ທ່ານ ແຄນທອງ ສີສຸວົງ ຊຸກຍູ້ການກະກຽມກໍ່ສ້າງ ໂຄງການກໍ່ສ້າງພື້ນຖານໂຄງລ່າງຫຼຸດຜ່ອນຄວາມທຸກຍາກ ຢູ່ ແຂວງ ວຽງຈັນ ແລະ ແຂວງ ຫຼວງພະບາງ

Oct 15, 2020 | ການເຄື່ອນໄຫວ

ໃນວັນທີ 08-10 ຕຸລາ 2020,  ທ່ານ ແຄນທອງ ສີສຸວົງ ຮອງປະທານ ຄະນະກໍາມະການຮ່ວມມືລາວ-ຈີນ ໄດ້ນໍາພາຄະນະ ຈາກ ຫ້ອງການຄະນະກໍາມະການຮ່ວມມືລາວ-ຈີນ ແລະ ຂະແໜງການກ່ຽວຂ້ອງຂອງສູນກາງ ເດີນທາງໄປເຮັດວຽກຢູ່ແຂວງວຽງຈັນ ແລະ ແຂວງຫຼວງຫຼວງພະບາງ, ໂດຍໄດ້ຮັບກຽດຕ້ອນຮັບ ແລະ ຮ່ວມເຮັດວຽກ ຈາກ ທ່ານ ຄໍາພັນ ສິດທິດໍາພາ ເລຂາພັກແຂວງ, ເຈົ້າແຂວງໆວຽງຈັນ ພ້ອມພະແນກການກ່ຽວຂ້ອງຂອງແຂວງ ແລະ ທ່ານ ສຸກັນ ບຸນຍົງ ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆຫຼວງພະບາງ ແລະ ຂະແໜງການກ່ຽວຂ້ອງຂອງແຂວງ.

 

ຈຸດປະສົງແມ່ນເພື່ອຊຸກຍູ້ ແລະ ກະກຽມໃຫ້ແກ່ການເລີ່ມລົງມືກໍ່ສ້າງ ໂຄງການກໍ່ສ້າງພື້ນຖານໂຄງລ່າງຫຼຸດຜ່ອນຄວາມທຸກຍາກ ຢູ່ຊົນນະບົດລາວ ຊຸດທີ 1 ຢູ່ 30 ບ້ານ ໃນແຂວງແຂວງວຽງຈັນ ແລະ ແຂວງຫຼວງພະບາງ, ລວມທັງໝົດ 70 ໂຄງການຍ່ອຍ, ເຊິ່ງປະກອບມີ ການກໍ່ສ້າງລະບົບສະໜອງນໍ້າສະອາດ 17 ໂຄງການ, ສຸກສາລາ 07 ໂຄງການ, ດຶງໄຟຟ້າເຂົ້າບ້ານ ແລະ ເຖິງຄົວເຮືອນ 16 ໂຄງການ ແລະ ຕິດຕັ້ງລະບົບໂທລະພາບດີຈີຕອນຜ່ານດາວທຽມ ໃຫ້ແກ່ 30 ໂຄງການ, ໂດຍມີໄລຍະການກໍ່ສ້າງທັງໝົດ 18 ເດືອນ ແລະ ໄລຍະຮັບປະກັນຄຸນນະພາບ 2 ປີ. ທ່ານ ແຄນທອງ ສີສຸວົງ ໄດ້ແຈ້ງໃຫ້ອົງການປົກຄອງຂອງແຂວງ ຮັບຊາບກ່ຽວກັບສະພາບການກະກຽມເບື້ອງຕົ້ນຂອງໂຄງການ ແລະ ສະເໜີຂໍໃຫ້ການນໍາຂອງແຂວງຊ່ວຍເອົາໃຈໃສ່ຊີ້ນໍາ ຂະແໜງການກ່ຽວຂ້ອງຂອງຕົນ ໃຫ້ການຮ່ວມມືປະສານງານ ແລະ ອໍານວຍສະດວກໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ. ພ້ອມນີ້ ກໍ່ໄດ້ນໍາພາບໍລິສັດທີ່ຊະນະການປະມູນ ຄື: ກຸ່ມບໍລິສັດກໍ່ສ້າງ-ລົງທຶນ ແລະ ຫຸ້ນສ່ວນ ແຂວງຢຸນນານ ຈໍາກັດ ມາແນະນໍາຕໍ່ອຳນາດການປົກຄອງແຂວງ ແນໃສ່ເພື່ອໃຫ້ການຮ່ວມມືໃນການປະຕິບັດໂຄງການຂອງບໍລິສັດໃນຕໍ່ໜ້າ.

ຄະນະໄດ້ຮ່ວມເຮັດວຽກກັບ ການນໍາຂອງທັງສອງແຂວງ ເພື່ອຜັນຂະຫຍາຍຜົນກອງປະຊຸມວຽກງານຮ່ວມມືລາວ-ຈີນ ປະຈໍາປີ 2019-2020 ຕາມແຈ້ງການສະບັບເລກທີ 921/ຫສນຍ, ລົງວັນທີ 28 ສິງຫາ 2020, ໂດຍເນັ້ນໃສ່ການແນະນໍາສະພາບການ ແລະ ກົນໄກການຮ່ວມມື ດ້ານເສດຖິະກິດ, ການຄ້າ ແລະ ເຕັກນິກ ລະຫວ່າງ ລາວ-ຈີນ ໃນປະຈຸບັນ, ຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ຕາມທ່າແຮງທີ່ພົ້ນເດັ່ນຂອງແຂວງ ກັບ ສປ ຈີນ, ລວມທັງຊຸກຍູ້ໃຫ້ຂະແໜງການກ່ຍວຂ້ອງຂອງແຂວງ ໂດຍສະເພາະແມ່ນ ຂະແໜງຮ່ວມມືສາກົນ ຂອງພະແນກແຜນການ ແລະ ການລົງທຶນ ຊ່ວຍເປັນເຈົ້າການ ໃນການສະຫລຸບ-ສັງລວມ ວຽກງານການຮ່ວມມືລະຫວ່າງລາວ-ຈີນ ພາຍໃນແຂວງຕົນ, ເພື່ອປະກອບເປັນເນື້ອໃນປຶກສາຫາລື ໃນກອງປະຊຸມ ຄັ້ງທີ X ຂອງ ຄະນະກຳມະການຮ່ວມມືລາວ-ຈີນ ແລະ ຈີນ-ລາວ ແລະ ກອງປະຊຸມຄັ້ງທີ XI ຂອງຄະນະປະສານງານ ພາກເໜືອ ສປປ ລາວ ກັບ ແຂວງຢຸນນານ ສປ ຈີນ ທີ່ມີແຜນຈະຈັດຂື້ນ ໃນເດືອນ 11/2020 ນີ້. ນອກນັ້ນ, ຍັງໄດ້ລົງຢ້ຽມຢາມໂຄງການທົດລອງຮ່ວມມືແກ້ໄຂຄວາມທຸກຍາກລາວ-ຈີນ ຢູ່ ບ້ານຊຽງລ້ອມ ແຂວງຫຼວງພະບາງ ແລະ ຢ້ຽມຢາມຊົມສະຖານທີ່ໂຄງການຊ່ວຍເຫຼືອລ້າຂອງຈີນຈໍານວນໜຶ່ງ.