ທ່ານ ນາງ ຄຳຈັນ ວົງແສນບຸນ ເປີດຊຸດ ເຝິກອົບຮົມວຽກງານສຳເນົາເອກະສານ

Feb 25, 2021 | ການເຄື່ອນໄຫວ

 

ທ່ານ ນາງ ຄຳຈັນ ວົງແສນບຸນ ເປີດຊຸດ ເຝິກອົບຮົມວຽກງານສຳເນົາເອກະສານ

ໃນວັນທີ 22 ກຸມພາ 2021 ທີ່ກະຊວງແຜນການ ແລະ ການລົງທຶນ ໄດ້ເປີດຊຸດເຝິກອົບຮົມ ວຽກງານສຳເນົາເອກະສານ ເຊິ່ງຈະໄດ້ຈັດຂຶ້ນເປັນເວລາ 2 ວັນ ໂດຍການເປັນປະທານຂອງ ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ເຊິ່ງມີບັນດາພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

  • ການຝຶກອົບຮົມໃນຄັ້ງນີ້ເປັນຊຸດຝຶກອົບຮົມຄັ້ງທຳອິດ ຂອງຄະນະຮັບຜິດຊອບວຽກງານສຳເນົາເອກະສານ ຂອງກະຊວງແຜນການ ແລະ ການລົງທຶນ. ຕະຫຼອດໄລຍະຜ່ານມາ ລັດຖະບານ ກໍ່ຄືກະຊວງພາຍໃນ ໄດ້ໃຫ້ຄວາມສຳຄັນຕໍ່ກັບວຽກງານສຳເນົາເອກະສານ ເພາະເປັນວຽກງານທີ່ມີຄວາມສຳຄັນຫຼາຍໃນການຈັດຕັ້ງປະຕິບັດວຽກງານຕົວຈິງຂອງພະນັກງານ ໃນການເປັນເສນາທິການ ໃຫ້ແກ່ການນຳຂອງກະຊວງ ໂດຍສະເພາະວຽກງານສຳເນົາເອກະສານ ເປັນວຽກໜຶ່ງທີ່ມີຄວາມສຳຄັນ ແລະ ຈໍາເປັນຫຼາຍ ໃນການປົກປັກຮັກສາເອກະສານທາງການໄວ້ເປັນລະບົບ ແລະ ເປັນບ່ອນອີງທາງດ້ານນິຕິກຳໃນໄລຍະຍາວ, ເອກະສານປະຫວັດສາດ, ບໍລິຫານ, ວິຊາການ ແລະ ບັນດາເອກະສານນິຕິກຳຕ່າງໆ ເຊິ່ງບັນດາເອກະສານສໍາຄັນເຫຼົ່ານັ້ນ ນອກຈາກຕ້ອງເກັບສຳນວນເອກະສານໄວ້ນຳກົມກ່ຽວຂ້ອງແລ້ວ ຕ້ອງມີລະບົບສຳເນົາລວມສູນໄວ້ນຳກະຊວງ ເພື່ອສະດວກໃນການຄຸ້ມຄອງ ແລະ ນໍາໃຊ້ໃນໄລຍະຍາວ.
  • ການຝຶກອົບຮົມໃນຄັ້ງນີ້ໄດ້ຮັບຟັງການບັນຍາຍຈາກນັກວິທະຍາກອນຜູ້ທີ່ມີຄວາມຊ່ຽວຊານ ຈາກກົມສຳເນົາເອກະສານແຫ່ງຊາດ, ກະຊວງພາຍໃນ ຜູ້ທີ່ສັນທັດຕົວຈິງ ກ່ຽວກັບວຽກງານເກັບສຳເນົາເອກະສານ ລວມໄປເຖິງການປົກປັກຮັກສາ ແລະ ການທຳລາຍເອກະສານ ພ້ອມທັງມີການແລກປ່ຽນຄຳຄິດຄຳເຫັນ ດ້ວຍບັນຍາກາດທີ່ຟົດຟື້ນ ແລະ ໄດ້ເນື້ອໃນ.

Mme. Khamchanh Vongsenboun opened the training on archive for MPI officials