ຝືກອົບຮົມວຽກງານ ການສ້າງແຜນຍຸດທະສາດສົ່ງເສີມບົດບາດຍິງ-ຊາຍ.

Sep 27, 2021 | ການເຄື່ອນໄຫວ

ໃນຕອນເຊົ້າວັນທີ່ 09 ກັນຍາ 2021 ທີ່ກະຊວງ ແຜນການ ແລະ ການລົງທຶນ, ໄດ້ຈັດຝືກອົບຮົມວຽກງານການສ້າງແຜນຍຸດທະສາດສົ່ງເສີມບົດບາດ ຍິງ-ຊາຍ ໂດຍການໃຫ້ກຽດເປັນປະທານຂອງທ່ານ ນາງ ທຳມາ ເພັດວິໄຊ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ຮອງປະທານຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ກະຊວງ ແຜນການ ແລະ ການລົງທຶນ ແລະການເປັນປະທານຮ່ວມທ່ານ ນາງ ມາຣຽມເອຄານ ຜູ້ຕາງໜ້າອົງການ ສປຊ ກອງທຶນສຳລັບປະຊາກອນ ປະຈຳ ສ ປ ປ ລາວ, ເຂົ້າຮ່ວມພິທີໃນຄັ້ງມີບັນດາທ່ານ ຄະນະຫ້ອງການ, ຄະນະກົມ, ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ, ຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານວິຊາການຈາກບັນດາກົມ ແລະ ທຽບເທົ່າກົມ, ຜູ້ຕາງໜ້າຈາກສາມອົງການຈັດຕັ້ງມະຫາຊົນ ແລະ ວິທະຍາກອນຈາກ ສູນຝຶກອົບຮົມພະນັກງານຄຸ້ມຄອງເສດຖະກີດ-ແຜນການ ກະຊວງ ຜທ ແລະ ພະນັກງານພາຍໃນ ກະຊວງ ຜທ ເຂົ້າຮ່ວມທັງໝົດ ຈຳນວນ 45 ທ່ານ, ເປັນຍິງ 24 ທ່ານ.ຈຸດປະສົງຂອງຊຸດຝືກອົບຮົມໃນຄັ້ງນີ້ແມ່ນເພື່ອສ້າງຄວາມເຂັ້ມແຂງ ໃຫ້ພະນັກງານຈາກບັນດາກົມກອງ ພາຍໃນກະຊວງໄດ້ຮັບຮູ້ ແລະ ເຂົ້າໃຈເຖິງການພັດທະນາຕົນເອງດ້ານການສ້າງແຜນ, ການກໍານົດແຜນງານ ເພື່ອຮອງຮັບກັບການແກ້ໄຂບັນຫາໃຫ້ສອດຄ່ອງ ແລະ ແທດເໝາະກັບ ຄວາມຮຽກຮ້ອງຕ້ອງການຕົວຈິງໃນການສົ່ງເສີມບົດບາດຍິງ-ຊາຍໃນວຽກງານຕໍ່ໜ້າ ແລະ ຍົກລະດັບຄວາມສາມາດຂອງນັກສາໍມະນາກອນໃຫ້ສູງຂື້ນສາມາດນໍາເອົາບົດຮຽນເຕັກນິກການການວິເຄາະ – ວິໄຈ ແລະ ຂັ້ນຕອນໃນການສ້າງຍຸດທະສາດ ໄປປັບປຸງແກ້ໄຂຊີວິດການເປັນຢູ່ໃຫ້ນັບມື້ນັບດີຂື້ນ, ໃນໂອກາດນີ້ນັກສຳມະນາກອນຍັງໄດ້ຮັບຟັງບາງຄໍາຄິດຄໍາເຫັນທີ່ສຳຄັນຈາກ ທ່ານ ນາງ ທໍາມາ ເພັດວິໄຊ, ຫົວໜ້າກົມຈັດຕັ້ງ-ພະນັກງານ ຮອງປະທານສະຫະພັນແມ່ຍິງ, ຮອງປະທານ ຄກມດ ກະຊວງ ແຜນການ ແລະ ການລົງທຶນ ແລະ ທ່ານ ນາງ ມາຣຽມເອຄານ ຜູ້ຕາງໜ້າອົງການ ສປຊ ກອງທຶນສຳລັບປະຊາກອນ ປະຈຳ ສ ປ ປ ລາວ. ໃນຊຸດຝືກອົບຮົມ  ຄັ້ງນີ້ໃຊ້ເວລາຝືກສອງວັນເຕັມ ນັບແຕ່ວັນທີ 09 ເຖິງ ວັນທີ 10 ກັນຍາ 2021 ແລະປິດລົງດ້ວຍຜົນສຳເລັດ.

ເຊິງທັງສອງທ່ານໄດ້ຊີ້ໃຫ້ເຫັນຄວາມສຳຄັນຂອງຊຸດຝືກອົບຮົມໃນຄັ້ງນີ້ ໂດຍສະເພາະໃນສະພາບຂອງການແຜ່ລະບາດຂອງພະຍາດ ໂຄວິດ -19 ທີ່ພວກເຮົາປະເຊີນຢູ່ ໂດຍສະເພາະແມ່ນເພດຍິງ, ທັງສອງທ່ານຍັງຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມທັງໝົດ ເອົາໃຈໃສ່, ຮັບຟັງຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນຢ່າເລີກເຊິ່ງ ແລະ ຕັ້ງໜ້າຢ່າງຕົງໄປຕົງມາ ພ້ອມນີ້ກໍ່ອວຍພອນໃຫ້ຊຸດຝືກອົບຮົມສຳເລັດຜົນຕາມຄາດທີ່ວາງໄວ.