ທ່ານ ສອນໄຊ ສີພັນດອນ ເປັນປະທານ ກອງປະຊຸມຄະນະຮັບຜິດຊອບຊີ້ນຳຄົ້ນຄວ້າການຫັນຊັບສີນຂອງລັດເປັນທຶນ

Dec 9, 2021 | ການເຄື່ອນໄຫວ

ໃນວັນທີ 22 ພະຈິກ 2021 ທີ່ ກະຊວງແຜນການ ແລະ ລົງທຶນ  ໄດ້ມີ ກອງປະຊຸມຄະນະຮັບຜິດຊອບຊີ້ນຳຄົ້ນຄວ້າການຫັນຊັບສີນຂອງລັດເປັນທຶນ ໃນຮູບແບບທາງໄກ ໂດຍການເປັນປະທ່ານ ຂອງ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ  ແລະ ຕາງໜ້າຈາກທະນາຄານ ແຫ່ງ ສປປ ລາວ, ກະຊວງການເງິນ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງຊັບພະຍາກອນ ແລະ ສີ່ງແວດລ້ອມ, ກະຊວງກະສິກຳ ແລະ ປ່າໄມ້ ກໍ່ໄດ້ເຂົ້າຮ່ວມ.

ກອງປະຊຸມໄດ້ ຮັບຟັງການລາຍງານ ແລະ ປຶກສາຫາລື ປະກອບຄຳເຫັນໃສ່ບາງໜ້າວຽກທີ່ສຳຄັນດັ່ງນີ້: 1. ການຄົ້ນຄວ້າສ້າງດຳລັດວ່າດ້ວຍຫັນຊັບສີນຂອງລັດເປັນທຶນ, 2. ສະພາບການຊັບສີນຂອງລັດເປັນທຶນໃນໄລຍະຜ່ານມາ, 3. ແຜນການຄົ້ນຄວ້າໃນຕໍ່ໜ້າ, 4. ຮ່າງຂໍ້ຕົກລົງແຕ່ງຕັ້ງກອງເລຂາ.