ທ່ານ ສອນໄຊ ສີພັນດອນ ເປັນປະທານກອງປະຊຸມ ສົ່ງເສີມການລົງທຶນ ຢູ່ ສປປ ລາວ

Feb 4, 2022 | ການເຄື່ອນໄຫວ

ໃນວັນທີ 2 ກຸມພາ 2022, ທີ່ໂຮງແຮມຄຣາວພຣາຊາ, ກະຊວງແຜນການ ແລະ ການລົງທຶນ ແລະ ສູນອາຊຽນ-ຍີ່ປຸ່ນ ໄດ້ຈັດກອງປະຊຸມ ສົ່ງເສີມການລົງທຶນ ສປປ ລາວ ຂຶ້ນ, ໂດຍໄດ້ຮັບການຮ່ວມມືຈາກສະພາການຄ້າຍີ່ປຸ່ນ ປະຈໍາ ສປປ ລາວ (JCCIL), ອົງການສົ່ງເສີມການຄ້າຍີ່ປຸ່ນ ປະຈໍານະຄອນຫຼວງວຽງຈັນ  (JETRO) ແລະ ອົງການການເງິນສາກົນປະຈໍາລາວ (IFC).

ກອງປະຊຸມໃນຄັ້ງນີ້ໄດ້ຮັບກຽດກ່າວຄໍາເຫັນເປີດກອງປະຊຸມ ດ້ວຍວີດີໂອບັນທຶກພາບ ຈາກພະນະ        ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ນໍາພາດຳເນີນກອງປະຊຸມໂດຍ ທ່ານ ນາງ ຄໍາຈັນ ວົງແສນບູນ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ,  ຮ່ວມກັບ ທ່ານ ຄູນິຣິໂກະ ຣິລະບາຢາຊິ, ເລຂາທິການໃຫຍ່ສູນອາຊຽນ-ຍີ່ປຸ່ນ. ພ້ອມດ້ວຍຂະແໜງການກ່ຽວຂ້ອງຈາກຝ່າຍລາວ ແລະ ບັນດາວິທສາຫະກິດ, ຜູ້ປະກອບການ, ນັກຄົ້ນຄວ້າ, ນັກສຶກສາ ແລະ ຊື່ມວນຊົນຈາກປະເທດຍີ່ປຸ່ນ ເຂົ້າຮ່ວມຜ່ານລະບົບທາງໄກ ປະມານ 300 ກວ່າຄົນ. ກອງປະຊຸມສົ່ງເສີມການລົງທຶນລາວ ເປັນກິດຈະກໍາໜຶ່ງທີ່ໄດ້ຈັດຂຶ້ນທຸກປີ ທີ່ປະເທດຍີ່ປຸ່ນ ເປັນເວລາສິບກວ່າປີຜ່ານມາແລ້ວ, ເຊິ່ງໃນໄລຍະຜ່ານມາ ແມ່ນການນໍາຂັ້ນສູງຂອງ ສປປ ລາວ ໂດຍສະເພາະ ພະນະ ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ຮ່ວມກັບຂະແໜງການກ່ຽວຂ້ອງ ແລະ ພາກທຸລະກິດຈໍານວນໜຶ່ງ ເດີນທາງໄປປະເທດຍີ່ປຸ່ນ ເພື່ອເຜີຍແຜ່ນະໂຍບາຍດຶງດູດການລົງທຶນຂອງ ສປປ ລາວ ໄປພ້ອມກັບການໂຄສະນາຂົນຂວາຍເອົານັກລົງທຶນຈາກປະເທດຍີ່ປຸ່ນ ມາລົງທຶນໃນ ສປປ ລາວ ໃຫ້ນັບມື້ນັບຫຼາຍຂຶ້ນ. ແຕ່ເນື່ອງຈາກໃນປີ 2019-2021 ຜ່ານມາ ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຈຶ່ງເຮັດໃຫ້ບໍ່ສາມາດເດີນທາງໄປຈັດກິດຈະກໍາດັ່ງທີ່ຜ່ານມາໄດ້. ສະນັ້ນ, ໃນປີນີ້ ຈຶ່ງໄດ້ມີການປັບປ່ຽນຮູບແບບກອງປະຊຸມມາເປັນຮູບແບບກອງປະຊຸມທາງໄກແທນ.

ກອງປະຊຸມຄັ້ງນີ ແມ່ນມີຄວາມໝາຍຄວາມສຳຄັນຢ່າງຍິ່ງຕໍ່ລັດຖະບານລາວ ໃນການເຜີຍແຜ່ຂໍ້ມູນຂ່າວສານທີ່ສຳຄັນຕໍ່ນະໂຍບາຍການລົງທຶນຂອງພາກເອກະຊົນ ໄປຫາບັນດານັກລົງທຶນຍີ່ປຸ່ນໂດຍກົງ. ສໍາລັບຫົວຂໍ້ທີ່ນໍາມາສະເໜີໃນປີນີ້ແມ່ນເນັ້ນໜັກໃຫ້ເຫັນເຖິງບາດກ້າວອັນໃໝ່ໃນຂົງເຂດການພັດທະນາພື້ນຖານໂຄງລ່າງ ຄວາມຕັ້ງໜ້າໃນການປະຕິບັດນະໂຍບາຍຫັນຈາກສະຖານະພາບ ປະເທດບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດກັບພາກພື້ນ ແລະ ສາກົນ. ໂດຍສະເພາະແມ່ນການອຳນວຍຄວາມສະດວກໃນດ້ານພື້ນຖານໂຄງລ່າງຂອງ ສປປ ລາວ ທີ່ໄດ້ເປີດການນໍາໃຊ້ເສັ້ນທາງດ່ວນ, ທາງລົດໄຟຄວາມໄວສູງແຕ່ນະຄອນຫຼວງວຽງຈັນ ຫາ ບໍ່ເຕັນ – ບໍ່ຫານ ຂອງແຂວງຢຸນນານ ສປ.ຈີນ ເຊິ່ງຈະອຳນວຍຄວາມສະດວກໃນການຂົນສົ່ງ ແລກປ່ຽນສິນຄ້າ, ການເດີນທາງທີ່ດີຂຶ້ນ. ລັດຖະບານ ສປປ ລາວ ມີນະໂຍບາຍທີ່ຈະແຈ້ງ ທີ່ຈະພັດທະນາປະເທດຕົນເອງໃຫ້ກາຍເປັນປະເທດທີ່ມີຄວາມສາມາດຮອງຮັບເອົາການລົງທຶນໄດ້ຫຼາກຫຼາຍຮູບແບບ ໂດຍສະເພາະກົນໄກຕ່ອງໂສ້ການຜະລິດ ເພື່ອສ້າງມູນຄ່າເພີ່ມ ແລະ ທັງສາມາດຕອບສະໜອງຄວາມຕ້ອງການທີ່ຈໍາເປັນໃຫ້ແກ່ການລົງທຶນ ເປັນຕົ້ນແມ່ນການເອື້ອອຳນວຍຄວາມສະດວກທາງດ້ານສະຖານທີ່, ລະບົບໂລຈິດສະຕິກ ແລະ ການຂົນສົ່ງສິນຄ້າໃຫ້ມີຄວາມສະດວກວ່ອງໄວ ແລະ ດີຂຶ້ນເປັນກ້າວໆ.

ກອງປະຊຸມໄດ້ຮັບຟັງການບັນຍາຍໃນຫົວຂໍ້ຕ່າງໆ ເປັນຕົ້ນແມ່ນ ການວິເຄາະສະພາບການລົງທຶນຂອງນັກລົງທຶນຍີ່ປຸ່ນ ໃນໄລຍະປີ 2021 ຈາກອົງການ JETRO ວຽງຈັນ, ການອໍານວຍຄວາມສະດວກຂອງເຂດພັດທະນາກວມລວມໄຊເສດຖາ, ເຂດອະນານິຄົມອຸດສາຫະກຳ ວຽງຈັນ-ໂນນທອງ (VITA PARK), ທ່າບົກ ທ່ານາແລ້ງ. ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານກອງປະຊຸມໄດ້ເຊີນຊວນໃຫ້ນັກລົງທຶນຍີ່ປຸ່ນມາລົງທຶນໃນລາວໃຫ້ຫຼາຍຂຶ້ນ, ເຊິ່ງພາກລັດກໍ່ພ້ອມແລ້ວທີ່ຈະໃຫ້ການອຳນວຍຄວາມສະດວກ, ສະໜັບສະໜູນການລົງທຶນຈາກປະເທດຍີ່ປຸ່ນ ແລະ ພ້ອມໃຫ້ການຕ້ອນຮັບການມາທັດສະນະສຶກສາເພື່ອເກັບກຳຂໍ້ມູນການລົງທຶນຢູ່ ສປປ ລາວ. ເຊິ່ງສາມາດປະສານງານມາໄດ້ຫຼາຍຊ່ອງທາງ ເປັນຕົ້ນແມ່ນສະເໜີຫາຫ້ອງການບໍລິການລົງທຶນປະຕູດຽວ, ກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະ ການລົງທຶນ ຫຼື ຜ່ານສະຖານທູດລາວປະຈໍາປະເທດຍີ່ປຸ່ນ, ສະຖານທູດຍີ່ປຸ່ນປະຈໍາລາວ ແລະ ອົງການ JETRO ວຽງຈັນ.