນດາໂຄງການລົງທຶນຂອງເອກະຊົນຈາກຫວຽດນາມຢູ່ລາວ ແລະ ວິສາຫະກິດຂອງລາວຢູ່ຫວຽດນາມ.

ພ້ອມນີ້, ທ່ານ ຄຳເຈນ ວົງໂພສີ ພ້ອມດ້ວຍຄະນະຜູ້ແທນໄດ້ຢ້ຽມຢາມທ່າເຮືອ ຫວຸງອາງ ແລະ ເຂດຮອງຮອຍປະຫວັດສາດສາມແຍກດົງລົກ (ເຂດຮອງຮອຍປະຫວັດສາດລີຕື້ຈອງ)