ທ່ານ ສອນໄຊ ສີພັນດອນ ເຂົ້າຮ່ວມເປີດງານມະຫາກຳ ສີມືຫັດຖະກຳລາວ ປະຈໍາປີ 2020

Oct 15, 2020 | ການເຄື່ອນໄຫວ

ໃນຕອນແລງຂອງວັນທີ 12 ຕຸລາ 2020, ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ໄດ້ມີພິທີເປີດງານມະຫາກຳ ສີມືຫັດຖະກຳລາວ ຄັ້ງທີ 19 ປະຈໍາປີ 2020, ພາຍໃຕ້ຄຳຂວັນ “ສີໄມ້ລາຍມື ຄືອຸທິຍານແຫ່ງການທ່ອງທ່ຽວ ຕາມຮອຍປູ່ຍ່າຕາຍາຍ” ໂດຍການເປັນປະທານຂອງ ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ໂດຍໄມີທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ. ສໍາລັບງານໃນຄັ້ງນີ້, ມີສິນຄ້າຫັດຖະກຳໃຫ້ຢ້ຽມຊົມ ແລະ ຈໍາໜ່າຍ ຫຼາຍກວ່າ 200 ຮ້ານຈາກທົ່ວປະເທດ ເປັນຕົ້ນ: ເຄື່ອງຫັດຖະກຳຜ້າໄໝ, ຜ້າຝ້າຍພື້ນເມືອງ, ເຄື່ອງເງິນ, ວັດຖຸມີຄ່າ, ເຄື່ອງທອງເຫຼືອງ, ເຄື່ອງປັ້ນດິນເຜົາ, ເຄື່ອງຈັກສານຈາກໄມ້ປ່ອງ, ຫວາຍ ແລະ ເຄື່ອງຊົນເຜົ່າ. ງານໃນຄັ້ງນີ້ຈະດຳເນີນໄປຈົນຮອດວັນທີ 18 ຕຸລາ 2020.