ທ່ານ ສອນໄຊ ສີພັນດອນ ຕອ້ນຮັບ ທ່ານ ອິມ ມູຮົງ (Mr. Im Moohong) ເອກອັກຄະລັດຖະທູດ ແຫ່ງສາທາລະນະລັດ ເກົາຫລີ ປະຈຳ ສປປ ລາວ

Mar 19, 2021 | ການເຄື່ອນໄຫວ

ໃນຕອນບ່າຍຂອງວັນທີ 4 ມີນາ 2021 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ແຜນການ ແລະການລົງທຶນ ໄດ້ຕອ້ນຮັບ ທ່ານ ອິມ ມູຮົງ (Mr. Im Moohong) ເອກອັກຄະລັດຖະທູດ ແຫ່ງສາທາລະນະລັດ ເກົາຫລີ ປະຈຳ ສາທາລະນະລັດປະຊາທິໄຕປະຊາຊົນລາວ ໃນໂອການທີ່ມາຮັບການທູດໃໝ່ຢູ່ທີ່ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ເຊິ່ງມີສຳນັກງານການທູດຢູ່ທີ່ນະຄອນຫຼວງວຽງຈັນ ທ່ານສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍ ແລະຕີລາຄາສູງທີ່ມາຮັບໜ້າທີ່ໃໝ່ໃນຄັ້ງນີ້ ພ້ອມທັງແຈ້ງການພັດທະນາພື້ນຖານໂຄງລ່າງໃຫ້ແກ່ທ່ານທູດຊາບ ໂດຍສະເພາະວຽກງານການລົງທຶນຢູ່ລາວ ພ້ອມກັນນີ້ກໍ່ສະແດງຄວາມຂອບໃຈຕໍ່ລັດທະບານ ແລະປະຊາຊົນເກົາຫລີທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ລາວໃນໄລຍະປີຜ່ານມາ ພ້ອມທັງເຊີນຊວນບັນດານັກທຸລະກິດຂອງສາທະລະນະລັດເກົາຫລີເຂົ້າມາລົງທຶນຢູ່ລາວໃຫ້ຫຼາຍຂື້ນ ເພະລາວຍັງມີຫຼາຍທ່າແຮງໃຫ້ແກ່ນັກລົງທຶນເຂົ້າມາລົງທຶນ.

ເວລາຕໍ່ມາທ່ານ ສອນໄຊສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງ ແຜນການ ແລະການລົງທຶນ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ນາງ ໂຟຼຣອງ ຊ່ອງບຼອງ-ຣິດສະເລ່ (Florence JEANBLANC-RISLER) ເອກອັກຄະລັດຖະທູດ ແຫ່ງ ສ. ຟຣັ່ງເສດ ຄົນໃໝ່ປະຈຳລາວ ເຊິ່ງມີສຳນັກງານສະຖານທູດຕັ້ງຢູນະຄອນຫຼວງວຽງຈັນ ໂອກາດນີ້ທ່ານ ຮອງນາຍົກລັດຖະມົນຕີ ໄດ້ກາຍສະແດງຄວາມຍີນດີທີ່ໄດ້ມາປະຕິບັດໜ້າທີ່ການທູດໃໝ່ຢູ່ລາວ ເຊິ່ງໃນໄລຍະທີ່ຜ່ານມາການຮ່ວມມືລະຫວ່າງສອງປະເທດໄດ້ຮັບການຮ່ວມມືດີຂື້ນເປັນກ້າວໆ ຜ່ານມາລັດຖະບານ ແລະປະຊາຊົນຟຣັ່ງກໍ່ໄດ້ໃຫ້ການຊ່ວຍເຫຼືອແກ່ລາວໃນຫຼາຍດ້ານເພື່ອພັດທະນາພື້ນຖານໂຄງລ່າງຂອງລາວ ໂດຍສະເພາະວຽກງານການລົງທຶນຂອງລາວໃຫ້ແກ່ທ່ານທູດຮັບຊາບນຳອີກ.