ທ່ານ ປອ. ກິແກ້ວ ຈັນທະບູຣີ ເປັນປະທານກອງປະຊຸມປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດຜົນການກວດກາຕາມຜົນຂອງການກວດສອບ

Sep 5, 2020 | ການເຄື່ອນໄຫວ

ໃນວັນທີ 2 ກັນຍາ 2020 ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມກ່ຽວກັບການຈັດຕັ້ງປະຕິບັດຜົນການກວດກາຕາມຜົນຂອງການກວດສອບ ທີ່ ກະຊວງ ແຜນການ ແລະ ການລົງທຶນ ໂດຍການເປັນປະທານຂອງ ທ່ານ ປອ. ກິແກ້ວ ຈັນທະບູຣີ ແລະ ມີບັນດາທ່ານ ຮອງລັດຖະມົນຕີ, ຮອງເຈົ້າແຂວງ ແລະ ຕາງໜ້າຈາກພາກສ່ວນກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.