ທ່ານ ສອນໄຊ ສີພັນດອນຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ແລກປ່ຽນບົດຮຽນກ່ຽວກັບການດຳເນີນທຸລະກິດຢູ່ໃນ ສປປ ລາວ ຂອງຄະນະຄົນເຊື້ອຊາດລາວ ຈາກສະຫະລັດອາເມລິກາ.

Jan 27, 2022 | ການເຄື່ອນໄຫວ

ໃນວັນທີ 24 ມັງກອນ 2022, ເວລາ 9:00 ໂມງ, ທີ່ກະຊວງແຜນການ ແລະ ການລົງທຶນ, ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ແລກປ່ຽນບົດຮຽນກ່ຽວກັບການດຳເນີນທຸລະກິດຢູ່ໃນ ສປປ ລາວ ຂອງ ນາງ ທ່ານ ນາງ ສຸພາ ໄຊປຣະສິດ-ເມຜູ້ບໍລິຫານລະດັບສູງ ຂອງ Walmart ແລະ ສະມາຊິກສະພາ ສັງກັດຢູ່ພັກ Democrat ລັດ ອາແຄນຊໍ  ແລະ ລົງສະໝັກຮັບເລືອກຕັ້ງຊິງຕໍາແໜ່ງຜູ້ປົກຄອງລັດອາແຄນຊໍ, ສ.ອາເມລິກາ ເຊິ່ງເປັນຄົນເຊື້ອຊາດລາວ, ສັນຊາດອາເມລິກາ ແລະ ພ້ອມດ້ວຍ ທ່ານ ວຽງໄຊ ວິໄລກຸນ  ປະທານ ບໍລິສັດ Wilaikul International Gold Mine CO.LTD ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ .

ຈຸດປະສົງຂອງ ການຢ້ຽມຂ່ຳນັບ ຄັ້ງນີ້ ແມ່ນເພຶ່ອເປັນການຢ້ຽມຢາມຖາມຂ່າວ ແລະ ປຶກສາຫາລືກ່ຽວກັບຄວາມສາມາດ ໃນການລົງທຶນ ແລະ ດໍາເນີນທຸລະກິດຢູ່ ສປປ ລາວ ໃນອານາຄົດ ເພຶ່ອມີສ່ວນຮ່ວມໃນການສ້າງສາພັດທະນາບ້ານເກີດເມືອງນອນຂອງຕົນ ດ້ວຍການຂົນຂວາຍເອົານັກລົງທຶນຈາກ ສ.ອາເມລິກາ ເພື່ອມາລົງທຶນຢູ່ ສປປ ລາວ ໃນຫຼາຍຂົງເຂດ ເປັນຕົ້ນແມ່ນ 1) ຂະແໜງພະລັງງານສະອາດ; 2) ຂະແໜງບໍ່ແຮ່; 3) ຂະແໜງກະສິກໍາ-ປູກຝັງ; 4) ການຜະລິດນໍາໃຊ້ວັດຖຸເສດເຫຼືອ; 5) ການສົ່ງອອກຜະລິດຕະພັນລາວ.

ໃນໂອກາດນີ້ ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນຕໍ່ຄະນະດັ່ງກ່າວ ແລະ ຖືເປັນຄະນະທີ່ມີບົດບາດທາງສັງຄົມ, ທຸລະກິດ ແລະ ການເມືອງ ຂອງສະຫະລັດອາເມລິກາ ແລະ ມີບົດບາດຕໍ່ ຄົນເຊື້ອຊາດລາວທີ່ດຳລົງຊີວິດຢູ່ຕ່າງປະເທດ  ເຊິ່ງຍາມໃດ ພັກ ແລະ ລັດຖະບານເຮົາ ຖືວ່າພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດແມ່ນວົງຄະນະຍາດແຫ່ງຊາດລາວ ທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້, ເປັນແຫຼ່ງກໍາລັງແຮງອັນໜຶ່ງໃນການສ້າງສາພັດທະນາປະເທດຊາດ, ເປັນປັດໃຈທີ່ສໍາຄັນໃນການເປີດກວ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ກັບບັນດາປະເທດທີ່ພວກທ່ານອາໄສຢູ່ ແລະ ອົງການຈັດຕັ້ງສາກົນຕ່າງໆ; ສະນັ້ນ ເພຶ່ອເປັນການຍາດແຍ່ງ ແລະ ປະຕິບັດນະໂຍບາຍຄວາມສະເໜີຕົ້ນສະເໝີປາຍຂອງພັກ-ລັດ ຕໍ່ພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ ທາງລັດຖະບານຈະຄົ້ນຄວ້າພິຈາລະນາຕາມແນວທາງຕາມນະໂຍບາຍທີ່ທາງຄະນະດັ່ງກ່າວສະເໜີເພຶ່ອໃຫ້ເໜາະສົມທີ່ສຸດ.