ທ່ານ ສອນໄຊ ສີພັນດອນ ເປັນປະທານ ກອງປະຊູມຄົບຄະນະ ຄັ້ງ 12 ຂອງຄະນະຊີ້ນຳໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ

Jan 19, 2022 | ການເຄື່ອນໄຫວ

ໃນວັນທີ 14 ມັງກອນ 2022 ທີ່ ກະຊວງແຜນການ ແລະ ລົງທຶນ  ໄດ້ມີການຈັດກອງປະຊຸມໃນຮູບແບບທາງໄກ ເຊິ່ງກອງປະຊຸມດັ່ງກ່າວແມ່ນກອງປະຊຸມຄົບຄະນະ ຄັ້ງ 12 ຂອງຄະນະຊີ້ນຳໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໂດຍການເປັນປະທານ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ຫົວໜ້າຄະນະຊີ້ນຳໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແລະ ມີຄະນະຊີ້ນຳໂຄງການກໍ່ສ້າງທາງລົດໄຟລາວ-ຈີນ, ຮອງລັດຖະມົນຕີຂອງບັນດາກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ.

 

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນ ການສະຫຼຸບການຈັດຕັ້ງປະຕິບັດ ວຽກງານພົ້ນເດັ່ນຕາມການຊີ້ນໍາຂອງລັດຖະບານ ແລະ ຫົວໜ້າຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ນຳ ຜົນປະໂຫຍດໃຫ້ແກ່ ສອງຊາດລາວ-ຈີນ ຈຶ່ງສະເໜີການເຊື່ອມຈອດທາງລົດໄຟລາວ-ຈີນ ແລະ ທາງລົດໄຟລາວ-ໄທ ຜ່ານທ່າບົກທ່ານາແລ້ງ (Dry port) ແລະ ມີການບໍລິການຮ່ວມກັນ ເຊິ່ງໃນກອງປະຊຸມໄດ້ຮັບຟັງການລາຍງານບັນດາໜ້າວຽກຕ່າງໆຄື: (1) ສະຫຼຸບຕີລາຄາການຈັດຕັ້ງປະຕິບັດໂຄງການຮອດ 31 ທັນວາ 2021 ແລະ ແຜນການປີ 2022; (2) ສະຫຼຸບການຈັດຕັ້ງປະຕິບັດ 66 ໜ້າວຽກເລັ່ງດ່ວນ ຂອງໂຄງການ (Check list); (3) ສະການຈັດຕັ້ງປະຕິບັດ 5 ໜ້າວຽກເລັ່ງດ່ວນ(ເສັ້ນທາງເຂົ້າສະຖານີ, ລະບົບໄຟຟ້າ, ນໍ້າປະປາ, ໂທລະຄົມ ແລະ ອຸປະກອນກວດກາດ່ານຊາຍແດນ); (4) ລາຍງານບັນດາສະພາບ ແລະ ເຫດການທີ່ເກີດຂຶ້ນໃນຊ່ວງບໍລິການແລ່ນລົດໄຟ ທີ່ຕິດພັນກັບການຮັກສາຄວາມປອດໄພ ຕາມທາງໄລໄຟລາວ-ຈີນ; (5) ລາຍງານກ່ຽວກັບວຽກງານປ້ອງກັນ ແລະ ຮັກສາຄວາມປອດໄພຕາມສະຖານີ ແລະ ຈຸດຕ່າງໆຕາມແລວທາງລົດໄຟ ພາຍຫຼັງເປີດບໍລິການ; (6) ລາຍງານບັນດາໜ້າວຽກຄ້າງຄາ ທີ່ຈະແກ້ໄຂ ທີ່ໄດມີບົດບັນທຶກລະຫວ່າງຄະນະກວດກາຄວາມພ້ອມກ່ອນການເປີບໍລິການລົດໄຟລາວ-ຈີນ ກັບ ບໍລິສັດທາງລົດໄຟລາວຈີນ; ( 7) ລາຍງານຄວາມຄືບໜ້າໃນການກວດກາແກ້ໄຂຂໍ້ຂັດແຍ້ງ ລະຫວ່າງຜູ້ຮັບເໜົາຫຼັກຂອງຈີນ ແລະ ຜູ້ຮັບເໜົາຕໍ່ຊ່ວງຂອງລາວ; (8) ການແກ້ໄຂການນຳເຂົ້າແຮງງານຂອງບໍລິສັດ PG ບໍລິການ ແລະ ການແກ້ໄຂຂໍ້ຂັດແຍງພາຍໃນບໍລິສັດທາງລົດໄຟລາວ-ຈີນ.