ທ່ານ ນາຍົກລັດຖະມົນຕີ ໃຫ້ກຽດໂອ້ລົມຕໍ່ ກອງປະຊຸມສະຫຼຸບວຽກງານແຜນການ-ການລົງທຶນ ແລະການເງິນ ປະຈໍາປີ 2021 ແລະ ທິດທາງ ປະຈໍາປີ 2022

Dec 17, 2021 | ການເຄື່ອນໄຫວ

 

ກອງປະຊຸມ ສະຫຼຸບວຽກງານແຜນການ-ການລົງທຶນ ແລະ ການເງິນ ປະຈໍາປີ 2021 ແລະ ທິດທາງປະຈໍາ ປີ 2022 ໄດ້ຈັດຂຶ້ນໃນວັນທີ 14 ທັນວາ 2021 ໂດຍໄດ້ຮັບກຽດເຂົ້າຮ່ວມເປັນປະທານ ແລະ ໂອ້ລົມຂອງ ພະນະທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ໂດຍມີ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ , ທ່ານ ບຸນໂຈມ ອຸບົນປະສິດ, ລັດຖະມົນຕີ ກະຊວງການເງິນ ພ້ອມດ້ວຍ ບັນດາທ່ານລັດຖະມົນຕີ, ຫົວຫນ້າອົງການລັດທຽບເທົ່າກະຊວງ ຂັ້ນສູນ ກາງ, ບັນດາທ່ານເຈົ້າແຂວງ, ຮອງລັດຖະມົນຕີ, ຮອງຫົວຫນ້າອົງການລັດທຽບເທົ່າກະຊວງ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຫົວຫນ້າກົມ, ຮອງຫົວຫນ້າກົມ ແລະ ຫົວຫນ້າພະແນກແຜນການ ແລະ ການ ລົງທຶນ, ຫົວຫນ້າພະແນກການເງິນ ແລະ ພະນັກງານຫຼັກແຫຼ່ງຂອງ ຂະແຫນງແຜນການ-ການເງິນ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມໃນຮູບແບບກອງປະຊຸມປົກກະຕິ ແລະ ຜ່ານລະບົບກອງປະຊຸມທາງໄກ. – ກອງປະຊຸມໃນຄັ້ງນີ້ ໄດ້ໄຂຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ ທົ່ວລັດ ແລະ ປວງຊົນລາວທັງຊາດ ພວມປິຕິຍິນດີ ແລະ ຊົມເຊີຍວັນສະຖາປະນາ ສປປ ລາວ ຄົບຮອບ 46 ປີ ແລະ ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 101 ປີ, ພວມຕັ້ງຫນ້າຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX (2021-2021) ແລະ 2 ວາລະແຫ່ງຊາດ ຂອງລັດຖະບານ ຢ່າງເປັນຂະບວນຟົດຟື້ນ ແລະ ດ້ວຍຄວາມຮັບຜິດຊອບສູງ, ພ້ອມດຽວກັນນີ້, ອົງການສະຫະປະຊາ ຊາດ ໄດ້ປະກາດຮັບຮອງເອົາຜົນການປະເມີນ ສປປ ລາວ ຫຼຸດອອກຈາກສະຖານະພາບປະເທດດ້ວຍພັດທະນາ (LDC), ອີກຜົນສໍາເລັດຫນຶ່ງ ທີ່ພົ້ນເດັ່ນ, ສປປ ລາວ ຍັງສາມາດເປີດການນໍາໃຊ້ລົດໄຟຄວາມໄວສູງ ລາວ-ຈີນ ຢ່າງສະຫງ່າງາມ ໃນຕົ້ນເດືອນທັນວາ 2021 ທີ່ຜ່ານມາ, ຊຶ່ງເປັນຂີດຫມາຍອັນສໍາຄັນ ໃນການເລີ່ມຫນ້າປະຫວັດສາດໃຫມ່ ແລະ ສ້າງພື້ນຖານອັນຫນັກແຫນ້ນຕາມຍຸດທະສາດຫັນປ່ຽນຈາກປະເທດທີ່ບໍ່ມີທາງອອກສູ່ທະເລມາເປັນປະເທດເຊື່ອມຈອດ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ກໍຄື ການພັດທະນາເສດຖະກິດ-ສັງຄົມ, ການຄົມມະນາຄົມ-ຂົນສົ່ງ, ການລົງທຶນ ແລະ ການທ່ອງທ່ຽວ ໃນອານາຄົດ, ທັງສາມາດສ້າງຄວາມເຊື່ອຫມັ້ນໃຫ້ແກ່ພາກພື້ນ ແລະ ສາກົນ ຕໍ່ຜົນສໍາເລັດຂອງການ ປະຕິບັດແນວທາງຂອງພັກ ແລະ ລັດຖະບານ ກໍຄື ທ່າແຮງຂອງການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ.

ກອງປະຊຸມ ສະຫຼຸບວຽກງານແຜນການ-ການລົງທຶນ ແລະ ການເງິນ ປະຈໍາປີ 2021 ຈັດຂຶ້ນເປັນເວລາ 2 ວັນ, ລະຫວ່າງວັນທີ 13-14 ທັນວາ 2021; ມື້ວານນີ້ (ວັນທີ 13 ທັນວາ 2021) ເປັນກອງປະຊຸມວິຊາການ ຂອງ 2 ຂະແຫນງການ- ຂະແຫນງແຜນການ ແລະ ການລົງທຶນ ແລະ ຂະແຫນງການເງິນ, ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ຕາງຫນ້າທັງ 2 ຂະແຫນງການ ຊຶ່ງ ໄດ້ຍົກໃຫ້ເຫັນວ່າ ກອງປະຊຸມ ໄດ້ລົງເລິກໃນການສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ປີ 2021 ແລະ ທິດທາງຈຸດສຸມປີ 2022, ປຶກສາຫາລືກ່ຽວກັບເນື້ອໃນດໍາລັດວ່າດ້ວຍການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດປະຈໍາປີ 2022, ບົດແນະນໍາວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນການລົງທຶນຂອງ ລັດປະຈໍາປີ 2022, ບົດແນະນໍາວ່າດ້ວຍການຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃນໄລຍະ 2021-2023 ພ້ອມທັງລົງເລິກປຶກສາຫາລືໃນຫົວຂໍ້ສະເພາະຈໍານວນຫນຶ່ງເປັນຕົ້ນການປັບປຸງບັນຊີກິດຈະການຄວບຄຸມ-ສໍາປະທານ, ການຄົ້ນຄວ້າການແບ່ງຄວາມຮັບຜິດຊອບໃຫ້ທ້ອງຖິ່ນໃນວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ, ການຄຸ້ມຄອງໂຄງການບໍ່ແຮ່ ທີ່ກະຊວງໄດ້ມອບໃຫ້ທ້ອງຖິ່ນ, ຄວາມຄືບຫນ້າໃນການຈັດຕັ້ງປະຕິບັດວຽກງານການຟື້ນຟູເສດຖະກິດຈາກຜົນກະທົບການລະບາດ ຂອງພະຍາດໂຄວິດ-19 ຕາມນະໂຍບາຍ ແລະ ມາດຕະການທີ່ກໍານົດໄວ້, ສະພາບການຄຸ້ມຄອງທຶນຊ່ວຍເຫຼືອທາງການເມຶອການພັດທະນາ, ການຜະລິດຕົວຊີ້ບອກ ແລະ ລະບອບການລາຍງານເມຶອງ.

ຕິດຕາມ-ປະເມີນແຜນພັດທະນາເສດຖະກິດປະຈໍາປີ 2022, ເອກະສານການກວດຜ່ານສັນຍາໂຄງການ ແລະ ເອກະສານສະເຫນີຊໍາລະຄ່າໂຄງການ, ການຍົກສູງກົນໄກຄຸ້ມຄອງການປະເມີນຜົນໂຄງການລົງທຶນຂອງລັດ, ວຽກງານກວດກາຕາມຜົນການກວດສອບໂຄງການລົງທຶນຂອງລັດ, ວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ວຽກງານ ພະນັກງານ. ສໍາລັບ ກອງປະຊຸມຂອງຂະແຫນງການເງິນ ໄດ້ລົງເລິກສະຫຼຸບ ແລະ ຕີລາຄາການຈັດຕັ້ງປະຕິບັດແຜນ ງົບປະມານແຫ່ງລັດ ປີ 2021 ເພື່ອຖອດຖອນບົດຮຽນຊອກໃຫ້ເປັນເຖິງດ້ານດີພົ້ນເດັ່ນ ທີ່ຈະຕ້ອງພ້ອມກັນເສີມ ຂະຫຍາຍ, ຈຸດອ່ອນ ແລະ ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ປັບປຸງແກ້ໄຂ, ຄົ້ນຄວ້າ ແລະ ປຶກສາຫາລື ບັນດາມາມາດຕະການ ໃນການຈັດຕັ້ງປະຕິບັດແຜນງົບປະມານຫ່ງລັດ ປີ 2022 ໃຫ້ສໍາເລັດຕາມລະດັບຄາດຫມາຍ. ນອກຈາກນັ້ນ, ກອງປະຊຸມ ຍັງໄດ້ຄົ້ນຄວ້າ, ປຶກສາຫາລື ແລະ ກໍານົດມາດຕະການຕົວຈິງ ໃນຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຕິດພັນກັບວຽກງານ ຂອງຂະແຫນງການເງິນໃຫ້ ເຂົ້າສູ່ລວງເລິກ, ວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ຂອງຂະແຫນງການເງິນ ໃນໄລຍະຜ່ານມາ ແລະ ທິດທາງແຜນການ ໃນຕໍ່ຫນ້າ, ພ້ອມທັງໄດ້ເຜີຍແຜ່ແນະນໍາວຽກງານສະຫຼຸບສູນໂມງ ແລະ ສະຫຼຸບຂາດຕົວ ງົບປະມານແຫ່ງລັດ ປະຈໍາປີ 2021, ບາງວຽກຈຸດສຸມໃນການຄຸ້ມຄອງລາຍຈ່າຍງົບປະມານແຫ່ງລັດ ປີ 2022 , ລະບົບຖານຂໍ້ມູນລວມສູນ ແລະ ວິເຄາະ-ວິໄຈ ຂະແຫນງການເງິນແຫ່ງລັດ ແລະ ບັນຫາອື່ນໆປິ່ນອ້ອມ.

ທ່ານ ນາຍົກລັດຖະມົນຕີ ໄດ້ຍ້ອງຍໍຊົມເຊີຍ ຂະແຫນງແຜນການ ແລະ ການລົງທຶນ ແລະ ຂະແຫນງການ ເງິນ ທີ່ໄດ້ເອົາໃຈໃສ່ ບຸກບືນ ແລະ ຕັດສິນໃຈສູງ ຕໍ່ການຈັດຕັ້ງປະຕິບັດວຽກງານ ຂອງທັງສອງຂະແຫນງການຢ່າງ ຕັ້ງຫນ້າຕາມທິດຫັນປ່ຽນໃຫມ່ຢ່າງແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ ໃນການຈັດຕັ້ງປະຕິບັດແນວທາງ ນະໂຍບາຍຂອງພັກ ແລະ ການຜັນຂະຫຍາຍວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ບົນພື້ນຖານຢຶດຫມັ້ນ ໃນ 3 ຫຼັກການຄື: ຄວາມເຂັ້ມງວດ-ເດັດຂາດ, ຄວາມໂປ່ງໃສ ແລະ ດ້ານວິທະຍາສາດ-ວິຊາການ ເຮັດໃຫ້ຍາດໄດ້ຜົນສໍາເລັດ ແລະ ວຽກງານມີຄວາມຄືບຫນ້າ ໃນຫຼາຍດ້ານ ແລະ ປະກອບສ່ວນເຮັດໃຫ້ສາມາດສືບຕໍ່ຮັກສາສະຖຽນລະພາບທາງການເມືອງຢ່າງຫນັກແຫນ້ນ, ສັງຄົມມີຄວາມສະຫງົບ ໂດຍພື້ນຖານ, ສາມາດຄົ້ນຄວ້າປະຕິບັດນະໂຍບາຍ ແລະ ມາດຕະການຟື້ນຟູເສດຖະກິດໄດ້ທັນກັບເວລາ, ເສດຖະກິດແຫ່ງຊາດສາມາດຂະຫຍາຍຕົວຕໍ່ເນື່ອງ (ປີ 2021 ຄາດຄະເນ GDP ເຕີບໂຕໃນລະດັບ 3%), ຮັບປະກັນ ໄດ້ຕໍ່ກັບການພັດທະນາໃນແຕ່ລະຂົງເຂດຂະແຫນງການ ທັງການລົງທຶນ, ການຜະລິດກະສິກໍາ-ອຸດສາຫະກໍາ ແລະ ການສົ່ງອອກ ຍັງສາມາດດໍາເນີນໄດ້ຢ່າງເປັນປົກກະຕິ, ສາມາດສູ້ຊົນປະຕິບັດແຜນງົບປະມານແຫ່ງລັດ ໂດຍສະເພາະການຈັດເກັບລາຍຮັບງົບປະມານຄາດຄະເນບໍ່ໃຫ້ມີການດັດແກ້ແຜນລາຍຮັບຕາມກົດຫມາຍກໍານົດຄືບໍ່ໃຫ້ບັນຫຼດ 98% ຫຼື ສູ້ຊົນໃຫ້ບັນລຸໄດ້ຕາມແຜນການປີ, ສະ

ເພາະລາຍຈ່າຍແມ່ນໄດ້ມີການປະຕິບັດມາດຕະການຄຸ້ມ ຄອງຢ່າງເຂັ້ມງວດ ປະຫຍັດມັດທະຍັດ ແລະ ຮັດກຸມ ຈຶ່ງເຮັດໃຫ້ການຄາດຄະເນ ການຂາດດູນງົບປະມານປີ 2021 ນີ້ ດີຂຶ້ນກ່ວາປີ 2020 ທີ່ຜ່ານມາ, ພ້ອມດຽວກັນ, ໃນສະພາບຄວາມຫຍຸ້ງຍາກທັງພາຍໃນ ແລະ ພາຍນອກຈາກຜົນ ກະທົບຂອງພະຍາດ COVID-19 ຕໍ່ການລະດົມແຫຼ່ງທຶນ ແລະ ຄວາມຫນ້າເຊື່ອຖືຂອງປະເທດ ແຕ່ກໍສາມາດບຸກບືນ ປະຕິບັດວຽກງານການລະດົມທຶນຊ່ວຍເຫຼືອທາງການເພື່ອການພັດທະນາ (ຊກບ) ເຂົ້າໃນການພັດທະນາເສດຖະກິດສັງຄົມ, ການຊໍາລະຫນີ້ສິນໄດ້ໂດຍພື້ນຖານ ເພື່ອຮັກສາສະເຖຍລະພາບທາງດ້ານເສດຖະກິດມະຫາພາກຂອງປະເທດ ສາມາດປະຄັບປະຄອງ ແລະ ບໍ່ຕົກຢູ່ໃນສະພາບວິກິດການທີ່ຮຸນແຮງ.

ປີ 2022 ເປັນປີທີ 2 ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ແລະ ການ ຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ພ້ອມທັງຍັງ ເປັນປີທີ່ເລີ່ມຜັນຂະຫຍາຍປະຕິບັດວາລະແຫ່ງ ຊາດ ກ່ຽວກັບ ການແກ້ໄຂຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ການເງິນ ຕົວຈິງ. ໃນທ່າມກາງທີ່ປະເທດພວກເຮົາ ສືບຕໍ່ປະເຊີນສິ່ງທ້າທາຍຫຼາຍຢ່າງ ທັງພາຍໃນ ແລະ ສະພາບການທີ່ໂລກ ແລະ ພາກພື້ນຍັງສືບຕໍ່ຜັນແປໄປຢ່າງສະຫຼັບ ສັບຊ້ອນ ແລະ ສັບສົນ ລວມທັງການແຜ່ລະບາດຂອງພະຍາດໂຄວິດ-19, ສະນັ້ນ ພວກເຮົາຈະຕ້ອງຮູ້ຄາດຄະເນ-ວິເຄາະວິໄຈຕໍ່ຜົນກະທົບ, ໂອກາດ ແລະ ສິ່ງທ້າທາຍຈາກການປ່ຽນແປງສະພາບການຂອງພາກພື້ນ ແລະ ສາກົນ ເພື່ອມີມາດ ຕະການປ້ອງກັນ ແລະ ຮັບມືຢ່າງເຫມາະສົມ ແລະ ທັນການ ບໍ່ໃຫ້ຕົກຢູ່ໃນທ່າຮັບເກີນໄປ.

ທ່ານ ນາຍົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ 2 ຂະແຫນງການ ຕ້ອງເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ລັດຖະກອນ ໃຫ້ມີຄວາມຈົ່ງຮັກພັກດີ, ມີຈັນຍາບັນ, ຮັກວິຊາຊີບ, ປະຕິບັດວິໄນທາງດ້ານ ແຜນການ-ການເງິນຢ່າງເຄັ່ງຄັດ; ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງ ຍາກດ້ານ ເສດຖະກິດ-ການເງິນໃຫ້ເປັນຮູບປະທໍາ; ສືບຕໍ່ເອົາໃຈໃສ່ປະຕິບັດບັນດາມາດຕະການເຝົ້າລະວັງ, ສະກັດກັ້ນ, ຄວບຄຸມ ແລະ ຄົ້ນຄວ້າສ້າງມາດຕະການ ແລະ ນະໂຍບາຍແກ້ໄຂຜົນກະທົບການແຜ່ລະບາດຂອງພະຍາດ ໂຄວິດ-19 ຕໍ່ ເສດຖະກິດ ຢ່າງມີຈຸດສຸມ ພ້ອມທັງກຽມຄວາມພ້ອມຮອບດ້ານໃນການເປີດປະເທດຢ່າງລະມັດລະວັງ; ການສ້າງແຜນໃນໄລຍະໃຫມ່ ຕ້ອງຕິດແທດກັບຕົວຈິງ ແລະ ມີວິທະຍາສາດຫຼາຍຂຶ້ນ ແລະ ດຶງຄືນຄວາມຫມັ້ນທ່ຽງທາງດ້ານ ເສດຖະກິດ, ການເງິນ-ເງິນຕາ ໃຫ້ໄດ້ໂດຍໄວ, ປະຕິຮູບລະບົບການລົງທຶນຂອງລັດໃຫ້ມີການຫັນປ່ຽນໃຫມ່ຢ່າງແທ້ຈິງ, ປັບປຸງວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດຢ່າງແຂງແຮງ ແລະ ເປັນເຈົ້າການສູງໂດຍການບຸກທະລຸ ແກ້ໄຂຂອດຂັ້ນການບໍລິການປະຕູດຽວໃຫ້ໄດ້ໄວ; ສືບຕໍ່ຄຸ້ມຄອງ ແລະ ສົ່ງເສີມເຂດ. ເສດຖະກິດພິເສດ ໃຫ້ກາຍເປັນກໍາລັງແຮງສໍາຄັນໃນການພັດທະນາເສດຖະກິດ; ເອົາໃຈໃສ່ຊຸກຍູ້ວຽກຮ່ວມມືກັບສາກົນ, ຮ່ວມມືລາວ-ຫວຽດນາມ ແລະ ຮ່ວມມືລາວ-ຈີນ ເພື່ອໃຫ້ເປັນກໍາລັງສໍາຄັນຫນຶ່ງທີ່ຍູ້ແຮງການຂະຫຍາຍຕົວ ກໍຄືການ ພັດທະນາເສດຖະກິດ-ສັງຄົມຂອງປະເທດ; ເລັ່ງລັດປະຕິຮູບວຽກງານການເງິນ ຕາມທິດຫັນເປັນທັນສະໄຫມ ແລະ ເປັນລະບົບຄົບຊຸດ ຢ່າງຮອບດ້ານ ແລະ ແຂງແຮງ ບົນພື້ນຖານຍຸດທະສາດທີ່ລັດຖະບານໄດ້ຮັບຮອງໃຫ້ມີຄວາມ ຄືບຫນ້າໄວ ແລະ ຮັບປະກັນການເກັບລາຍຮັບໃຫ້ໄດ້ຕາມແຜນ ແລະ ລື່ນແຜນໄດ້ຍິ່ງເປັນການດີ, ປະຕິຮູບກົນໄກ ການຄຸ້ມຄອງລາຍຮັບງົບປະມານຢ່າງແຂງແຮງ ແລະ ຄຸ້ມຄອງລາຍຈ່າງ ຢ່າງຮັດກຸມ ມີປະສິດທິພາບ ແລະ ປະສິດທິ ຜົນ, ໂດຍສະເພາະ ຫັນເອົາການນໍາໃຊ້ເຄື່ອງມືທັນສະໄຫມ ໃຫ້ກວ້າງອອກ; ນໍາໃຊ້ມາດຕະການຕ່າງໆທີ່ໄດ້ວາງອອກ ໃນແຕ່ລະໄລຍະ ແລະ ເປັນລະບົບຄົບຊຸດ ໃນແກ້ໄຂບັນຫາຫນີ້ສິນສາທາລະນະ ໃຫ້ເບົາບາງລົງ; ເດັດຂາດແກ້ໄຂ ບັນຫາປະກົດການຫຍໍ້ທໍ້, ໂດຍສະເພາະ ຕ້ານການຮົ່ວໄຫຼງົບປະມານແຫ່ງລັດ ແລະ ຄຸ້ມຄອງລາຍຈ່າຍຢ່າງມີຈຸດ ສຸມ, ປະຕິຮູບການບໍລິຫານ ລັດວິສາຫະກິດໃຫ້ສໍາເລັດໂດຍໄວ; ເລັ່ງລັດການປະຕິຮູບກົງຈັກການຈັດຕັ້ງ ຂອງຂະ ແຫນງການເງິນ ທັງສູນກາງ ແລະ ທ້ອງຖິ່ນ; ນໍາໃຊ້ເຄື່ອງມືທັນສະໄຫມໃນການຄຸ້ມຄອງເກັບລາຍຮັບ ແລະ ລາຍຈ່າຍ ງົບປະມານແຫ່ງລັດ, ກໍານົດຄືນການແບ່ງງານ ແລະ ຄວາມຮັບຜິດຊອບ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ໃຫ້ມີ ຄວາມກົມກຽວ ແລະ ສອດຄ່ອງກັບວຽກງານຕົວຈິງ ໃນການຈັດຕັ້ງປະຕິບັດວຽກງານຕາມທິດສາມສ້າງ; ພ້ອມທັງ ເອົາໃຈໃສ່ປັບປຸງວຽກງານສະຖິຕິ, ວຽກງານຄົ້ນຄວ້າ ແລະ ການຝຶກອົບຮົມໃຫ້ໄດ້ມາດຕະຖານ ແລະ ມີຄຸນນະພາບ ຮັບປະກັນຕອບສະຫນອງ ໃຫ້ການການຈັດຕັ້ງປະຕິບັດວຽກງານໃນແຕ່ລະໄລຍະ.

ໃນຕອນທ້າຍ, ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີ ກະຊວງການເງິນ ໄດ້ກ່າວຮັບຄໍາໂອວາດ, ການໂອ້ລົມຊີ້ນໍາ ຂອງທ່ານ ນາຍົກລັດຖະມົນຕີ ເພື່ອສືບຕໍ່ຂະຫຍາຍ ແລະ ຈັດຕັ້ງປະຕິບັດ ເຂົ້າໃນວຽກງານຕົວຈິ ກໍຄື ວຽກງານຂອງຂະແຫນງແຜນການ-ການລົງທຶນ ແລະ ການເງິນ ໃຫ້ມີຄຸນນະພາບດີຂຶ້ນເປັນກ້າວໆ ຕາມແຜນຍຸດທະສາດ ແລະ ແຜນວຽກ ຂອງທັງສອງຂະແຫນງການ.