ທ່ານ ສອນໄຊ ສີພັນດອນ ເປັນປະທານກອງປະຊຸມສຸກເສີນ ຂອງຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ ເພື່ອຕອບໂຕ້ໄພພິບັດນໍ້າຖ້ວມ ທີ່ກຳລັງເກີດຂຶ້ນຢູ່ບັນດາແຂວງ ພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ

Oct 21, 2020 | ການເຄື່ອນໄຫວ

ໃນວັນທີ 20 ຕຸລາ 2020 ທີ່ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມສຸກເສີນ ຂອງຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ ເພື່ອປຶກສາຫາລືກ່ຽວກັບ ມາດຕະການຕອບໂຕ້ຕໍ່ໄພພິບັດນໍ້າຖ້ວມ ທີ່ກຳລັງເກີດຂຶ້ນຢູ່ບັນດາແຂວງ ພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກໍາມະການຄຸ້ມຄອງໄພພິບັດແຫ່ງຊາດ. ກອງປະຊຸມໃນຄັ້ງນີ້ມີບັນດາທ່ານຮອງລັດຖະມົນຕີ, ຮອງປະທານ ແລະ ຄະນະກຳມະການຄຸ້ມຄອງໄພພິບັດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ພ້ອມນັ້ນ ຍັງມີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ຈາກ ແຂວງ ສະຫວັນນະເຂດ ແລະ ແຂວງ ອັດຕະປຶ ເຂົ້າຮ່ວມ ໂດຍຜ່ານລະບົບກອງປະຊຸມທາງໄກ.