ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນ ເປັນປະທານ ກອງປະຊຸມລາຍງານກ່ຽວກັບສະພາບການຮ່ວມມືລະຫວ່າງ ລັດຖະບານ ສປປ ລາວ

Jan 5, 2022 | ການເຄື່ອນໄຫວ

ໃນວັນທີ 17 ທັນວາ 2021 ທີ່ກະຊວງແຜນການ ແລະ ການລົງທຶນໄດ້ກອງປະຊຸມລາຍງານກ່ຽວກັບສະພາບການຮ່ວມມືລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງການ ສປຊ ກອງທຶນສໍາລັບປະຊາກອນ UNFPA ໃນໄລຍະຜ່ານມາ ໄດ້ຮັບກຽດເປັນປະທານໂດຍທ່ານ ປອ ສະຖາບັນດິດອິນຊີຊຽງໃຫມ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ  ຮ່ວມກັບທ່ານ ນາງ ມາລ່ຽມ ເອຄານ ຜູ້ ຕາງຫນ້າອົງການ ສປຊ ກອງທຶນສໍາລັບປະຊາກອນ, ມີ ບັນດາກະຊວງ, ອົງການທີ່ກ່ຽວຂ້ອງເຂົ້າ.

ກອງປະຊຸມດັ່ງກ່າວແມ່ນກອງປະຊຸມລາຍງານກ່ຽວກັບສະພາບການຮ່ວມມືລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງການ ສປຊ ກອງທຶນສໍາລັບປະຊາກອນ UNFPA ໃນໄລຍະຜ່ານມາພ້ອມດ້ວຍແຜນງານຕໍ່ຫນ້າ ແລະ ການສະເຫນີຂໍເຂົ້າຢ້ຽມຂ່ໍານັບຂອງທ່ານຜູ້ຕາງຫນ້າອົງການ ສປຊ ກອງທຶນສໍາລັບປະຊາກອນ ປະຈໍາ ສປປ ລາວ ຕໍ່ທ່ານ ຮອງລັດຖະມົນຕີ, ກະຊວງແຜນການແລະການລົງທຶນ; ການຈັດຕັ້ງປະຕິບັດແຜນງານການຮ່ວມມືລະຫວ່າງລັດຖະບານ ສປປ ລາວ ແລະ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ UNFPA ຮອບວຽນທີ5 ສົກປີ 2017-2021ຖືກສ້າງຕັ້ງ ຂື້ນພາຍໃຕ້ ຂອບແຜນ ພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5ປີ ຄັ້ງທີ VIII ແລະ ຂອບການຮ່ວມມືເພື່ອການພັດທະນາໃນການເປັນຄູ່ຮ່ວມງານທີ່ດີຂອງອົງການສະຫະປະຊາຊາດLaoPDR-UN Partnership Framework (UNPF) ແລ້ວຜັນຂະຫຍາຍມາເປັນແຜນງານການຮ່ວມມື ທີ່ກໍາລັງຈັດຕັ້ງປະຕິບັດຢູ່ໃນປະຈຸບັນ ໂດຍຜ່ານຂະບວນການປຶກສາຫາລື ກັບບັນດາກະຊວງຂະແຫນງການທີ່ກ່ຽວຂ້ອງ (ກະຊວງສາທາລະນະສຸກ, ກະຊວງສຶກສາທິການ ແລະກິລາ, ກະຊວງແຜນການ ແລະການລົງທຶນ, ຄະນະກໍາມາທິການເພື່ອແມ່ ແລະເດັກແຫ່ງຊາດ, ສູນກາງສະຫະພັນແມ່ຍິງລາວ ແລະ ສະພາແຫ່ງຊາດ); ໃນໄລຍະການຈັດຕັ້ງປະຕິບັດແຜນງານຮອບວຽນທີ6(ສົກປີ2017-2021) ທີ່ຜ່ານມາ, ແຜນງານ ດ້ານປະຊາກອນແລະການພັດທະນາເຮົານີ້ ກໍ່ໄດ້ມີການຈັດຕັ້ງປະຕິບັດຫລາຍດ້ານຕໍ່ກັບຂົງເຂດວຽກງານດັ່ງກ່າວ ໂດຍການຮ່ວມມື ແລະ ການສະຫນັບສະຫນູນຈາກຂະແຫນງການ, ໄລຍະຜ່ານມາສໍາລັບແຜນງານ ຂອງພວກເຮົາກໍ່ຍັງ ປະເຊີນກັບສິ່ງທ້າທາຍຕ່າງໆ ໂດຍສະເພາະແມ່ນ ໃນໄລຍະການລະບາດຂອງພະຍາດໂຄວິດ19 ນີ້, ເຊິ່ງເຮັດໃຫ້ ການຈັດຕັ້ງປະຕິບັດວຽກງານທຸກຂົງເຂດມີຄວາມຫຍຸ້ງຍາກ.

ສຳລັບແຜນງານຍຸດທະສາດການຮ່ວມມື ລະ ຫວ່າງ ລັດຖະບານ ສປປ ລາວ ແລະ ອົງການ ສປຊ ກອງທຶນສໍາລັບປະຊາກອນໄລຍະໃຫມ່ ສົກປີ 2022-2026 ນີ້ ແມ່ນຈະໄດ້ສ້າງຂຶ້ນພາຍໃຕ້ ຂອບການຮ່ວມມືການ ພັດທະນາແບບຍືນຍົງ ຂອງອົງການ ສະຫະປະຊາດຊາດ (UNSCDF) ເພື່ອໃຫ້ສອດຄ່ອງກັບແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ່ IX (NSEDP 9) 2021-2025,

ປະຈຸບັນ ລັດຖະບານ ສປປ ລາວ ແລະ ອົງການ ສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ພວມກະກຽມຂະບວນການສ້າງແຜນງານ ຮອບວຽນທີ 7 ສົກປີ 2022-2026, ຊຶ່ງສອດຄ່ອງ ແລະ ຕອບສະຫນອງຕາມຄວາມຕ້ອງການ ແລະ ແຜນບູລິມະສິດຂອງ ສປປ ລາວດ, ລວມທັງຄວາມມຸ່ງຫມັ້ນຕໍ່ ກອງປະຊຸມສາກົນວ່າດ້ວຍປະຊາກອນແລະການພັດທະນາ ICPD25 ທີ່ນະຄອນໄນໂຣບີ, ເພື່ອໃຫ້ກອບແຜນງານ “ນາງນ້ອຍ “ ແລະ ແຜນພັດທະນາແບບຍືນຍົງໄດ້ບັນລຸຕາມເປົ້າຫມາຍປີ 2030, ຈິງຈໍາເປັນຕ້ອງໄດ້ເລັງ ໃສ່ແຜນດໍາເນີນງານວ່າດ້ວຍປະຊາກອນແລະການພັດທະນາເປັນຫຼັກຫມາຍສໍາຄັນ.