ທ່ານ ສອນໄຊ ສີພັນດອນ ຢ້ຽມຢາມ ໂຄງການຂຸດຄົ້ນ ແລະ ປຸ່ງແຕ່ງແຮ່ຄຳ ຢູ່ແຂວງຫລວງພະບາງ

Aug 11, 2021 | ການເຄື່ອນໄຫວ

ໃນວັນທີ 2 ສິງຫາ 2021, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ແລະ ອຳນາດການປົກຄອງແຂວງຫລວງພະບາງ ໄດ້ລົງຢ້ຽມຢາມ ໂຄງການຂຸດຄົ້ນ ແລະ ປຸ່ງແຕ່ງແຮ່ຄຳ ຢູ່ບ້ານຜາປົ່ນ ເມືອງປາກອູ ແຂວງຫລວງພະບາງ ເພື່ອຊຸກຍູ້ ແລະ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດວຽກງານ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບນະໂຍບາຍຂອງລັດຖະບານ.

ໂຄງການດັ່ງກ່າວ ລົງທຶນໂດຍ ກຸ່ມບໍລິສັດ ທຽນຈິນຫົວຄານ ບໍ່ແຮ່ (ລາວ) ຈຳກັດ ລວມມູນຄ່າທັງໝົດ 72 ລ້ານໂດລາສະຫະລັດ, ໂດຍໄດ້ເຊັນສັນຍາຊອກຄົ້ນ-ສຳຫລວດແຮ່ຄຳ ກັບລັດຖະບານລາວ ໃນປີ 2008, ຫລັງຈາກນັ້ນ ກໍໄດ້ເລີ່ມດຳເນີນການຊອກຄົ້ນ-ສຳຫລວດ ແລະ ໄດ້ເຊັນສັນຍາຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ ກັບລັດຖະບານ ໃນປີ 2015 ໃນເນື້ອທີ່ທັງໝົດ 600 ເຮັກຕາ ໂດຍມີອາຍຸສໍາປະທານ 13 ປີ.ໃນທ້າຍປີ 2016, ການກໍ່ສ້າງບໍ່ແຮ່ໄດ້ສຳເລັດສົມບູນ ແລະ ໄດ້ເຂົ້າສູ່ຂັ້ນຕອນທົດລອງການຜະລິດ. ນັບແຕ່ປີ 2017 ຫາ ເດືອນມິຖຸນາ 2021, ບໍລິສັດຜະລິດໂລຫະຄໍາໄດ້ທັງໝົດ 2,6 ໂຕນ ແລະ ໄດ້ຈ່າຍພັນທະອາກອນໃຫ້ແກ່ລັດຖະບານ 15,2 ລ້ານໂດລາສະຫະລັດ ແລະ ຄ່າພັນທະການເງິນໃຫ້ແກ່ລັດ 1,2 ລ້ານໂດລາສະຫະລັດ. ພ້ອມກັນນັ້ນ, ກໍໄດ້ປະກອບສ່ວນໃນການພັດທະນາຂອງສັງຄົມ ໂດຍໄດ້ສ້າງຕາຂ່າຍໄຟຟ້າໃຫ້ກັບປະຊາຊົນບ້ານອ້ອມຂ້າງໂຄງການ, ສ້າງຖະໜົນຫົນທາງ ກໍ່ສ້າງນຳ້ລິນເຂົ້າບ້ານຈັດສັນ ແລະ ຊ່ວຍເຫລືອພະແນກການທີ່ກ່ຽວຂ້ອງຕ່າງໆ ລວມປະມານ 1,15 ລ້ານໂດລາສະຫະລັດ, ພ້ອມທັງສ້າງວຽກເຮັດງານທຳໃຫ້ກັບປະຊາຊົນລາວ ຈຳນວນ 254 ຄົນ.ເຖິງແນວໃດກໍ່ຕາມ, ການຈັດຕັ້ງວຽກງານຍົກຍ້າຍປະຊາຊົນທີ່ຖືກຜົນກະທົບ ຈຳນວນ 83 ຄອບຄົວ ແລະ ມີ 14 ຄອບຄົວທີ່ຍ້າຍໄປເຮືອນຫລັງໃໝ່, ເຖິງຢ່າງໄດ້ກໍ່ຕາມໂຄງການດັ່ງກ່າວ ຍັງມີຄວາມຫລ້າຊ້າ ແລະ ບໍ່ໄປຕາມແຜນ, ເນື່ອງຈາກໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19.

ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍບໍລິສັດ ໃນການຈັດຕັ້ງປະຕິບັດໂຄງການທີ່ຖືກຕ້ອງ ແລະ ໄປຕາມຂັ້ນຕອນຂອງການພັດທະນາ, ພ້ອມກັນນັ້ນ ກໍໄດ້ຊີ້ນຳໂຄງການເອົາໃຈໃສ່ຮີບຮ້ອນແກ້ໄຂບັນຫາທີ່ຍັງຄົງຄ້າງໃຫ້ສຳເລັດ ໂດຍສະເພາະການຍົກຍ້າຍປະຊົນທີ່ໄດ້ຮັບຜົນກະທົບ ແລະ ໃຫ້ຄົ້ນຄວ້ານຳໃຊ້ແຮງງານລາວຢູ່ໃນໂຄງການໃຫ້ຫລາຍຂຶ້ນ ຫລື ໃຫ້ບັນລຸເຖິງ 90% ໂດຍໃຫ້ບູລິມະສິດພິເສດແກ່ຄອບຄົວທີ່ໄດ້ຮັບຜົນກະທົບ, ພ້ອມໃຫ້ເອົາໃຈໃສ່ຈັດສັນອາຊີບທີ່ໝັ້ນຄົງໃຫ້ກັບປະຊາຊົນທີ່ໄດ້ຮັບຜົນກະທົບ ເປັນຕົ້ນແມ່ນການສົ່ງເສີມການຜະລິດເປັນສິນຄ້າ ເພື່ອສະໜອງໃຫ້ກັບໂຄງການ.