ທ່ານ ຄຳເຈນ ວົງໂພສີ ຕ້ອນຮັບເອກອັກຄະລັດຖະທູດ ສ. ເກົາຫລີ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບ

Mar 14, 2022 | ການເຄື່ອນໄຫວ

ໃນຕອນເຊົ້າວັນທີ 9 ມີນາ 2022, ທີ່ກະຊວງແຜນການ ແລະ ການລົງທຶນ, ທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ໄດ້ຕ້ອນຮັບທ່ານ ອິມ ມຸນໂຮງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ປະເທດ ສ. ເກົາຫລີ ປະຈຳ ສາທາລະນະລັດ ປະຊາທິປະໄຕ    ປະຊາຊົນລາວ.

ໂອກາດນີ້, ທ່ານ ຄຳເຈນ ວົງໂພສີ ໄດ້ສະແດງຄວາມຊົມເຊີຍ, ຍິນດີ ແລະ ຕີລາຄາສູງຕໍ່ການຮັບໜ້າທີ່ເພື່ອສຶບຕໍ່ການພົວພັນຮ່ວມມືອັນດີງາມ ແລະ ມູນເຊື້ອລະຫວ່າງສອງປະເທດ ລາວ ແລະ ສ.ເກົາຫລີ ຂອງທ່ານ ອິມ ມຸນໂຮງ, ທີ່ມີການພົວພັນຮ່ວມມືດ້ານເສດຖະກິດ-ການຄ້າ, ການເງິນ, ການສຶກສາ, ສາທາລະນະສຸກ, ກະສິກຳ, ອຸດສາຫະກຳ  ແລະ ສິ່ງແວດລ້ອມ, ໂດຍສະເພາະແມ່ນດາ້ນພື້ນຖານໂຄງລ່າງ, ດ້ານຄົມມະນາຄົມ ເພື່ອການເຊື່ອມໂຍມເຊື່ອມຈອດຕະຫລອດໄລຍະການຮ່ວມມືຂອງສອງປະເທດ.

ໃນໂອກາດນີ້, ທ່ານ ອິມ ມຸນໂຮງ ໄດ້ລາຍງານຄວາມຄືບໜ້າການດໍາເນີນໂຄງການປັບປຸງ ແລະ ພັດທະນາສະໜາມບິນສາກົນ ຫຼວງພະບາງ, ພ້ອມກັນນີ້ ທ່ານ ເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ດີໃຈທີ່ຈະເປັນຊ່ື່ກາງຂອງສາຍພົວພັນຮ່ວມມືຂອງສອງປະເທດທີ່ມີມາໃຫ້ນັບມື້ນັບມີປະສິດຕິພາບ ແລະ ປະສິດຕິພົນ.