ທ່ານ ນາງ ຄຳຈັນ ວົງແສນບູນ ເປັນປະທານກອງປະຊຸມສະຫຼຸບຕີລາຄາສະພາບການຈັດຕັ້ງແຜນດຳເນີນງານ ປີ 2021 ແລະ ການປັບປຸງແຜນວຽກບູລິມະສິດ ຂອງແຜນດຳເນີນງານປີ 2022 ຂອງການຈັດຕັ້ງປະຕິບັດ

Jan 27, 2022 | ການເຄື່ອນໄຫວ

ວັນທີ 19 ມັງກອນ 2022, ກະຊວງ ແຜນການ ແລະ ການລົງທຶນ ໄດ້ຈັດ ກອງປະຊຸມສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດແຜນດຳເນີນງານປີ 2021, ການປັບປຸງແຜນວຽກບູລິມະສິດ ຂອງແຜນດຳເນີນງານປີ 2022 ແລະ ວຽກງານບໍລິການ ການລົງທຶນປະຕູດຽວ ແລະ ບັນຊີກິດຈະການຄວບຄຸມ ທີ່ຕິດພັນກັບຂະແໜງການ ຕາມຄໍາສັ່ງເລກທີ 02/ນຍ ແລະ 03/ນຍ ໂດຍການເປັນປະທານຂອງທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ພ້ອມດ່ຽວກັນນີ້ກໍ່ຍັງມີບັນດາທ່ານ ຕ່າງໜ້າຈາກຄະນະຮັບຜິດຊອບປັບປຸງຕົວຊີ້ວັດຈາກ 7 ກະຊວງ, ສານປະຊາຊົນສູງສຸດ, ລັດວິສາຫະກິດ ໄຟຟ້າ ລາວ, ບໍລິສັດ ຂໍ້ມູນຂ່າວສານ ສິນເຊື່ອ ແຫ່ງ ສປປ ລາວ ແລະ ສຳນັກງານ ຄະນະກຳມະການຄຸ້ມຄອງຫລັກຊັບ, ຂະແໜງການທີ່ກ່ຽວຂ້ອງຈາກນະຄອນຫລວງ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ ລາວ ແລະ ພະນັກງານກົມສົ່ງເສີມການລົງທຶນເຂົ້້າຮ່ວມ.

ທ່ານ ນາງ ຄຳຈັນ ວົງແສນບູນ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກ່າວຈຸດປະສົງ ຂອງກອງປະຊຸມ ກ່ຽວກັບ ການຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 02/ນຍ ແລະ 03/ນຍ ໃນໄລຍະຜ່ານມາ ເຫັນວ່າຫຼາຍຂະແໜງການໄດ້ເຮັດສໍາເລັດການປັບປຸງກົນໄກ, ບັນດາລະບຽບການ ແລະ ນິຕິກໍາຫຼາຍສະບັບ ຕາມຂອບເຂດສິດ ແລະ  ໜ້າທີ່ໃນຄວາມຮັບຜິດຊອບຂອງຕົນ ເພື່ອຫຼຸດຂອດຂັ້ນ, ເວລາ ແລະ ຄ່າໃຊ້ຈ່າຍຕ່າງໆ ໃນການດໍາເນີນທຸລະກິດໃຫ້ມີຄວາມສະດວກງ່າຍດາຍຂຶ້ນກວ່າເກົ່າ. ຄ່ຽງຄູ່ກັນນັ້ນ, ວຽກງານການຫັນເປັນທັນສະໄໝ ເພື່ອປັບປຸງການເຊື່ອມຕໍ່ການບໍລິການ ຜ່ານລະບົບ ເອເລັກໂຕຼນິກ ກໍ່ໄດ້ຮັບການເອົາໃຈໃສ່ ແລະ ມີຄວາມຄືບໜ້າສົມຄວນ.

ຄຽງຄູ່ກັບຜົນສໍາເລັດດັ່ງກ່າວ,ພວກເຮົາກໍຍັງມີສິ່ງທ້າທ້າຍຫຼາຍຢ່າງ ທີ່ຕ້ອງໄດ້ຮ່ວມມືກັນເລັ່ງແກ້ໄຂ ແລະ ປັບປຸງ      ໃຫ້ໄດ້ຕາມເປົ້າໝາຍທີ່ລັດຖະບານໄດ້ຕັ້ງໄວ້, ສືບຕໍ່ເປັນເຈົ້າການຕື່ມໃນການຈັດຕັ້ງປະຕິບັດໂດຍມີແບບແຜນຢ່າງລະອຽດ,      ຄົ້ນຄວ້າປັບປຸງສ້າງແຜນກິດຈະກໍາ ໃຫ້ສອດຄ່ອງກັບ ²ສະພາບປົກກະຕິໃໝ່² ໃນສະພາບການແຜ່ລະບາດຂອງພະຍາດໂຄວິດ 19 ເພື່ອໃຫ້ສາມາດເຄື່ອນໄຫວແຜນກິດຈະກຳສໍາເລັດຕາມເປົ້າໝາຍ ແລະ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ, ມີປະສິດທິພາບ ແລະ ໃຫ້ມີລັກສະນະບຸກທະລຸຢ່າງແຂງແຮງກວ່າເກົ່າ. ໃນຂະນະດຽວກັນ, ກໍ່ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດ ບັນດານິຕິກໍາ ແລະ ລະບຽບການທີ່ໄດ້ປັບປຸງແລ້ວ ໃຫ້ສາມາດຈັດຕັ້ງປະຕິບັດໄດ້ຕົວຈິງ ແລະ ເປັນເອກະພາບ ກາຍເປັນກໍາລັງທີ່ສໍາຄັນປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດໃນແຕ່ລະໄລຍະໃຫ້ບັນລຸຄາດໝາຍທີ່ວາງໄວ້.

ໃນຕອນທ້າຍ ຂອງການປິດກອງປະຊຸມ, ທ່ານປະທານກອງປະຊຸມ ໄດ້ຮຽກຮ້ອງໃຫ້ຂະແໜງການທີ່ກ່ຽວຂ້ອງ ແລະ ຄະນະຮັບຜິດຊອບ ແຕ່ລະຂະແໜງການ ເອົາໃຈໃສ່ ແລະ ສືບຕໍ່ ຈັດຕັ້ງປະຕິບັດ ຕາມຄຳສັ່ງເລກທີ 02/ນຍ ແລະ 03/ນຍ, ເຖິງແມ່ນວ່າຈະບໍ່ມີການປະເມີນອັນດັບຄວາມສະດວກໃນການ ດໍາເນີນທຸລະກິດ ໂດຍກຸ່ມທະນາຄານໂລກ ຕາມຖະແຫຼງການຍຸດຕີພິມບົດລາຍງານການປັບປຸງສະພາບການດໍາເນີນທຸລະກິດ ກໍ່ໃຫ້ສືບຕໍ່ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງທັງ 10 ຕົວຊີ້ວັດ ລວມທັງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ເພື່ອຄົ້ນຄວ້າຍົກລະດັບກົນໄກທີ່ມີຢູ່ແລ້ວ ຫັນມາເປັນການປະເມີນພາຍໃນ. ສໍາລັບຂໍ້ຄົງຄ້າງທີ່ຕິພັນກັບ ຄໍາສັ່ງເລກທີ 03/ນຍ ກໍ່ເຫັນວ່າທຸກຂະແໜງການໄດ້ສໍາເລັດການສ້າງຕັ້ງໜ່ວຍງານການບໍລິການການລົງທຶນປະຕູດຽວ ແລະ ປະກອບເຂົ້າໃນຄະນະ ຄໍາສັ່ງເລກທີ 03/ນຍ, ແຕ່ກົນໄກປະສານງານ ແລະ ການລາຍງານຍັງບໍ່ເປັນປົກກະຕິ, ສືບຕໍ່ເອົາໃຈໃສ່ທົບທວນ, ຄົ້ນຄວ້າ ແລະ ປັບປຸງ ບັນຊີກິດຈະການຄວບຄຸມ ຂອງຂະແໜງການຕົນ ໂດຍເນັ້ນໃສ່ບັນດາໂຄງການທີ່ມີລັກສະນະຍຸດທະສາດ, ມີຜົນກະທົບຕໍ່ຄວາມໝັ້ນຄົງຂອງຊາດ, ຕໍ່ສິ່ງແວດລ້ອມ ແລະ ສັງຄົມ ເພື່ອເອົາເຂົ້າມາຄວບຄຸມ ແລະ ຫັນທິດໃຫ້ຂັ້ນທ້ອງຖິ່ນອະນຸມັດ ແລະ ຄຸ້ມຄອງໃຫ້ຫຼາຍຂຶ້ນ.

ອີກບັນຫາໜຶ່ງທີ່ພວກເຮົາຍັງຈະຕ້ອງສືບຕໍ່ແກ້ໄຂບັນຫາ ການອະນຸມັດການລົງທຶນທີ່ຍັງຊັກຊ້າ ຫຼາຍຂັ້ນຫຼາຍຂອດ     ຈຶ່ງເຫັນວ່າມີ ຄວາມຈໍາເປັນຕ້ອງໄດ້ປັບປຸງ ດຳລັດ ສະບັບເລກທີ 05/ນຍ, ລົງວັນທີ 05/01/2018 ກ່ຽວກັບວຽກງານການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວ ຂອງຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ  ໂດຍສະເໜີໃຫ້ມີ ການປັບປຸງບາງມາດຕາໃໝ່ຄື: ມາດຕາທີ  6ວ່າດ້ວຍ ໂຄງປະກອບບຸກຄະລາກອນ, ມາດຕາ 7  ວ່າດ້ວຍ ກຳນົດເວລາການພິຈາລະນາ ຄຳຮ້ອງ  ຂໍລົງທຶນກິດຈະການໃນບັນຊີຄວບຄຸມ, ມາດຕາ  8 ວ່າດ້ວຍ ກຳນົດເວລາການພິຈາລະນາ ຄໍາຮ້ອງຂໍລົງທຶນໃນກິດຈະການສຳປະທານ ເເລະ ມາດຕາ 10 ວ່າດ້ວຍ ແບບແຜນວິທີເຮັດວຽກ. ພ້ອມນີ້, ກໍ່ຍັງໄດ້ ສະເໜີເອົາບາງມາດຕາ  ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ເຂົ້າມາຜັນຂະຫຍາຍຢູ່ໃນດໍາລັດສະບັບປັບປຸງໃໝ່ ຄື: ມາດຕາ 37  ແລະ ມາດຕາ 46. ຮ່າງດຳລັດສະບັບປັບປຸງດັ່ງກ່າວ ແມ່ນໄດ້ສົ່ງໄປຍັງ ທ່ານ ນາຍົກ ລັດຖະມົນຕີ, ຕາມໜັງສືລາຍງານສະບັບເລກທີ 1070/ກຜທ.ລທ6, ລົງວັນທີ 9 ກໍລະກົດ 2021, ຊຶ່ງປັດຈຸບັນ ແມ່ນຍັງລໍຖ້າການອະນຸມັດຈາກທ່ານນາຍົກລັດຖະມົນຕີ.