ພິທີເຊັນບົດບັນທຶກການຮ່ວມມືດ້ານສະຖິຕິ

Sep 6, 2022 | ການເຄື່ອນໄຫວ, ຂ່າວເດັ່ນ

ໃນວັນທີ 05 ສິງຫາ 2022 ເວລາ 14:00 ໂມງ ທີ່ຫ້ອງປະຊຸມໃຫຍ່ ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ, ກະຊວງແຜນການ ແລະການລົງທຶນ  ໄດ້ຈັດພິທີເຊັນບົດບັນທຶກການຮ່ວມມືວຽກງານສະຖິຕິ ລະຫວ່າງ ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ແລະ ກົມສະຖິຕິເສດຖະກິດ ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ  ເປັນກຽດເຂົ້າຮ່ວມໃນພິທີເຊັນບົດບັນທຶກການຮ່ວມມືໃນຄັ້ງນີ້ໂດຍທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ຜູ້ຊີ້ນຳວຽກງານເຂດເສດຖະກິດພິເສດທ່ານ ນາງ ພອນສະຫລີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ. ນອກຈາກນີ້ຍັງມີບັນດາຫົວໜ້າກົມ, ຫົວໜ້າຫ້ອງການ, ບັນດາພະນັກງານຫລັກແຫລ່ງຈາກສອງພາກສ່ວນ ກໍ່ໄດ້ເຂົ້າຮ່ວມ.

ດັ່ງທີ່ຮູ້ນຳກັນແລ້ວວ່າ ສປປ ລາວ ກໍ່ແມ່ນປະເທດໜຶ່ງ ທີ່ມີທ່າແຮງທາງດ້ານຊັບພະຍາກອນ ທໍາມະຊາດ ທີ່ອຸດົມສົມບູນ ແລະ ເປັນຈຸດສູນໃນການເຊື່ອມໂຍງເຊື່ອມຈອດທາງດ້ານການຄົມມະ ນາຄົມຂົນສົ່ງ ກັບບັນດາປະເທດໃນອະນຸພາກພື້ນ ແລະ  ສາກົນ. ປັດຈຸບັນນີ້ ສປປ ລາວ ໄດ້ມີເສັ້ນທາງລົດ ໄຟລາວ-ຈີນ ທີ່ເຊື່ອມຕໍ່ຈາກ ສປ ຈີນ ເຖິງນະຄອນຫລວງວຽງຈັນ ແລະ ມີທາງດ່ວນແຕ່ວຽງຈັນ-ວັງວຽງ ແລະ ມີແຜນທີ່ຈະກໍ່ສ້າງໃນອານາຄົດຕື່ມອີກ. ຈາກທ່າແຮງດັ່ງກ່າວ ເຂດເສດຖະກິດພິເສດ ກໍ່ໄດ້ໝູນໃຊ້ທ່າແຮງທາງດ້ານທີ່ຕັ້ງ, ແລວທາງເສດຖະກິດ ໂດຍສະເພາະເສັ້ນທາງລົດໄຟ, ທາງດ່ວນ ຊ່ວຍເປັນການດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນໃນ ຂສພ ຊຶ່ງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນທາງກົງ ແລະ ທາງອ້ອມ.

ການພັດທະນາ ເຂດເສດຖະກິດພິເສດ ຢູ່ ສປປ ລາວ ໃນໄລຍະຜ່ານມາ ແມ່ນມີຄວາມສຳຄັນຫລາຍ, ຊຶ່ງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ,  ໂດຍສະເພາະແມ່ນການດຶງດູດການລົງທຶນ, ການສ້າງວຽກເຮັດງານທຳໃຫ້ປະຊາຊົນ; ນັບແຕ່ປີ 2003 ເຖິງປັດຈຸ ບັນມີເຂດເສດຖະກິດພິເສດທັງໝົດ 22 ເຂດຢູ່ 8 ແຂວງ ຊຶ່ງມາຮອດປັດຈຸບັນ ວຽກງານດັ່ງກ່າວ ກໍ່ໄດ້ມີການເຕີບໃຫຍ່ຂະຫຍາຍຕົວຢ່ງຕໍ່ເນື່ອງ ປະກອບສ່ວນຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ໂດຍລວມຂອງປະເທດ ອັນພົ້ນເດັ່ນແມ່ນການກໍ່ສ້າງພື້ນຖານໂຄງລ່າງພາຍໃນເຂດ, ການສ້າງຕົວເມືອງໃໝ່, ເຂດນິຄົມອຸດສາຫະກຳ, ເຂດການທ່ອງທ່ຽວທີ່ຕິດພັນກັບທຳມະຊາດ ແລະ ວັດທະນະທຳ ໂດຍສະເພາະແມ່ນການກໍ່ສ້າງອາຄານ, ເສັ້ນທາງ, ລະບົບໄຟຟ້າ, ນ້ຳປະປາ, ກັນຕາຝັ່ງເຈື່ອນ, ເສັ້ນທາງເຊື່ອມຕໍ່ເຂົ້າຫາເຂດ ໃຫ້ມີຄວາມສະດວກໃນການຄົມມະນາຄົມ ແລະ ອື່ນໆ ຊຶ່ງເຮັດໃຫ້ຊົນນະບົດມີໃບໜ້າໃໝ່, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ບ່ອນເຂດຕັ້ງຢູ່ໃຫ້ດີຂຶ້ນເທື່ອລະກ້າວ.

ນັບແຕ່ປີ 2003 ເປັນຕົ້ນມາ ບັນດາເຂດເສດຖະກິດພິເສດທີ່ລັດຖະບານໄດ້ເຊັນກັບຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດ, ມີເນື້ອທີ່ຕາມສັນຍາ 36 ພັນກວ່າເຮັກຕາ ແຕ່ເນື້ອທີ່ໄດ້ຮັບຕົວຈິງແລ້ວແມ່ນ 16 ພັນກວ່າເຮັກຕາ ຢູ່ ສປປ ລາວ ຫລາຍເຂດກໍ່ໄດ້ສຸມໃສ່ດືງດູດການລົງທຶນ ໂດຍໄດ້ມີບໍລິສັດເຂົ້າມາລົງທຶນ ແລະ ຈົດທະບຽນທັງໝົດ 1.158 ບໍລິສັດ ສ່ວນໃຫ່ຍເປັນບໍລິສັດທີ່ມາຈາກ ສປ ຈີນ, ລາວ, ໄທ, ຍີ່ປຸ່ນ ແລະ ອື່ນໆຕາມລໍາດັບ ຊຶ່ງເຂດທີ່ມີການເຂົ້າມາລົງທຶນຫຼາຍກວ່າໝູ່ແມ່ນ ເຂດສາມຫຼ່ຽມຄໍາ, ບໍ່ເຕ່ນແດນງາມ, ສະຫວັນ-ເຊໂນ, ກວມລວມໄຊເຊດຖາ, ຈໍາປາສັກ ແລະ ອື່ນໆ. ນອກຈາກນັ້ນ ບັນດາເຂດເສດຖະກິດພິເສດ ຍັງໄດ້ປະຕິບັດພັນທະເຂົ້າງົບ ປະມານຂອງລັດໄດ້ທັງໝົດ 1.212 ຕື້ກວ່າກີບ, ສ້າງວຽກເຮັດງານທໍາໄດ້ 64.904 ຄົນ (ລາວ 30.988 ຄົນ ແລະ ຕ່າງປະເທດ 33.916 ຄົນ), ສົ່ງອອກສິນຄ້າມູນຄ່າ 2,685 ຕື້ໂດລາສະຫະລັດ, ນໍາເຂົ້າວັດຖຸດິບ, ເຄື່ອງກົນຈັກ ແລະ ອຸປະກອນ