ທ່ານ ສອນໄຊ ສີພັນດອນ ເປັນປະທານ ກອງປະຊຸມດຳເນີນ ຊີວິດການເມືອງຂອງ ຄະນະພັກ ກະຊວງ ໂຍທາທິການ ແລະ ຂົນສົ່ງ ສະໄໝທີ IV

Sep 21, 2020 | ການເຄື່ອນໄຫວ

ໃນວັນທີ 21-22 ກັນຍາ 2020 ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໃຫ້ກຽດເປັນປະທານ ກອງປະຊຸມ ດຳເນີນຊີວິດການເມືອງຂອງຄະນະພັກ ກະຊວງໂຍທາທິການ ແລະ ຂົນສົ່ງ ສະໄໝທີ IV. ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຕໍ່ ຄະນະບໍລິຫານງານພັກ ຕະຫຼອດຮອດ ສະມາຊິກພັກ ທົ່ວຂະແໜງ ໂຍທາທິການ ແລະ ຂົນສົ່ງ ທີໄດ້ເອົາໃຈໃສ່ໃນການປະຕິບັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ. ທ່ານ ສອນໄຊ ສີພັນດອນ ໄດ້ໃຫ້ທິດຊີ້ນໍາແກ່ ບັນດາສະຫາຍ ຄະນະປະຈຳພັກ ແລະ ຄະນະພັກກະຊວງ ຈົ່ງເຊີດຊູ ແລະ ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ພ້ອມກັນສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ມີເຫດມີຜົນຕໍ່ຮ່າງ ບົດສຳຫຼວດການນຳພາລວມຂອງຄະນະພັກກະຊວງ ແລະ ການປະກອບຄຳເຫັນຕໍ່ບົດສຳຫຼວດຂອງບຸກຄົນໃນຄະນະພັກກະຊວງ ໃຫ້ຖືກກັບສະພາບຕົວຈິງ ພ້ອມກັນຊອກໃຫ້ເຫັນດ້ານຕັ້ງໜ້າທີ່ພົ້ນເດັ່ນ ແລະ ຈຸດອ່ອນຂໍ້ຄົງຄ້າງ ເພື່ອນຳໄປປັບປຸງຄົ້ນຄວ້າແກ້ໄຂ ເຊິ່ງອັນນີ້ແມ່ນຫຼັກການ, ອຸດົມການ ແລະ ມູນເຊື້ອທີ່ດີຂອງພັກເຮົາ ທີ່ໄດ້ຈັດຕັ້ງ ປະຕິບັດຕະຫຼອດມາ, ເພື່ອສ້າງໃຫ້ພັກເຮົາມີຄວາມປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ.