ພິທີປະກາດການຈັດຕັ້ງ ພາຍໃນ ກະຊວງແຜນການ ແລະ ການລົງທຶນ

Aug 16, 2022 | Uncategorized @lo-la, ການເຄື່ອນໄຫວ, ຂ່າວເດັ່ນ

ໃນຕອນບ່າຍ ຂອງວັນທີ 08 ສິງຫາ 2022 ເວລາ 14:00 ໂມງ, ຢູ່ທີ່ກະຊວງ ແຜນການ ແລະ ການລົງທຶນ ໄດ້ຈັດພິທີປະກາດການຈັດຕັ້ງຂື້ນ ພາຍໃຕ້ການເປັນປະທານຂອງ ທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ພ້ອມນີ້ຍັງມີບັນດາຄະນະປະຈໍາພັກ, ຄະນະພັກ, ຄະນະນໍາຂອງກະຊວງຜທ, ມີກຳມະການຄະນະພັກ, ຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ, ບັນດາເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ, ຄະນະໜ່ວຍພັກ ພ້ອມດ້ວຍຮອງຫົວໜ້າກົມພາຍໃນ ກະຊວງແຜນການ ແລະ ການລົງທຶນ ຈຳນວນທັງໝົດ 68 ຄົນ.

ພິທີໃນຄັ້ງນີ້ ທ່ານ ດອນ ໄພວົງ ກຳມະການຄະນະພັກ, ຫົວໜ້າກົມຄຸ້ມຄອງພະນັກງານ,ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານດຳລັດດັ່ງນີ້: 1) ດຳລັດວ່າດ້ວຍການແຕ່ງຕັ້ງ ທ່ານ ອຸຕະແກ້ວ ແກ້ວດວງສິນ ເປັນຫົວໜ້າຫ້ອງການ ກະຊວງແຜນການ ແລະ ການລົງທຶນ 2) ດຳລັດວ່າດ້ວຍການແຕ່ງຕັ້ງ ທ່ານ ປອ. ວັນທະນາ ນໍລິນທາ ເປັນຫົວໜ້າກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະ ການລົງທຶນ

ທ່ານ ບຸນມີ ວິໄລຈິດ ກໍາມະການຄະນະບໍລິຫານງານພັກ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກະຊວງແຜນການ ແລະ ການລົງທຶນ ໄດ້ຜ່ານມະຕິ ແລະ ຂໍ້ຕົກລົງ ເຊິ່ງມີລາຍລະອຽດດັ່ງນີ້:

  1. ມະຕິຕົກລົງວ່າດ້ວຍການໂຮມໜ່ວຍພັກສູນຝຶກອົບຮົມພະນັກງານຄຸ້ມຄອງເສດຖະກິດ-ແຜນການ ເຂົ້າກັບໜ່ວຍພັກສະຖາບັນຄົ້ນຄວ້າວິໄຈການພັດທະນາ.
  2. ຂໍ້ຕົກລົງວ່າດ້ວຍການໂຮມສູນຝຶກອົບຮົມພະນັກງານຄຸ້ມຄອງເສດຖະກິດ-ແຜນການ ເຂົ້າກັບສະຖາບັນຄົ້ນຄວ້າວິໄຈການພັດທະນາ.
  3. ຂໍ້ຕົກລົງສັບຊ້ອນ ທ່ານ ບຸນເຮືອງ ເດດວົງສອນ ຮອງຫົວໜ້າກົມສົ່ງເສີມການລົງທຶນ, ມາສັງກັດຢູ່ ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ, ກະຊວງແຜນການ ແລະ ການລົງທຶນ.
  4. ຂໍ້ຕົກລົງແຕ່ງຕັ້ງ ທ່ານ ບຸນເຮືອງ ເດດວົງສອນ ເປັນຮອງຫົວຫນ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ, ກະຊວງແຜນການ ແລະ ການລົງທຶນ.
  5. ຂໍ້ຕົກລົງແຕ່ງຕັ້ງ ທ່ານ ສຸລິຍາ ປວງປະດິດ ເປັນຮອງຫົວຫນ້າກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ລົງທຶນ.

ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວຄື: ອິງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຂອງພັກ-ລັດໃນແຕ່ລະໄລຍະ ຊຶ່ງຮຽກຮ້ອງໃຫ້ຕ້ອງໄດ້ມີການປັບປຸງກົງຈັກການຈັດຕັ້ງປັບປຸງພາລະບົດບາດ, ສັບຊ້ອນ, ຈັດວາງ ຕໍາແໜ່ງຂັ້ນຕ່າງໆໃຫ້ສອດຄ່ອງກັບຄວາມເປັນຈິງ ແລະ ເພື່ອໃຫ້ສອດ ຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານອັນສຳຄັນ ຂອງພັກ-ລັດ ໃນໄລຍະ ໃໝ່, ໂດຍສະເພາະແມ່ນໃຫ້ສອດຄ່ອງກັບພາລະບົດບາດ, ສິດ ແລະ ໜ້າທີ່ວຽກງານ, ເຊິ່ງມັນໄດ້ຮຽກຮ້ອງໃຫ້ຕ້ອງມີພະນັກງານນຳພາ ທີ່ເປັນລະບົບຄົບຊຸດ ແລະ ອຸດົມສົມບູນ, ເພື່ອຮັບປະກັນໃຫ້ສາມາດທ່ວງທັນກັບໜ້າທີ່ວຽກງານໃນໄລຍະໃໝ່. ການປັບປຸງຄັ້ງນີ້ ແມ່ນມີຄວາມສໍາຄັນຫຼາຍ, ອັນສະແດງໃຫ້ເຫັນວ່າ ບັນດາສະຫາຍ ລ້ວນແລ້ວແຕ່ເປັນຜູ້ທີ່ມີຄວາມຮູ້-ຄວາມສາມາດ, ມີປະສົບການ ແລະ ມີຜົນງານຫຼາຍດ້ານໃນໄລຍະຜ່ານມາ; ຈຶ່ງໄດ້ຮັບຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຈາກ ຄະນະພັກ ຄະນະນຳ ແລະ ໄດ້ຮັບການຍອມຮັບເປັນຢ່າງດີຈາກສະມາຊິກພັກ-ພະນັກງານ ພາຍໃນ ກະຊວງ ຜທ. ເປັນຜູ້ທີ່ມີປະສົບການຕົວຈິງສົມຄູ່ກັບໜ້າທີ່ວຽກງານ, ທາງດ້ານຄຸນສົມບັດ, ຄຸນທາດການເມືອງກໍມີຄວາມໜັກແໜ້ນ, ເປັນຜູ້ທີ່ຍຶດໝັ້ນຫຼັກການນໍາພາຂອງພັກ, ມີຄຸນສົມບັດສິນທໍາປະຕິວັດ ແລະ ກໍມີຄວາມດຸໝັ່ນອົດທົນ, ມີຄວາມສາມັກຄີ, ມີລະບຽບວິໄນ ແລະ ເຄົາລົບກົດລະບຽບ ຂອງພັກ ແລະ ກົດໝາຍຂອງລັດ,  ໂດຍເຫັນໄດ້ທ່າແຮງ ແລະ ຄວາມສາມາດບົ່ມຊ້ອນ ຂອງບັນດາ ສະຫາຍຄືແນວນັ້ນ, ຄະນະພັກ ແລະ ຄະນະນຳກະຊວງ ຈຶ່ງໄດ້ສະ ເໜີໃຫ້ຂັ້ນເທິງພິຈາລະນາແຕ່ງຕັ້ງ ແລະ ສັບຊ້ອນບັນດາສະຫາຍ ເຂົ້າຮັບໜ້າທີ່ຕຳແໜ່ງທີ່ມີຄວາມສຳຄັນຕ່າງໆ.