ທ່ານ ນາງ ພອນວັນ ອຸທະວົງ ນຳພາກອງປະປະຊຸມປຶກສາຫາລືເພື່ອຜ່ານຮ່າງວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ

Aug 4, 2021 | ການເຄື່ອນໄຫວ

ໃນຕອນເຊົ້າວັນທີ 28 ກໍລະກົດ 2021, ສູນຄົ້ນຄວ້ານະໂຍບາຍການພັດທະນາ, ກະຊວງ ແຜນການ ແລະ   ການລົງທຶນ, ໄດ້ຈັດກອງປະຊຸມປຶກສາຫາລືເພື່ອຜ່ານຮ່າງວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ນ. ພອນວັນ ອຸທະວົງ, ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນ ມີບັນດາທ່ານ ຫົວໜ້າກົມ, ຫົວໜ້າຫ້ອງການ, ຮອງຫົວໜ້າກົມ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມແມ່ນ ເພື່ອຮັບຟັງ ຄວາມຄືບຫນ້າໃນການຮ່າງວາລະແຫ່ງຊາດ ເພື່ອປຶກສາຫາລືກັນລະອຽດທາງດ້ານເນື້ອໃນ ແລະ ແຜນດຳເນີນງານທີ່ ຈະຈັດຕັ້ງຜັນຂະຫຍາຍຮ່າງວາລະແຫ່ງຊາດດັ່ງກ່າວໃຫ້ເປັນຮູບປະທຳ ແລະ ສາມາດຈັດຕັ້ງປະຕິບັດ ໄດ້ໃນໄລຍະ 3 ປີ (2021-2023). ໃນໄລຍະນີ້ ເສດຖະກິດຂອງລາວຍັງປະເຊີນກັບສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ ໂດຍສະເພາະ ດ້ານການເງິນ ແລະເງິນຕາ ບວກກັບ ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ທີ່ມີແນວໂນ້ມບໍ່ສິ້ນສຸດງ່າຍ. ສະນັ້ນ, ລັດຖະບານໄດ້ມອບໝາຍໃຫ້ບັນດາພາກສ່ວນກ່ຽວຂ້ອງ ໃຫ້ຄວາມສໍາຄັນໃນການປະກອບສ່ວນເຂົ້າໃນການແກ້ໄຂຄວາມຫຍຸ້ງຍາກດ້ານການເງິນ-ເງິນຕາ ແລະ ຟື້ນຟູເສດຖະກິດ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດບັນດາວຽກງານຈຸດສຸມທີ່ເຮົາກໍານົດອອກໃນວາລະແຫ່ງຊາດນັ້ນ ເປັນຕົ້ນ ແຜນຈັດຕັ້ງປະຕິບັດ, ໄລຍະເວລາທີ່ຊັດເຈນ, ບັນດາຕົວຊີ້ບອກ ແລະ ໂຄງການໃນການຈັດຕັ້ງປະຕິບັດໃຫ້ສໍາເລັດຕາມໄລຍະເວລາທີ່ກໍານົດໄວ້.

Vice Minister Phonevanh Outhavong chaired the meeting on the National Agenda in Economic Reform to overcome economic difficulties