ພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ( 08 ມີນາ 1910 – 08 ມີນາ 2022) ຄົບຮອບ 112 ປີ

Mar 14, 2022 | ການເຄື່ອນໄຫວ

ໃນວັນທີ 07 ມີນາ 2022, ທີ່ກະຊວງແຜນການ ແລະ ການລົງທຶນ, ໄດ້ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 112 ປີ( 08 ມີນາ 1910 – 08 ມີນາ 2022)  ຂື້ນ, ໂດຍໃຫ້ກຽດເປັນປະທານຂອງ ນາງ ຄຳຈັນ ວົງແສນບູນ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ຜູ້ຊີ້ນຳວຽກງານສາມອົງການຈັດຕັ້ງມະຫາຊົນ, ພ້ອມດຽວກັນກໍ່ມີບັນດາທ່ານ ຄະນະປະຈຳພັກ, ຄະນະບໍລິຫານງານພັກ ກະຊວງແຜນການ ແລະ ການລົງທຶນ, ແຂກທີໄດ້ເຂົ້າຮ່ວມທັງໝົດມີ 211 ທ່ານ, ສະມາຊິກແມ່ຍິງ ຈຳນວນ 146 ທ່ານ ແລະ ເພດຊາຍຈາກບັນດາກົມ ຈຳນວນ 65 ທ່ານ.

ໃນພິທີທ່ານ ນາງ ຄຳຈັນ ວົງແສນບູນ ເລົ່າຄືນມູນເຊື້ອ, ປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ ວັນທີ 8 ມີນາ, ກໍຄື ຜົນສໍາເລັດການທວງຄືນສິດຂອງແມ່ຍິງ ໄດ້ຢຶດໝັ້ນແນວທາງການປ່ຽນແປງໃຫມ່ຂອງພັກ, ຖືເອົາວຽກງານການເມືອງແນວຄິດເປັນວຽກທີ່ສຳຄັນ ອັນດັບໜື່ງ ເຊິ່ງການສະເຫຼີມສະຫຼອງປີນີ້ ໄດ້ຈັດຂື້ນພາຍໃຕ້ຄຳຂວັນທີ່ວ່າ: “ຄວາມສະເໝີພາບຍິງ-ຊາຍ ໃນມື້ນີ້ ເພື່ອຄວາມຍືນຍົງໃນອານາຄົດ” ທັງນີ້ກໍ່ເພື່ອແນ່ໃສ່ຕ້ານ ແລະ ສະກັ້ນປະກົດການຫຍໍ້ທໍ້ ຂອງແມ່ຍິງ ມີຄຸນທາດການເມືອງ ໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ສາມາດເຮັດລ້ອນໜ້າທີ່ ທີ່ພັກ-ລັດ ມອບ ໝາຍໃຫ້, ສູ້ຊົນຫັນປ່ຽນເສດຖະກິດກຸ້ມຕົນເອງ, ເພື່ອຫລຸດພົ້ນອອກຈາກຄວມທຸກຍາກ ຕາມເນື້ອໃນຂໍ້ແຂ່ງຂັນ 3 ດີ ແລະ ປະຕິບັດສິດສະເໜີ ຍິງ-ຊາຍ ໃນຄອບຄົວ ກໍ່ຄືສັງຄົມໃຫ້ໄດ້ຮັບຜົນເປັນຈິງເທື່ອລະກ້າວ.

ໃນໂອກາດນີ້, ທ່ານ ນາງ ຄຳຈັນ ວົງແສນບູນ ຍັງໄດ້ມອບໃບຍ້ອງຍໍ ແມ່ຍິງ 3 ດີປະຈຳປີ 2021, ນອກນີ້, ທ່ານ ນາງ ສາຍສະໝອນ ມັງໜໍ່ເມກ ຮອງປະທານສະຫະພັນແມ່ຍິງກະຊວງ ແຜນການ ແລະ ການລົງທຶນ, ກໍໄດ້ຂື້ນຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານຂອງສະຫະພັນແມ່ຍິງ ກະຊວງ ຜທ ປະຈຳປີ 2021, ແລະ ທິດທາງແຜນການ ປະຈຳປີ 2022.