ພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 111 ປີ (ວັນທີ 8 ມີນາ 1910 – 8 ມີນາ 2021)

Mar 19, 2021 | ການເຄື່ອນໄຫວ

ໃນຕອນເຊົ້າວັນທີ 3 ມີນາ 2021, ສະຫະພັນແມ່ຍິງ ກະຊວງ ແຜນການ ແລະ ການລົງທຶນ, ໄດ້ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 111 ປີ (ວັນທີ 8 ມີນາ 1910 – 8 ມີນາ 2021) ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ນ. ຄໍາຈັນ ວົງແສນບູນ ຮອງລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ ຜູ້ຊີ້ນໍາວຽກງານສາມອົງການຈັດຕັ້ງມະຫາຊົນ, ທ່ານ ນ. ທຳມາ ເພັດວິໄຊ ປະທານສະຫະພັນແມ່ຍິງ ກະຊວງ ແຜນການ ແລະ ການລົງທຶນ, ພ້ອມດ້ວຍສະມາຊິກແມ່ຍິງ ເຂົ້າຮ່ວມ;

ຈຸດປະສົງຂອງການຈັດພິທີມື້ນີ້ ແມ່ນເພື່ອ ຫວນຄືນ ປະຫວັດການເຄື່ອນໄຫວ ຂອງຂະບວນການແມ່ຍິງທົ່ວໂລກ ເພື່ອຕໍ່ສູ້ທວງເອົາສິດຜົນປະໂຫຽດອັນເປັນທໍາ ມາສູ່ແມ່ຍິງ, ປຸກລະດົມຈິດໃຈ ຂອງສະມາຊິກແມ່ຍິງ ສະຫະພັນແມ່ຍິງ ເຂົ້າຮ່ວມຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ແຜນພັດທະນາແມ່ຍິງລາວ ຕິດພັນກັບ ຂະບວນການເຄື່ອນໄຫວ ຂອງເອື້ອຍນ້ອງແມ່ຍິງ ໃນການຈັດຕັ້ງປະຕິບັດສົນທິສັນຍາ, ຖະແຫຼງການ ແລະ ເປົ້າໝາຍເພື່ອການພັດທະນາແບບຍືນຍົງ (SDGs 2030);

ສໍາລັບຄໍາຂວັນ ວັນແມ່ຍິງສາກົນ ປີ 2021: “ ການນໍາເພດຍິງ: ການບັນລຸຄວາມສະເໝີພາບ ໃນໄລຍະ     ໂຄວິດ-19”, ເຊິ່ງ ສູນກາງສະຫະພັນແມ່ຍິງ ກໍໄດ້ອອກແຈ້ງການໃຫ້ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຄະນະປະທານສະຫະພັນແມ່ຍິງແຂວງ, ນະຄອນຫຼວງວຽງຈັນ, ກະຊວງ ແລະອົງການທຽບເທົ່າໃນຂອບເຂດທົ່ວປະເທດ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນແມ່ຍິງ ສາກົນ ຢູ່ພາກສ່ວນຂອງຕົນ ໃຫ້ເປັນຂະບວນຟົດຟື້ນ.