ທ່ານ ຄຳເຈນ ວົງໂພສີ, ຕ້ອນຮັບຫົວໜ້າອົງການຮ່ວມມືສາກົນ ຍີ່ປຸ່ນ JICA ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບ

Mar 2, 2022 | ການເຄື່ອນໄຫວ

ໃນວັນທີ 24 ກຸມພາ 2022, ເວລາ 10:00 ໂມງ, ທີ່ກະຊວງແຜນການ ແລະ ລົງທຶນ, ທ່ານ ຄໍາເຈນ    ວົງໂພສີ ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ນາກາເຊະ ໂຕຊິໂອະ ຫົວໜ້າອົງການຮ່ວມມືສາກົນຍີ່ປຸນ ປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ໃນໂອກາດນີ້, ທ່ານ ຄຳເຈນ ວົງໂພສີ ໄດ້ສະແດງຄວາມຍິນດີ, ຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ນາກາເຊະ ໂຕຊິໂອະ ຫົວໜ້າອົງການຮ່ວມືສາກົນຍີ່ປຸ່ນ ປະຈຳ ສປປ ລາວ ທີ່ເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້, ເຊິ່ງເປັນການສືບຕໍ່ຜັນຂະຫຍາຍການພົວພັນການຮ່ວມມືໃນທຸກຂົງເຂດວຽກງານ ໂດຍສະເພາະວຽກງານສາທາລະນະສຸກ, ກະສິກຳ, ພິເສດແມ່ນດ້ານການຄ້າ-ການລົງທຶນ ລະຫວ່າງສອງປະເທດໃຫ້ໄດ້ຮັບການພັດທະນາ ແລະ ສຶບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຕໍ່ໜ້າ.

ໂອກາດດຽວກັນນີ້, ທ່ານ ນາກາເຊະ ໂຕຊິໂອະ ໄດ້ສະແດງຄວາມຊົມເຊີຍທ່ານ ຄຳເຈນ ວົງໂພສີ ທີ່ມາຮັບຕຳແໜ່ງເປັນລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ພ້ອມທັງຢືນຢັນວ່າຈະສືບຕໍ່ເພີ່ມທະວີໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອລາວຕໍ່ໄປ.