ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເຂົ້້າຮ່ວມກອງປະຊຸມຄະນະຊີ້ນຳໂຄງການສ້າງຄວາມເຂັ້ມແຂງວຽກງານຊ່ວຍເຫຼຶອທາງການເພຶ່ອການພັດທະນາໃຫ້ມີປະສິດທິຜົນຢູ່ໃນ ສ ປ ປ ລາວ.

Dec 9, 2021 | ການເຄື່ອນໄຫວ

 

ໃນວັນທີ 26 ພະຈິກ 2021 ທີ່ກະຊວງແຜນການ ແລະ ລົງທຶນໄດ້ມີກອງປະຊຸມຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງວຽກງານຊ່ວຍເຫຼຶອທາງການເພຶ່ອການພັດທະນາໃຫ້ມີປະສິດທິຜົນຢູ່ໃນ ສ ປ ປ ລາວ ໂດຍນຳໃຊ້ ຮູບແບບກອງປະຊຸມປະສົມລະຫວ່າງແບບປົກະກິ ແລະກອງປະຊຸມທາງໄກ ໂດຍການເປັນປະທານຂອງ ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ການເຂົ້າຮ່ວມຂອງທ່ານ Sam Schrier ອຸປະທູດລຸກຊໍາບວກປະຈໍາລາວ , ທ່ານ ນ ສີສົມບູນ ອຸນາວົງ ຫົວໜ້າກົມຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ, ທ່ານ ສີສົມພອນ ເພັດດາວເຮືອງ ຫົວໜ້າໂຄງການ ຮອງຫົວໜ້າກົມຮ່ວມມືສາກົນ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ , ເຊິ່ງຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພຶ່ອທົບທວນການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາ ແລະ ປຶກສາຫາລືເພື່ອກຳນົດທິດທາງຂອງໂຄງການໃນຕໍ່ໜ້າ.