ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູງກາງພັກ ເປັນປະທານກອງປະຊຸມທາບທາມເນື້ອໃນ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຢູ່ບັນດາແຂວງເຂດໃຈກາງ ທີ່ແຂວງໄຊສົມບູນ

Nov 25, 2020 | ການເຄື່ອນໄຫວ

ກອງປະຊຸມທາບທາມເນື້ອໃນ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຢູ່ບັນດາແຂວງເຂດໃຈກາງ ໄດ້ຈັດຂຶ້ນໃນວັນທີ 23-24 ພະຈິກ 2020 ທີ່ແຂວງໄຊສົມບູນ ພາຍໃຕ້ການເປັນປະທານຂອງ ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູງກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໂດຍມີບັນດາສະຫາຍທີ່ຢູ່ໃນອະນຸກຳມະການເນື້ອໃນ, ອະນຸກຳມະການກົດລະບຽບ-ບຸກຄະລາກອນ, ພ້ອມດ້ວຍບັນດາສະຫາຍຄະນະພັກ ແລະ ພະນັກງານຫຼັກແຫຼ່ງຂອງບັນດາແຂວງຢູ່ໃນເຂດໃຈກາງຄື: ແຂວງ ຫົວພັນ, ແຂວງ ຊຽງຂວາງ, ແຂວງ ໄຊສົມບູນ, ແຂວງ ວຽງຈັນ, ແຂວງ ບໍລິຄຳໄຊ ແລະ ນະຄອນຫຼວງວຽງຈັນ ລວມທັງໝົດຈຳນວນ 200 ກວ່າສະຫາຍ.

ທ່ານ ສອນໄຊ ສີພັນດອນ ມີຄໍາເຫັນວ່າ: “ມື້ນີ້ ພວກເຮົາຈັດຕັ້ງກອງປະຊຸມທາບທາມຄວາມເຫັນໃສ່ ຮ່າງລາຍງານການເມືອງ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ແລະ ຮ່າງກົດລະບຽບຂອງພັກ ສະບັບ ປັບປຸງ ເຊິ່ງເປັນເອກະສານສໍາຄັນຕົ້ນຕໍ ທີ່ຈະສະເໜີ ແລະ ພິຈາລະນາ ຮັບຮອງເອົາ ໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ທີ່ຈະຈັດຂຶ້ນໃນຕົ້ນປີ 2021 ນີ້. ຈຸດປະສົງ ກອງປະຊຸມທາບທາມຄວາມເຫັນໃນຄັ້ງນີ້, ດ້ານໜຶ່ງແມ່ນເຜີຍແຜ່, ເຊື່ອມຊຶມ ແລະ ສ້າງ ຄວາມເປັນເອກະພາບ ທາງດ້ານທັດສະນະ, ທິດນໍາ, ແຜນນະໂຍບາຍໃຫຍ່ ທີ່ຈະກໍານົດອອກໃນແນວທາງການເມືອງ ແລະ ແນວທາງການຈັດຕັ້ງ ຂອງພັກເຮົາ ເຊິ່ງຈິດໃຈກວມລວມ ແມ່ນສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ເພື່ອນໍາພາ-ຊີ້ນໍາແກ້ໄຂບັນຫາຕ່າງໆ ກໍຄືການພັດທະນາ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໃນຊຸມປີຕໍ່ໜ້າ; ສ່ວນອີກດ້ານໜຶ່ງ ແມ່ນເພື່ອຮັບຟັງຄໍາຄິດຄໍາເຫັນ ຂອງບັນດາສະຫາຍຄະນະພັກ, ພະນັກງານຫຼັກແຫຼ່ງຂອງບັນດາແຂວງພວກສະຫາຍ ເພື່ອເປັນພື້ນຖານສໍາຄັນ ໃຫ້ແກ່ການສືບຕໍ່ປັບປຸງຮ່າງເອກະສານດັ່ງກ່າວ ໃຫ້ມີເນື້ອໃນເລິກເຊິ່ງ, ຄົບຖ້ວນ, ແທດຕົວຈິງ ແລະ ມີຄວາມອາດສາມາດຈັດຕັ້ງປະຕິບັດໃຫ້ເປັນຈິງ. ພວກເຮົາຕ້ອງເຫັນວ່າ ລາຍງານການເມືອງ, ແຜນພັດທະນາເສດຖະກິດ- ສັງຄົມ, ກົດລະບຽບພັກ ແມ່ນເອກະສານສໍາຄັນຕົ້ນຕໍ ຂອງພັກ; ແມ່ນທັດສະນະ, ແຜນນະໂຍບາຍດ້ານການເມືອງ ແລະ ການຈັດຕັ້ງ ຂອງການປະຕິວັດເຮົາ ເພື່ອນໍາພາພາລະກິດປົກປັກຮັກສາ, ພັດທະນາປະເທດຊາດ ແລະ ສັງຄົມລາວເຮົາ ໃນ 5 ປີຕໍ່ໜ້າ ກໍຄືໄລຍະຍາວນານ ຂອງພັກເຮົາ; ສະນັ້ນ ທັງ 3 ເອກະສານ ຕ້ອງເກາະກາຍ, ກົມກຽວ, ສະໜັບສະໜູນ ຢ່າງເປັນລະບົບ ເພື່ອຊີ້ນໍາການຈັດຕັ້ງປະຕິບັດຕົວຈິງ”

ທ່ານ ຮອງນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາສະຫາຍ ຄະນະພັກ, ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງທັງໝົດຈົ່ງຍົກສູງຄວາມຮັບຜິດຊອບ ການເມືອງ ແລະ ເສີມຂະຫຍາຍສະຕິປັນຍາ, ເປີດກວ້າງປະຊາທິປະໄຕພາຍໃນພັກ, ຢືນຢູ່ບົນພື້ນຖານຂອງຄວາມເປັນຈິງ, ຍຶດໝັ້ນໃນທັດສະນະເຄົາລົບກົດເກນພາວະວິໄສ ເພື່ອເບິ່ງບັນຫາ, ຕີລາຄາບັນຫາໃຫ້ແທດຕົວຈິງ; ພ້ອມນັ້ນ ກໍຢືນບົນຈິດໃຈບຸກບືນສູ້ຊົນສູງສຸດ ເທົ່າທີ່ຈະເຮັດໄດ້ ເພື່ອຂຸດຄົ້ນ ແລະ ເສີມຂະຫຍາຍກໍາລັງແຮງພາຍໃນ ຢ່າງສຸດຂີດ, ສົມທົບກັບການຍາດແຍ່ງເອົາກາລະໂອກາດອັນເອື້ອອໍານວຍຈາກພາຍນອກ ຢ່າງເປັນເຈົ້າການ; ຢືນຢູ່ບົນຈິດໃຈເຊີດຊູ ມານະຈິດປະຕິວັດບຸກ, ກ້າຄິດຢ່າງປະດິດສ້າງ, ກ້າຮັບຜິດຊອບ ເພື່ອເບິ່ງບັນຫາ ແລະ ຄົ້ນຄ້ວາ ມີຄວາມເຫັນຢ່າງສ້າງສັນ, ກົງໄປກົງມາ ຕໍ່ເນື້ອໃນຮ່າງເອກະສານ ທັງ 3 ສະບັບ, ປະກອບສ່ວນສໍາຄັນເຮັດໃຫ້ກອງປະຊຸມໃຫຍ່ ຂອງພັກເຮົາ ທີ່ຈະດໍາເນີນໃນຕໍ່ໜ້ານີ້ ກາຍເປັນກອງປະຊຸມແຫ່ງການສັງລວມໝາກຜົນ ດ້ານທິດສະດີ ແລະ ພຶດຕິກໍາ ຂອງພັກເຮົາ.