ຕີລາຄາການເສີມຂະຫຍາຍທ່າແຮງ ແລະ ຄວາມສາມາດບົ່ມຊ້ອນຂອງປະເທດ ເພື່ອໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມໃນແຕ່ລະດ້ານ

May 16, 2022 | ການເຄື່ອນໄຫວ

ໃນວັນທີ 28 ເມສາ 2022, ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມຜ່ານຮ່າງບົດລາຍງານກ່ຽວກັບການເສີມຂະຫຍາຍທ່າແຮງ ແລະ ຄວາມສາມາດບົ່ມຊ້ອນຂອງປະເທດ ເພື່ອໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມໃນແຕ່ລະດ້ານ, ແນໃສ່ເພື່ອກະກຽມລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະ ໄໝທີ XI. ກອງປະຊຸມດັ່ງກ່າວ ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໂດຍມີບັນດາພະນັກງານຫຼັກແຫຼ່ງຂອງກະຊວງແຜນການ ແລະ ການລົງທຶນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ຄໍາເຈນ ວົງໂພສີ ກໍໄດ້ລາຍງານກ່ຽວກັບການຕີລາຄາສະພາບການເສີມຂະຫຍາຍທ່າແຮງ ແລະ ຄວາມສາມາດບົ່ມຊ້ອນຂອງປະເທດ ເພື່ອພັດທະນາຂະແໜງເສດຖະກິດປາຍແຫຼມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ເສດຖະກິດແຫ່ງຊາດ. ສປປ ລາວ ມີທ່າແຮງ ແລະ ຄວາມສາມາດບົ່ມຊ້ອນຫຼາຍດ້ານບໍ່ວ່າດ້ານຊັບພະຍາກອນທໍາມະຊາດ, ທີ່ດິນ, ແຮ່ທາດຕ່າງໆ, ແຫຼ່ງນ້ຳ, ອາກາດ ເຊິ່ງໃນໄລຍະຜ່ານມາ, ລັດຖະບານ ໄດ້ສຸມໃສ່ການລົງທຶນທັງເປີດກວ້າງການລົງທຶນຫຼາຍຮູບແບບເພື່ອດຶງດູດແຫຼ່ງທຶນຮອນເຂົ້າໃສ່ການພັດທະນາຂະແໜງເສດຖະກິດປາຍແຫຼມຂອງປະເທດ ແລະ ສ້າງຄວາມເຂັ້ມແຂງເສດຖະກິດແຫ່ງຊາດ ເຊິ່ງສາມາດຕີລາຄາຫມາກຜົນດັ່ງກ່າວໄດ້ຄື: 1) ຂະແໜງການຜະລິດ ແລະ ປຸງແຕ່ງກະສິກໍາ-ປ່າໄມ້ ເປັນຂະແໜງເສດຖະກິດທີ່ສໍາຄັນໜຶ່ງໃນການສ້າງລາຍຮັບ ແລະ ແກ້ໄຂຄວາມທຸກຍາກໃຫ້ແກ່ປະຊາຊົນກວມອັດຕາສ່ວນສູງສົມຄວນ, ມາຮອດປັດຈຸບັນ, ການຜະລິດກະສິກໍາເພື່ອສົ່ງອອກມີທ່າອ່ຽງຂະຫຍາຍຕົວໃນແຕ່ລະປີ, ເຊິ່ງມູນຄ່າການສົ່ງອອກໃນປີ 2021 ສາມາດບັນລຸໄດ້ 1.200 ລ້ານກວ່າໂດລາສະຫະລັດ, 2) ຂະແໜງພະລັງງານໄຟຟ້າ ແມ່ນຂະແຫນງການໜຶ່ງທີ່ມີທ່າແຮງບົ່ມຊ້ອນ ອີງໃສ່ທ່າແຮງໄດ້ປຽບດ້ານຊັບພະຍາກອນແຫຼ່ງນ້ຳ, ທັງເປັນການສົ່ງເສີມການຜະລິດພະລັງງານໄຟຟ້າທີ່ສະອາດ. ໃນໄລຍະຜ່ານມາ, ລັດຖະບານ ໄດ້ເປີດກວ້າງການຮ່ວມມື ແລະ ດຶງດູດການລົງທຶນຕ່າງປະເທດ ເຂົ້າໃນໂຄງການພັດທະນາພະລັງງານເປັນຈໍານວນຫຼວງຫຼາຍ ເຊິ່ງໃນປັດຈຸບັນ ມີແຫຼ່ງຜະລິດທັງຫມົດ 90 ແຫ່ງ (ໃນນັ້ນ ພະລັງງານນ້ຳ 77 ແຫ່ງ) ແລະ ໄດ້ປະກອບສ່ວນສູງເຖິງ ປະມານ 11,5% ຂອງ GDP ໃນປີ 2021 ແລະ ສາມາດສົ່ງອອກໄຟຟ້າຂາຍໃຫ້ປະເທດເພື່ອນບ້ານ ບັນລຸໄດ້ປະມານ 2,2 ຕື້ໂດລາສະຫະລັດ ຫຼື ກວມເອົາປະມານ 28% ຂອງມູນຄ່າການສົ່ງອອກທັງຫມົດໃນປີ 2021 ແລະ ມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງໃນແຕ່ລະປີ, 3) ຂະແໜງບໍ່ແຮ່ ເປັນຂະແໜງທີ່ສາມາດສ້າງລາຍຮັບໄດ້ໄວ ຖ້າມີການວາງແຜນພັດທະນາ ແລະ ຄຸ້ມຄອງທີ່ດີໃນແຕ່ລະໄລຍະ, ນັບແຕ່ຕົ້ນຊຸມປີ 2000 ມາ, ຂະແໜງບໍ່ແຮ່ ມີບົດບາດສໍາຄັນໃນການຊຸກຍູ້ການຂະຫຍາຍຕົວເສດຖະກິດ ແລະ ປະກອບສ່ວນຕໍ່ລາຍຮັບງົບປະມານລັດ, ເຊິ່ງມູນຄ່າການສົ່ງອອກແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ໃນປີ 2021 ສາມາດບັນລຸໄດ້ ປະມານ 1.630 ລ້ານໂດລາສະຫະລັດ ທຽບໃສ່ປີ 2020 ເພີ່ມຂຶ້ນ ປະມານ 33%, 4)ຂະແໜງການທ່ອງທ່ຽວ ຖືເປັນຂະແຫນງການບູລິມະສິດໜຶ່ງທີ່ສ້າງລາຍຮັບຈໍານວນຫຼາຍໃຫ້ແກ່ ເສດຖະກິດ ແລະ ເປັນສິນຄ້າທີ່ສົ່ງອອກກັບທີ່ ຍ້ອນມີທ່າແຮງໄດ້ປຽບດ້ານທີ່ຕັ້ງພູມສັນຖານຂອງປະເທດ, ຄວາມອຸດົມສົມບູນຂອງຊັບພະຍາກອນການທ່ອງທ່ຽວທໍາມະຊາດ, ປະຫວັດສາດ ແລະ ວັດທະນະທໍາ ເຊິ່ງ ໄລຍະກ່ອນການລະບາດຂອງພະຍາດໂຄວິດ-19 ເປັນຕົ້ນ ໃນປີ 2019 ສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດເຂົ້າມາເຖິງ 4,7 ລ້ານເທື່ອຄົນ ແລະ ສ້າງລາຍຮັບໄດ້ຫຼາຍກວ່າ 934 ລ້ານໂດລາສະຫະລັດ ແລະ ສ້າງການຈ້າງງານທາງກົງໄດ້ຫຼາຍກວ່າ 120.000 ຄົນ ແລະ ຂະແໜງການປິ່ນອ້ອມເປັນຈໍານວນຫຼາຍ, 5) ຂະແຫນງບໍລິການ ແລະຂົນສົ່ງສິນຄ້າ (ໂລຈິດສະຕິກ)ກໍ່ເປັນຂະແໜງທີ່ສຳຄັນຂະແຫນງໜຶ່ງໃນການຫັນປະເທດ ທີ່ບໍ່ມີທາງອອກສູ່ທະເລມາເປັນປະເທດເຊື່ອມໂຍງ, ເຊື່ອມຈອດກັບພາກພື້ນ ແລະ ສາກົນ. ໄລຍະຜ່ານມາ, ລັດ ຖະບານ ໄດ້ຊຸກຍູ້ ແລະ ດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ ເພື່ອພັດທະນາໂຄງລ່າງພື້ນຖານທີ່ ສໍາຄັນ ໂດຍສະເພາະໂຄງການກໍ່ສ້າງເສັ້ນທາງລົດໄຟ ແລະ ທາງດ່ວນ ເຊິ່ງໄດ້ກໍ່ສ້າງສໍາເລັດ ແລະ ເປີດນໍາໃຊ້ ແລ້ວ ແລະ ໃນປີ 2021 ສະເພາະ ສິນຄ້າຜ່ານດ່ານຫວ້ຍຊາຍ-ບໍ່ເຕັນ ຈາກໄທ ຫາສປ ຈີນ ແລະ ຈາກ ສປຈີນ ຫາໄທ ມີມູນຄ່າສູງເຖິງ 1.200 ລ້ານໂດລາ ໃນປີ 2021 ເຊິ່ງສ້າງໂອກາດດ້ານລາຍຮັບໃນການບໍລິການຜ່ານສູງ, 6) ຂະເເຫນງອຸດສາຫະກໍາປຸງແຕ່ງທີ່ມີທ່າແຮງ ຕິດພັນກັບເຂດອຸດສາຫະກໍາ ເເລະ ເສດຖະກິດ ພິເສດ: ແມ່ນທ່າແຮງສໍາຄັນໃນການຊຸກຍູ້ການສ້າງມູນຄ່າເພີ່ມ ໂດຍສະເພາະ ໃນຂະແຫນງການປຸງແຕ່ງກະສິກໍາ, ຫັດຖະກໍາ ແລະ ປຸງແຕ່ແຮ່ທາດ, ພ້ອມທັງເປັນການດຶງດູດການລົງທຶນຕ່າງປະເທດຂະຫນາດໃຫ່ຍເຂົ້າສູ່ການ ຜະລິດທີ່ມີມູນຄ່າເພີ່ມສູງ, ມີຖານການຜະລິດໃນລະດັບພາກພື້ນທີ່ເຂັ້ມແຂງ ແລະ ມີຕະຫຼາດຮອງຮັບທີ່ແນ່ນອນມູນຄ່າການສົ່ງອອກຈາກເຂດເສດຖະກິດພິເສດ ໃນປີ 2021 ບັນລຸໄດ້ປະມານ 520 ລ້ານໂດ ລາ ແລະ ສ້າງວຽກເຮັດງານທໍາໃຫ້ແກ່ແຮງງານລາວ ປະມານ 23.000 ກວ່າຄົນ, ນອກຈາກນັ້ນ, ການສົ່ງອອກ ສິນຄ້າອຸດສາຫະກໍາປຸງແຕ່ງ ສາມາດບັນລຸໄດ້ ປະມານ 2.481 ລ້ານໂດລາ, ໃນນັ້ນ ອັນພົ້ນດັ່ນ ແມ່ນ ການສົ່ງ ອອກອຸດສາຫະກໍາປຸງແຕ່ງເຈັ້ຍ ແລະເຍື້ອໄມ້ ມີອັດຕາສ່ວນເພີ່ມຂຶ້ນຢ່າງກ້າວກະໂດດ ເຊິ່ງມີມູນຄ່າສົ່ງອອກປະມານ 820 ລ້ານໂດລາ ໃນປີ 2021 ແລະ ການສົ່ງອອກເຄື່ອງນຸ່ງຮົ່ມ ສະເລ່ຍລະຫວ່າງ 280-300 ລ້ານໂດ ລາ ຕໍ່ປີ, 7) ເສດຖະກິດດີຈິຕອນ ເປັນຂະແຫນງເສດຖະກິດທີ່ມີຄວາມສໍາຄັນໃນການສົ່ງເສີມການພັດທະນາອຸດສາ ຫະກໍາ ຍຸກ 4.0 ແລະ ສ້າງມູນຄ່າເພີ່ມສູງໃຫ້ແກ່ເສດຖະກິດໃນຫຼາຍປະເທດ ເຊິ່ງລັດຖະບານ ໄດ້ສຸມ ການລົງທຶນຈໍານວນຫນຶ່ງ ພ້ອມທັງດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ເຂົ້າໃສ່ການພັດທະນາໂຄງລ່າງພື້ນຖານດ້ານໂທລະຄົມ ແລະ ເຕັກໂນໂລຊີຂໍ້ມູນ-ຂ່າວສານ (ICT) ເພື່ອຊຸກຍູ້ການຂະຫຍາຍຕົວ ຂອງຂະແຫນງເສດຖະກິດດີຈີຕອນ ເປັນຕົ້ນ: ທຸລະກິດການຄ້າອີເລັກໂຕຼນິກ (E-commerce), ທຸລະກິດລະກິດດ້ານ ການເງິນດີຈີຕອນ (ເຊັ່ນ: ເງິນບິກຄ້ອຍ-ເງິນຄຼິບໂຕ) ເຊິ່ງລາຍຮັບທັງໝົດໃນຂະແຫນງ ໄປສະນີ, ໂທລະຄົມ ແລະການສື່ສານ ໃນປີ 2021 ບັນລຸ ປະມານ 4,770 ຕື້ກີບ ແລະ ມອບພັນທະໃຫ້ລັດ 629,4 ຕື້ກ່ວາກີບ.

ຄຽງຄູ່ກັບຫມາກຜົນຈໍານວນຫນຶ່ງ ຂອງການຊຸກຍູ້ຂະແຫນງເສດຖະກິດປາຍແຫຼມ, ລັດຖະບານກໍ່ຍັງປະເຊີນ ກັບສິ່ງທ້າຍ ແລະ ມີຂໍ້ຄົງຄ້າງຫຼາຍດ້ານ ໂດຍສະເພາະ ການນໍາໃຊ້ທ່າແຮງ ແລະຄວາມສາມາດບົ່ມຊ້ອນຂອງ ປະເທດ ໃນໄລຍະຜ່ານມາຍັງບໍ່ທັນສ້າງເງື່ອນໄຂທີ່ຫນັກແຫນ້ນ ໃຫ້ແກ່ການຂະຫຍາຍຕົວ ຂອງເສດຖະກິດແຫ່ງ ຊາດ ແລະ ສ້າງທຶນຮອນສະສົມເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມທີ່ຫມັ້ນຄົງ. ໃນເວລາດຽວກັນ, ລັດຖະບານ ຍັງຕ້ອງໄດ້ແບກຫາບພາລະດ້ານຫນີ້ສິນຈໍານວນຫຼວງຫຼາຍ ຈາກໂຄງການການລົງທຶນທີ່ສໍາຄັນໃນຂະແຫນງເສດຖະກິດທີ່ມີທ່າແຮງ.

ທ່ານ ຄໍາເຈນ ວົງໂພສີ ກ່າວຕື່ມວ່າ: ການພັດທະນາຂະແໜງເສດຖະກິດປາຍແຫຼມຂອງປະເທດສາມາດຈັດແບ່ງອອກເປັນ 2 ໄລຍະ ຄື: ໄລຍະສັ້ນ (2022-23) ຈະສຸມໃສ່ການແກ້ໄຂບັນຫາປົດລັອກຂະແໜງຊັບພະຍາກອນທໍາມະຊາດທີ່ມີການລົງທຶນຈໍານວນຫຼາຍແລ້ວ ເພື່ອເລັ່ງສ້າງລາຍຮັບງົບປະມານໂດຍໄວຕາມທ່າແຮງທີ່ແທ້ຈິງ, ພ້ອມກັນນັ້ນ ກໍຈະສຸມໃສ່ປະຕິບັດມາດຕະການເປີດປະເທດ ເພື່ອສ້າງເງື່ອນໄຂໃຫ້ຂະແໜງການທ່ອງທ່ຽວ ແລະ ການບໍລິການດ້ານໂລຈີສຕິກ ໃຫ້ສາມາດຂະຫຍາຍໄດ້ໄວ, ສ່ວນໄລຍະກາງ ແລະ ຍາວ (2022-2025) ຈະສຸມໃສ່ການພັດທະນາຂະແໜງການຜະລິດປຸງແຕ່ງ ແລະ ບໍລິການທີ່ມີມູນຄ່າເພີ່ມສູງ ແລະ ຍືນຍົງ.