ທ່ານ ສອນໄຊ ສີພັນດອນຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເປັນປະທານກອງປະຊຸມປຶກສາຫາລື ກ່ຽວກັບ ການ ຈັດຕັ້ງຜັນຂະຫຍາຍໂຄງການກໍ່ສ້າງໂຮງຮຽນມັດທະຍົມ-ວິຊາຊີບຕົວແບບ ຢູ່ເມືອງໜອງບົກ, ແຂວງຄໍາມ່ວນ.

Nov 25, 2021 | ການເຄື່ອນໄຫວ

ໃນວັນທີ 25 ພະຈິກ 2021 ທີ່ ກະຊວງແຜນການ ແລະ ລົງທຶນ  ໄດ້ມີການຈັດ ກອງປະຊຸມປຶກສາຫາລື ກ່ຽວກັບ ການ ຈັດຕັ້ງຜັນຂະຫຍາຍໂຄງການກໍ່ສ້າງໂຮງຮຽນມັດທະຍົມ-ວິຊາຊີບຕົວແບບ ຢູ່ເມືອງໜອງບົກ, ແຂວງຄໍາມ່ວນ ດ້ວຍຮູບແບບທາງໄກ ຄັ້ງທີ II ໂດຍການເປັນປະທານ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກໍາມະການຮ່ວມື ລາວ-ຫວຽດນາມ, ໂດຍມີຮອງລັດຖະມົນຕີ ກະຊວງການຕ່າງປະເທດ,ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ຮອງລັກຖະມົນຕີກະຊວງການເງີນ, ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ບັນດາແຂວງ, ນະຄອນຫຼວງວຽງຈັນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມແມ່ນສືບຕໍ່ປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍໂຄງການກໍ່ສ້າງໂຮງຮຽນມັດທະຍົມ-ວິຊາຊີບຕົວແບບ ຢູ່ເມືອງໜອງບົກ, ແຂວງຄໍາມ່ວນ ເຊິ່ງແມ່ນຂອງຂັວນຂອງປະທານປະເທດຫວຽດນາມມອບໃຫ້ ໃນໂອກາດການຢ້ຽມຢາມ ສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 09-10 ສິງຫາ 2021ທີ່ຜ່ານມາ  ເຊິ່ງຈຸດປະສົງຂອງການ ສ້າງໃນຄັ້ງນີ້ ເພຶ່ອເປັນ ໂຮງຮຽນມັດທະຍົມ-ວິຊາຊີບ ຕົວແບບ ຢູ່ເມືອງໜອງບົກແຂວງຄໍາມ່ວນ; ເຊິ່ງຈຸດທີ່ຕັ້ງໂຄງການ ແມ່ນຢູ່ 3 ແຍກທາງລ້ຽວເຂົ້າໄປຫາ ອະນຸສອນສະຖານ ປະທານ ໂຮ່ຈິມິນ ທີ່ເຄີຍເປັນເຂດການເຄື່ອນໄຫວຂອງເພິ່ນໃນອາດີດ.