ທ່ານ ສອນໄຊ ສີພັນດອນ ເປັນປະທານກອງປະຊຸມພາຍໃນຄົບຄະນະກໍາມະທິການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ວິທະຍາສາດ-ເຕັກນິກ ລາວ-ຣັດເຊຍ

Oct 7, 2020 | ການເຄື່ອນໄຫວ

ໃນຕອນບ່າຍຂອງວັນທີ 6 ຕຸລາ 2020 ທີ່ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມພາຍໃນຄົບຄະນະກໍາມະທິການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ວິທະຍາສາດ-ເຕັກນິກ ລາວ-ຣັດເຊຍ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ປະທານຄະນະກຳມາທິການຮ່ວມມື ລາວ-ຣັດເຊຍ ແລະ ແຂກທີ່ເຂົ້າຮ່ວມຕາງໜ້າຈາກກະຊວງຕ່າງໆ ເປັນຕົ້ນ ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ຕາງໜ້າຈາກບັນດາກະຊວງຂະແໜງການທີ່ກ່ຽວຂ້ອງ.

ໃນກອງປະຊຸມເຈລະຈາຄັ້ງນີ້, ຈະໄດ້ປຶກສາຫາ ແລະ ພ້ອມກັນກວດກາຄືນບັນດາວຽກງານການຮ່ວມມືລາວ-ຣັດເຊຍ ໃນໄລຍະຜ່ານມາໄດ້ມີຄວາມຄືບໜ້າຄືແນວໄດ ລວມທັງແຜນການຮ່ວມມືໃນຕໍ່ໜ້າ ເພື່ອຍາດແຍ່ງການຮ່ວມມືກັບຝ່າຍຣັດເຊຍ ແລກປ່ຽນຄວາມຄິດເຫັນ ເພື່ອເປັນຂໍ້ມູນໃນການປຶກສາຫາລືກັບຝ່າຍຣັດເຊຍ ເພື່ອຜົນປະໂຫຍດອັນລວມມາໃຫ້ ສປປ ລາວ ໃນການສ້າງສາພັດທະນາປະເທດຊາດ.

ປະຈຸບັນ ການຮ່ວມມືລະຫວ່າງ ສປປ ລາວ ແລະ ສະຫະພັນຣັດເຊຍ ໄດ້ມີສາຍພົວພັນການທູດຄົບຮອບ 60 ປີ ເຊິ່ງໃນໂອກາດນີ້ ທາງສະຖານທູດຣັດເຊຍ ປະຈໍາ ສປປ ລາວ ຈະໄດ້ຈັດພິທີສະເຫລີມສະຫລອງສາຍພົວພັນດັ່ງກ່າວ ໃນວັນທີ 7 ຕຸລາ 2020 ແລະ ຈະເຊີນການນໍາຂອງແຕ່ລະກະຊວງຂະແໜງການເຂົ້າຮ່ວມ, ພ້ອມດຽວກັນນີ້ ທັງສອງຝ່າຍເຫັນດີຍົກລະດັບການຮ່ວມມືສອງຝ່າຍ ເປັນການຮ່ວມມືຍຸດທະສາດຮອບດ້ານ.

ມາຮອດປະຈຸບັນການຮ່ວມມືລະຫວ່າງ ສປປ ລາວ ແລະ ຣັດເຊຍ ແມ່ນຢູ່ໃນໄລຍະການຜັນຂະຫຍາຍຜົນຂອງກອງປະຊຸມຄະນະກໍາມະທິການຮ່ວມດ້ານເສດຖະກິດ-ການຄ້າ ແລະ ວິທະຍາສາດ-ເຕັກນິກ ລາວ-ຣັດເຊຍ ຄັ້ງທີ່ 15 ທີ່ຈັດຂື້ນໃນວັນທີ 8-9 ກໍລະກົດ 2019 ທີ່ມົດສະກູ, ສ. ຣັດເຊຍ. ເຊິ່ງກວມເອົາການພົວພັນຮ່ວມມືໃນຂົງເຂດຕ່າງໆເຊັ່ນ: 1. ການຄ້າ ແລະ ການລົງທຶນ, 2.     ອຸດສາຫະກໍາ ແລະ ການຄ້າ, 3. ພະລັງງານ ແລະ ບໍ່ແຮ່, 4.         ຂໍ້ມູນຂ່າວສານ,ໂທລະຄົມມະນາຄົມ-ເທັກໂນໂລຢີ ແລະ ການສື່ສານມວນຊົນ, 5. ວິທະຍາສາດ ແລະ ການສຶກສາ, 6. ສາທາລະນະສຸກ ແລະ 8. ວັດທະນາທໍາການທ່ອງທ່ຽວ ແລະ ວຽກງານອື່ນໆ ທີ່ປິ່ນອ້ອມ. ໃນນັ້ນ, ການຮ່ວມມືທີ່ຜົ້ນເດັ່ນແມ່ນການຮ່ວມມື ລະຫວ່າງ ກະຊວງການຕ່າງປະເທດ, ທະນາຄານແຫ່ງ ສປປ ລາວ ແລະ ບໍລິສັດ MK-SP Ltd ໃນໂຄງການຜະລິດ ອີປາດສະປໍ, ພີມພັນທະບັດ ແລະ ການຮ່ວມມືໃນຂົງເຂດການສຶກສາ ເຫັນວ່ານັບແຕ່ປີ 2010 ມາເຖິງປະຈຸບັນ ໄດ້ມີນັກສຶກສາລາວ ໄປຮຽນຢູ່ ສະຫະພັນຣັດເຊຍມີ 283 ຄົນ, ຍິງ 109 ຄົນ, ນອກນັ້ນ, ຍັງໄດ້ເປີດສອນພາສາຣັດເຊຍຢູ່ສູນວິທະຍາສາດ ແລະ ວັດຖະນາທໍາລາວ-ຣັດເຊຍ ຢູ່ນະຄອນຫລວງວຽງຈັນ.