ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກຜທ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງໄຊຍະບູລີ ຄັ້ງທີ VII

Sep 12, 2020 | ການເຄື່ອນໄຫວ

ໃນວັນທີ 8-9 ກັນຍາ 2020 ທ່ານ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງໄຊຍະບູລີ ຄັ້ງທີ VII ມີບັນດາສະຫາຍຜູ້ແທນຈາກຫ້ອງວ່າການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ ແລະ ຄະນະກວດກາສູນກາງພັກ, ບັນດາສະຫາຍອະດີດການນໍາແຂວງ, ນັກປະຕິວັດອາວຸຸຸໂສ, ຜູ້ຊົງຄຸນວຸດທິ, ການໜ້າກອງພົນທະຫານຮາບທີ 2, ທີ 3, ບັນດາສະຫາຍຜູ້ແທນສົມບູນຕາງໜ້າໃຫ້ສະມາຊິກພັກໃນທົ່ວແຂວງ ເຂົ້າຮ່ວມ 300 ກວ່າທ່ານ.

ກອງປະຊຸມໃນຄັ້ງນີ້ເຫັນດີເປັນເອກະພາບເລືອກເອົາ ສະຫາຍ ພົງສະຫວັນ ສິດທະວົງ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ເພັງນິລັນ ຄຳພັນເພັງ ເປັນຮອງເລຂາພັກແຂວງ, ສະຫາຍ ດວງຕາ ໄຊວຸດ ເປັນຮອງເລຂາພັກແຂວງ ແລະ ສະຫາຍ ສົມຫວັງ ແກ້ວວິໄລສັກ ເປັນປະທານກວດກາພັກແຂວງ ພ້ອມດ້ວຍຄະນະສາມສະຫາຍ.

ໃນໂອກາດດຽວກັນນີ້ ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ສະແດງຄວາມຊົມເຊີຍຕໍ່ກອງປະຊຸມໃຫຍ່ ພ້ອມທັງໃຫ້ຄໍາໂອ້ລົມຕໍ່ຄະນະບໍລິຫານງານພັກແຂວງຊຸດໃໝ່ ເພື່ອຫັນເອົາມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ເປັນແຜນງານໂຄງການ ແລະ ສ້າງເປັນນິຕິກຳລະອຽດ ເພື່ອຈັດຕັ້ງປະຕິບັດ ແລະ ເຊື່ອມຊຶມ, ຕັ້ງໜ້າປຸກລະດົມທຸກກຳລັງແຮງຂອງປວງຊົນໃຫ້ເຂົ້າຮ່ວມໃນການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງໄຊຍະບູລີ ໃຫ້ບັນລຸຜົນສຳເລັດຕາມຄາດໝາຍທີ່ວາງໄວ້.