ພິທີປະດັບຫຼຽນກາມິດຕະພາບໃຫ້ອາດີດຫົວໜ້າສະຖາບັນການເຕີບໂຕສີຂຽວສາກົນປະຈໍາ ສປປ ລາວ

May 31, 2022 | ການເຄື່ອນໄຫວ

ໃນຕອນບ່າຍຂອງວັນທີ 23 ພຶດສະພາ 2022, ທີ່ກະຊວງແຜນການ ແລະ ການລົງທຶນໄດ້ມີພິທີປະດັບຫຼຽນກາມິດຕະພາບໃຫ້ທ່ານ ປອ. ແຈຊຶງ ລີ   (PhD. Jaeseung Lee) ອາດີດຫົວໜ້າສະຖາບັນການເຕີບໂຕສີຂຽວສາກົນປະຈໍາ ສປປ ລາວ ທີ່ມີຜົນງານດີເດັ່ນປະກອບສ່ວນໃນການປະຕິບັດໜ້າທີວຽກງານຢູ່ ສປປ ລາວ ໃນໄລຍະຜ່ານມາ ທີ່ໄດ້ຮັບຜົນສຳເລັດເປັນຢ່າງດີ ເຊິ່ງໃຫ້ກຽດມອບຄັ້ງນີ້ ໂດຍທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ມີທ່ານ ຮອງລັດຖະມົນຕີ, ຫົວໜ້າກົມ, ຮອງຫົວໜ້າກົມ, ຮອງຫົວໜ້າຫ້ອງການ ແລະ ພະນັກງານທີ່ກ້ຽວຂ້ອງເຂົ້າຮ່ວມ.

ອົງການການເຕີບໂຕສີຂຽວສາກົນ (GGGI) ຖືກສ້າງຕັ້ງຂຶ້ນໃນປີ 2012  ແລະ ສປປ ລາວ ເອງ ກໍ່ໄດ້ເຂົ້າເປັນ ສະມາຊິກ ໃນປີ 2017, ຕະຫຼອດໄລຍະປີ 2017 ຫາ ປີ 2021 ທ່ານ ປອ ແຈຊຶງ ລີ ຫົວໜ້າສະຖາບັນການເຕີບໂຕສີຂຽວສາກົນປະຈໍາ ສປປ ລາວ ໄດ້ປະກອບສ່ວນໃນການສົ່ງເສີມ ແລະ ຜັນຂະຫຍາຍ ວຽກງານການເຕີບໂຕສີຂຽວ ເຊິ່ງເປັນໜຶ່ງໃນວຽກບູລິມະສິດ ຂອງ ສປປ ລາວ ກໍ່ຄືການປະຕິບັດພັນທະ ສົນທິສັນຍາປາຣີ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຫຼື ເອີ້ນວ່າ COP26 ເຊິ່ງຜົນງານທີ່ພົ້ນເດັ່ນມີຄື: 1) ສົມທົບກັບພາກສ່ວນກ່ຽວຂ້ອງ ໃນການກະກຽມ ແລະ ສະເໜີໃຫ້ ສປປ ລາວ ເຂົ້າເປັນສະມາຊິກ ໃນປີ 2017 ເຊິ່ງເປັນຂີດໝາຍທີ່ສຳຄັນ ໃນການລະດົມທຶນການຊ່ວຍເຫຼືອ ຈາກຄູ່ຮ່ວມພັດທະນາ ແລະ ລັດຖະບານ ສ. ເກົາຫຼີ ເພື່ອຊຸກຍູ້ວຽກງານການເຕີບໂຕສີຂຽວໃນ ສປປ ລາວ, 2) ມີສ່ວນຮ່ວມຢ່າງຫ້າວຫັນໃນການຮ່າງ ແລະ ສ້າງ ຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ ຮອດ ປີ 2030 ເຊິ່ງໄດ້ຖືກຮັບຮອງໂດຍ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນທ້າຍປີ 2018, 3) ຜົນງານ ແລະ ການສະໜັບສະໜຸນຂອງ ປອ. ແຈຊຶງ ລີ ໃນໄລຍະຜ່ານມາ ແມ່ນໄດ້ສືບຕໍ່ມາຈົນຮອດປັດຈຸບັນ ໂດຍສະເພາະວຽກງານທີ່ຕິດພັນກັບ ການສົ່ງເສີມການນຳໃຊ້ພາຫະນາໄຟຟ້າແບບ 2 ລໍ້ ແລະ 4 ລໍ້; ການທົດລອງຫ້ອງການສີຂຽວ (ເຊິ່ງຈະເລີ່ມທົດລອງຮ່ວມກັບ ກະຊວງ ຜທ); ເສີມສ້າງຄວາມອາດສາມາດກ່ຽວກັບ ວຽກງານການເຕີບໂຕສີຂຽວ ແລະ ການເຊື່ອມສານບູລິມະສິດການເຕີບໂຕສີຂຽວແຫ່ງຊາດເຂົ້າແຜນພັດທະນາເສດຖະກິດ – ສັງຄົມ ຂອງຂະແໜງການ ແລະ ທ້ອງຖິ່ນ; ການສ້າງຂີດຄວາມສາມາດກ່ຽວກັບດັດຊະນີເຕີບໂຕສີຂຽວ.

ໃນຕໍ່ໜ້າ ສະເໜີ ທ່ານ ປອ. ແຈຊຶງ ລີ ຍັງຈະສືບຕໍ່ໃຫ້ການຊ່ວຍເຫຼືອ ສະໜັບສະໜຸນ ສປປ ລາວ ເຖິງວ່າທ່ານຈະໄປປະຕິບັດໜ້າທີ່ຢູ່ບ່ອນອື່ນ ໂດຍສະເພາະສະເໜີທ່ານ ສືບຕໍ່ໃຫ້ຄຳແນະນຳ ແລະ ຍາດແຍ່ງການຊ່ວຍເຫຼືອມາໃຫ້ ສປປ ລາວ ເພື່ອສມາດຜັນຂະຫຍາຍ ທ່າແຮງບົ່ມຊ້ອນ ແລະ ຂໍ້ໄດ້ປຽບດ້ານການພັດທະນາເພື່ອໃຫ້ ສປປ ລາວ ສາມາດບັນລຸ ບູລິມະສິດຂອງ ແຜນພັດທະນາເສດຖະກິດ-ສັງ 5 ປີ ຄັ້ງທີ IX (2021-2025), ການບັນລຸ ຄ໋ອບ26 (COP26) ກໍ່ຄືການກະກຽມຄວາມພ້ອມອອກສະຖານະພາບດ້ອຍພັດທະນາ ແລະ ຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ.