ຜູ້ອໍານວຍການທະນາຄານໂລກ ປະຈໍາພາກພື້ນ ພ້ອມດ້ວຍຄະນະ ລົງຢ້ຽມຢາມໂຄງການທີ່ນອນຢູ່ໃນແຜນງານໜຶ່ງດຽວທີ່ມີສ່ວນຮ່ວມຫຼາຍຂະແໜງການ ເພື່ອປັບປຸງວຽກງານໂພຊະນາການຢູ່ 04 ແຂວງພາກເໜືອຂອງ ສປປ ລາວ.

May 16, 2022 | ການເຄື່ອນໄຫວ

ໃນວັນທີ 5 ພຶດສະພາ 2022 ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ຜູ້ຊີ້ນໍາແຜນງານໜຶ່ງດຽວທີ່ມີສ່ວນຮ່ວມຈາກຫຼາຍຂະແໜງການ ໄດ້ຕ້ອນຮັບ ແລະ ຮ່ວມເຮັດວຽກ ກັບ ທ່ານ ນາງ ມາຣຽມ ເຊີແມນ, ຜູ້ອໍານວຍການທະນາຄານໂລກ ປະຈໍາພາກພື້ນ ພ້ອມດ້ວຍຄະນະ ໃນໂອກາດທີ່ ມາຢ້ຽມຢາມ ສປປ ລາວ ໃນລະຫວ່າງວັນທີ 23 ເມສາ – 14 ພຶດສະພາ 2022, ທ່ານ ນາງ ມາຣຽມ ເຊີແມນ, ຜູ້ອໍານວຍການທະນາຄານໂລກ ປະຈໍາພາກພື້ນ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມໂຄງການທີ່ນອນຢູ່ໃນແຜນງານໜຶ່ງດຽວທີ່ມີສ່ວນຮ່ວມຫຼາຍຂະແໜງການ ເພື່ອປັບປຸງວຽກງານໂພຊະນາການຢູ່ 04 ແຂວງພາກເໜືອຂອງ ສປປ ລາວ ທີ່ໄດ້ຮັບທຶນສະໜັບສະໜູນຈາກທະນາຄານໂລກ ເຊິ່ງມີທັງໝົດ 05 ໂຄງການຄື: 1). ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ, 2). ໂຄງການກອງທຶນຮ່ວມມືສາກົນ ເພື່ອການສຶກສາໄລຍະ 3, 3). ໂຄງການຂະຫຍາຍນໍ້າປະປາ ແລະ ສຸຂະພິບານ ຢູ່ 04 ແຂວງພາກເໜືອ, 4). ໂຄງການຫຼຸດຜ່ອນຄວາມທຸກຍາກ ໄລຍະ 3 ແລະ 5). ໂຄງການເຂົ້າເຖິງການບໍລິການສາທາລະນະສຸກ ແລະ ໂພຊະນາການ. ພ້ອມດ້ວຍກັນນີ້, ທາງທະນາຄານໂລກ ກໍ່ແມ່ນໄດ້ເຊື້ອເຊີນທ່ານທອງລັດຖະມົນຕີ ເພື່ອໄປຮ່ວມຕິດຕາມ ໃນນາມຜູ້ຊີ້ນໍາແຜນງານໜຶ່ງດຽວທີ່ມີສ່ວນຮ່ວມຈາກຫຼາຍຂະແໜງການ ເພື່ອປັບປຸງວຽກງານໂພຊະນາການຢູ່ 04 ແຂວງພາກເໜືອຂອງ ສປປ ລາວ.