ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ໃນການພັດທະນາໂຄງການປູກໄມ້ວິກ ແລະ ໄມ້ກະຖິນນາໂລງ ຢູ່ 6 ແຂວງ

Mar 2, 2022 | ການເຄື່ອນໄຫວ

ໃນວັນທີ 22 ກຸມພາ 2022, ທີ່ກະຊວງແຜນການ ແລະ ການລົງທຶນ, ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ໃນການພັດທະນາໂຄງການປູກໄມ້ວິກ ແລະ ໄມ້ກະຖິນນາໂລງ ຢູ່ 6 ແຂວງ ຄື: ແຂວງບໍລິຄຳໄຊ, ແຂວງຄຳມ່ວນ, ແຂວງສະຫວັນນະເຂດ, ແຂວງສາລະວັນ, ແຂວງຈໍາປາສັກ ແລະ ແຂວງອັດຕະປື ເຊິ່ງຕາງໜ້າເຊັນໂດຍ ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ຄໍາແສງ ສຸດທະລີ ປະທານບໍລິສັດ ຄຳແສງ ພັດທະນາກະສິກຳຄົບວົງຈອນ ແລະ ທ່ານ ເຊິນ ເວິນ ຈຸນ ຜູ້ຈັດການໃຫຍ່ ບໍລິສັດ ຊັນເປເປີ້ ສະຫວັນນະເຂດ ແລະ ເຊັນເປັນພະຍານໂດຍ ທ່ານ ສິປະໄພ ໄຊສົງຄາມ ຮອງຫົວໜ້າຫ້ອງການ ກະຊວງກະສິກຳ ແລະ ປ່າໄມ້ ກັບ ບໍລິສັດ ຄຳແສງ ພັດທະນາກະສິກຳຄົບວົງຈອນ ຈໍາກັດຜູ້ດຽວ ແລະ ບໍລິສັດ ຊັນເປເປີ້ ສະຫວັນນະເຂດ ແລະ ທ່ານ ຊາພິລົມ ໂພສາລາດ ຜູ້ຈັດການທົ່ວໄປ ບໍລິສັດ ຄຳແສງ ພັດທະນາກະສິກຳຄົບວົງຈອນ.

ພ້ອມດຽວກັນນັ້ນ, ກໍ່ຍັງມີບັນດາທ່ານຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກຈາກສູນກາງ ແລະ ທ້ອງຖິ່ນ, ພະນັກງານຈາກຂະແໜງການທີ່ກ່ຽວຂ້ອງ ແລະ ຕາງໜ້າຈາກບໍລິສັດກໍ່ໄດ້ໃຫ້ກຽດເຂົ້າຮ່ວມ.