ທ່ານ ສອນໄຊ ສີພັນດອນ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ

Aug 11, 2021 | ການເຄື່ອນໄຫວ

ໃນວັນທີ 01 ສິງຫາ 2021, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ ເພື່ອພົບປະ, ໂອ້ລົມ ແລະ ຊີ້ນຳການຈັດຕັ້ງປະຕິບັດວຽກງານຈຸດສຸມຈຳນວນໜຶ່ງ, ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງ ແຂວງອຸດົມໄຊ ໄດ້ລາຍງານ ສະພາບທີ່ພົ້ນເດັ່ນຂອງແຂວງ ໂດຍຫຍໍ້ໃຫ້ ເປັນຕົ້ນແມ່ນ: ວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19, ການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະ 6 ເດືອນຕົ້ນປີ 2021, ທິດທາງແຜນການ ແລະ ວຽກງານຈຸດສຸມ 6 ເດືອນທ້າຍປີ, ແຜນພັດທະນາຢູ່ເມືອງນາໝໍ້ ເພື່ອສ້າງເປັນຕົວເມືອງໃຫຍ່ ແລະ ທັນສະໄໝ, ການສະໜັບສະໜູນ, ການອໍານວຍຄວາມສະດວກ ແລະ ແກ້ໄຂບັນຫາຕ່າງໆ ທີ່ຕິດພັນກັບໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ, ການແກ້ໄຂຜົນກະທົບຈາກໄພພິບັດ ແລະ ໄພທຳມະຊາດ, ລວມທັງບັນຫາຄົງຄ້າງຕ່າງໆ ທີ່ຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່.

ທ່ານ ສອນໄຊ ສີພັນດອນ ໂດຍຕາງໜ້າໃຫ້ຄະນະພັກ, ຄະນະນຳ ສະແດງຄວາມຊົມເຊີຍ    ມາຍັງຄະນະນຳແຂວງອຸດົມໄຊ ກໍຄືບັນດາຂະແໜງການຕ່າງໆ ທີ່ໄດ້ພ້ອມກັນເອົາໃຈໃສ່ບຸກບືນ ແລະ ສືບຕໍ່ພັດທະນາວຽກງານດ້ານຕ່າງໆ ຈົນໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ ແລະ ມີທ່າກ້າວຂະຫຍາຍຕົວ. ແຕ່ເຖິງແນວໃດກໍດີ, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງມາຍັງການນຳແຂວງອຸດົມໄຊ ກໍຄືທຸກພາກສ່ວນທີ່ກ່ຽວຂ້ອງ ໃຫ້ສືບຕໍ່ເອົາໃຈໃສ່ປຶກສາຫາລືໃນການຈັດຕັ້ງປະຕິບັດ ແລະ ແກ້ໄຂບັນຫາທີ່ຄົງຄ້າງເປັນຕົ້ນແມ່ນ ບັນຫາຢາເສບຕິດ ແລະ ເອົາໃຈໃສ່ ການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ມີຜົນສຳຕາມລະດັບຄາດໝາຍ ພ້ອມດ່ຽວກັນຍັງໄດ້ລົງໄປຢ້ຽມຢາມໂຄງການກໍ່ສ້າງສະຖານີລົດໄຟເມືອງງາ ຢູ່ແຂວງອຸດົມໄຊ ແລະ ສະຖານີລົດໄຟຫລວງພະບາງ ເພື່ອຊຸກຍູ້ວຽກງານກໍ່ສ້າງໃຫ້ໄປຕາມາດຕະຖານ ແລະ ສຳເລັດຕາມຄາດ ໝາຍທີ່ວາງໄວ້. ທ່ານຮອງນາຍົກລັດຖະມົນຕີ ໄດ້ມອບເງິນ ຈຳນວນ 130 ລ້ານກີບ ໃຫ້ແຂວງອຸດົມໄຊ ເຊິ່ງໃຫ້ກຽດຕາງໜ້າຮັບໂດຍ ທ່ານ ບຸນຄົງ ຫລ້າຈຽມພອນ ເພື່ອເປັນທຶນສົມທົບປະກອບສ່ວນນຳໃຊ້ເຂົ້າໃນການແກ້ໄຂວຽກງານທີ່ຈຳເປັນ ແລະ ຮີບດ່ວນ ພາຍໃນແຂວງໃນຕໍ່ໜ້າ.