ພິທີເຊັນບົດບັນທຶກຄວາມເຂົ້າໃຈ MOU ເພື່ອສຳຫຼວດເນື້ອທີ່ ແລະ ສຶກສາຄວາມເປັນໄປໄດ້ໃນການພັດທະນາໂຄງການປູກພືດເປັນຢາ (ຢາພື້ນເມືອງ) ລວມທັງການຜະລິດ, ແປຮູບ ແລະ ການບໍລິການທ່ອງທ່ຽວແບບສຶກສາຮຽນຮູ້ກ່ຽວກັບຂະບວນການປູກພືດເປັນຢາ ຢູ່ເຂດບ້ານຈະເລີນໄຊ ແລະ ບ້ານມູນ, ເມືອງຊານໄຊ, ແຂວງອັດຕະປື ລະວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ ບໍລິສັດ ລົງທຶນອານຮຸ້ຍ ແມ່ນ້ຳແຢງຊີໃໝ່ ແລະ ບໍລິສັດ ຢີຮຸ້ຍຮຸ້ນສ່ວນ ຈຳກັດ

May 16, 2022 | ການເຄື່ອນໄຫວ

ໃນວັນທີ 07 ເມສາ 2022, ທີ່ກະຊວງແຜນການ ແລະ ການລົງທຶນ, ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ MOU ເພື່ອສຳຫຼວດເນື້ອທີ່ ແລະ ສຶກສາຄວາມເປັນໄປໄດ້ໃນການພັດທະນາໂຄງການປູກພືດເປັນຢາ (ຢາພື້ນເມືອງ) ລວມທັງການຜະລິດ, ແປຮູບ ແລະ ການບໍລິການທ່ອງທ່ຽວແບບສຶກສາຮຽນຮູ້ກ່ຽວກັບຂະບວນການປູກພືດເປັນຢາ ໃນເນື່ອທີ່ 9,414 ເຮັກຕາ (ລວມມີ3ຕອນ) ຢູ່ເຂດບ້ານຈະເລີນໄຊ (2 ຕອນ) ແລະ ບ້ານມູນ (1 ຕອນ), ເມືອງຊານໄຊ, ແຂວງອັດຕະປື ລະວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ ບໍລິສັດ ລົງທຶນອານຮຸ້ຍ ແມ່ນ້ຳແຢງຊີໃໝ່ ແລະ ບໍລິສັດ ຢີຮຸ້ຍຮຸ້ນສ່ວນ ຈຳກັດ.

ເປັນກຽດເຂົ້າຮ່ວມໃນພິທີເຊັນບົດບັນທຶກຄັ້ງນີ້ໂດຍ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງ ແຂວງອັດຕະປື, ທ່ານ ນາງ ຄຳຈັນ ວົງແສນບູນ  ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ອຸ່ນທ່ຽງ ຂາວພັນ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງ ແຂວງອັດຕະປື, ທ່ານ ສີປະໄພ ໄຊສົງຄາມ ຫົວໜ້າຫ້ອງການ ກະຊວງກະສິກຳ ແລະປ່າໄມ້, ທ່ານ ສູນນະຄອນ ແກ້ວວຽງຄໍາ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງອັດຕະປື, ທ່ານ LiDeng Pan (ຫຼີ ເດັງ ປານ) ປະທານບໍລິສັດ ລົດທຶນອານຮຸ້ຍ ແມ່ນໍ້າແຢງຊີໃໝ່, ທ່ານ Zhou Yang (ໂຈ ຢາງ) ຫົວໜ້າຫ້ອງການ ບໍລິສັດ ຢີຮຸ້ຍ ຮຸ້ນສ່ວນ ຈໍາກັດ, ທ່ານ Zheng Shuiming (ເຈິງ ສຸຍ ໝິງ) ຮອງຫົວໜ້າຫ້ອງການ ບໍລິສັດ ຢີຮຸ້ຍ ຮຸ້ນສ່ວນ ຈໍຳກັດ ແລະ ຕາງໜ້າຈາກບໍລິສັດກໍ່ໄດ້ເຂົ້າຮ່ວມ.

ໂດຍອີງຕາມໃບມອບສິດຂອງ ທ່ານນາຍົກລັດຖະມົນຕີ ສະບັບເລກທີ 52/ນຍ, ລົງວັນທີ 09 ມີນາ 2022 ທີ່ມອບໃຫ້ ກະຊວງແຜນການ ແລະ ການລົງທຶນ ເປັນຜູ້ເຊັນສັນຍາ, ເຊິ່ງຕາງໜ້າເຊັນ ໂດຍທ່ານ ນາງ ຄຳຈັນ ວົງແສນບູນ  ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ເຊັນເປັນພະຍານໂດຍ ທ່ານ ສີປະໄພ ໄຊສົງຄາມ ຫົວໜ້າຫ້ອງການ ກະຊວງກະສິກຳ ແລະປ່າໄມ້ ແລະ  ທ່ານ ສູນນະຄອນ ແກ້ວວຽງຄຳ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງອັດຕະປື ກັບ ບໍລິສັດ ລົງທຶນອານຮຸ້ຍ ແມ່ນ້ຳແຢງຊີໃໝ່ ຈຳກັດ ແລະ ບໍລິສັດ ຢີຮຸ້ຍ ຮຸ້ນສ່ວນ ຈຳກັດ, ເຊິ່ງຕາງໜ້າເຊັນໂດຍ ທ່ານ LiDeng Pan (ຫຼີ ເດັງ ປານ) ປະທານບໍລິສັດ ລົດທຶນອານຮຸ້ຍ ແມ່ນ້ຳແຢງຊີໃໝ່ ແລະ ທ່ານ Zhou Yang (ໂຈ ຢາງ) ຫົວໜ້າຫ້ອງການ ບໍລິສັດ ຢີຮຸ້ຍ ຮຸ້ນສ່ວນ ຈໍຳກັດ ແລະ ເຊັນເປັນພະຍານໂດຍ ທ່ານ Zheng Shuiming (ເຈິງ ສຸຍ ໝິງ) ຮອງຫົວໜ້າຫ້ອງການ ບໍລິສັດ ຢີຮຸ້ຍ ຮຸ້ນສ່ວນ ຈໍຳກັດ.