ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ລົງຢ້ຽມຢາມຄ້າຍຄຸມຂັງ ຕານປ່ຽວ

Sep 21, 2020 | ການເຄື່ອນໄຫວ

ໃນຕອນເຊົ້າຂອງວັນທີ 16 ກັນຍາ 2020 ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກຳມະການ ອະໄພຍະໂທດລະດັບຊາດ ລົງພົບປະຢ້ຽມຢາມຄ້າຍຄຸມຂັງ ຕານປ່ຽວ ກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ, ຕ້ອນຮັບໂດຍ ພົຕ ປອ ສົມຫວັງ ທຳມະສິດ ຮອງລັດຖະມົນຕີ ກະຊວງ ປກສ, ມີຄະນະກົມ ແລະ ພະນັກງານ-ນັກຮົມ ພາຍໃນຄ້າຍເຂົ້າຮ່ວມ. ນອກຈາກນີ້, ທ່ານ ສອນໄຊ ສີພັນດອນ ຍັງໄດ້ຢ້ຽມຢາມນັກໂທດທີ່ທຳການຜະລິດ ເຊັ່ນ: ສານຕິບເຂົ້າ, ແກະສະຫຼັກ, ຜະລິດດິນບ໋ອກ, ຝຶກການກໍ່ສ້າງ, ຕ່ຳຫູກ, ຕັດຫຍິບເສື້ອຜ້າ ແລະ ຜະລິດຕະພັນອື່ນໆ ເຊິ່ງຜະລິດຕະພັນທີ່ນັກໂທດຜະລິດໄດ້ນັ້ນ ທາງຄ້າຍໄດ້ສົ່ງອອກຂາຍຕາມທ້ອງຕະຫຼາດ ເພື່ອເປັນການສ້າງລາຍຮັບແກ້ໄຂຊີວິດການເປັນຢູ່ໃຫ້ແກ່ນັກໂທດ ແລະ ສ້າງໃຫ້ເຂົາເຈົ້າມີອາຊີບ ພາຍຫຼັງທີ່ພົ້ນໂທດອອກສູ່ສັງຄົມ. ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ໂອ້ລົມໃຫ້ຄະນະພັກ-ຄະນະບັນຊາກົມຕຳຫຼວດຄຸມຂັງ-ດັດສ້າງ ຈົ່ງເພີ່ມທະວີການຊີ້ນຳ-ນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ ຕໍ່ວຽກງານອະໄພຍະໂທດ, ເພີ່ມທະວີຍົກສູງຄວາມຮັບຜິດຊອບຕໍ່ວຽກງານຂອງຕົນ ໃນການປະຕິບັດໜ້າທີ່ວຽກງານຄຸ້ມຄອງສະຖານທີ່ຄ້າຍຄຸມຂັງ ແລະ ປະຕິບັດຫຼັກການປະສານສົມທົບເພື່ອໃຫ້ສອດຄ່ອງຕາມລະບຽບ, ກົດໝາຍທີ່ໄດ້ກຳນົດໄວ້.