ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຳຫຼວດເນື້ອທີ່ດິນ ແລະ ສຶກສາຄວາມເປັນໄປໄດ້ໂຄງການປູກ ແລະ ຟື້ນຟູປ່າໄມ້ແປກແບບທຳມະຊາດ ເພື່ອກີດຢາງແປກ ແລະ ສ້າງຕັ້ງໂຮງງານປຸງແຕ່ງຢາງແປກຢູ່ແຂວງຫົວພັນ ແລະ ແຂວງເຊກອງ

Jun 30, 2022 | ການເຄື່ອນໄຫວ, ຂ່າວເດັ່ນ

ໃນວັນທີ 20 ມິຖຸນາ 2022, ທີ່ກະຊວງແຜນການ ແລະ ການລົງທຶນ, ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຳຫຼວດເນື້ອທີ່ດິນ ແລະ ສຶກສາຄວາມເປັນໄປໄດ້ໂຄງການປູກ ແລະ ຟື້ນຟູປ່າໄມ້ແປກແບບທຳມະຊາດ ເພື່ອກີດຢາງແປກ ແລະ ສ້າງຕັ້ງໂຮງງານປຸງແຕ່ງຢາງແປກ ຢູ່ແຂວງຫົວພັນ ແລະ ເມືອງກະລືມ, ເມືອງດາກຈຶງ, ແຂວງເຊກອງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ ບໍລິສັດ ຮ່ວມມືລາວ-ຈີນ ເຟັງລີນພັດທະນາການລົງທຶນ ຈຳກັດ,

ເປັນກຽດເຂົ້າຮ່ວມໃນພິທີເຊັນສັນຍາຄັ້ງນີ້ໂດຍ ທ່ານ ນາງ ຄຳຈັນ ວົງແສນບູນ  ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ພອນສຸກ ອິນທະວົງ ຮອງເຈົ້າແຂວງ ແຂວງຫົວພັນ, ທ່ານ ຂັນຕິ ສີລະວົງ ຮອງເຈົ້າແຂວງ ແຂວງ ເຊກອງ ພ້ອມນີ້ກໍ່ຍັງມາມີຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ຈາກສູນກາງ ແລະ ທ່ອງຖິ່ນ ພະນັກງານຈາກຂະແໜງການທີ່ກ່ຽວຂ້ອງ ແລະ ຕາງໜ້າຈາກບໍລິສັດກໍ່ໄດ້ເຂົ້າຮ່ວມ. ໂດຍປະຕິບັດຕາມໃບມອບສິດຂອງທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 97/ນຍ, ລົງວັນທີ 20 ພຶດສະພາ 2022, ທີ່ມອບສິດໃຫ້ ກະຊວງແຜນການ ແລະ ການລົງທຶນ ເປັນຜູ້ເຊັນບົດບັນທຶກຄັ້ງນີ້, ຕາງໜ້າເຊັນໂດຍ ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ເຊັນເປັນພະຍານໂດຍ ທ່ານ ສີປະໄພ  ໄຊສົງຄາມ ຫົວໜ້າຫ້ອງການກະຊວງກະສິກຳ ແລະ ປ່າໄມ້, ທ່ານ ພົນທະວີ ກົມພົນທະວີ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງຫົວພັນ ແລະ ທ່ານ ຄຳປະກອນ ອຸເທນທະປັນຍາ ຮັກສາການຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງເຊກອງ ຮ່ວມກັບ ບໍລິສັດ  ຮ່ວມມືລາວ-ຈີນ ເຟັງລີນພັດທະນາການລົງທຶນ ຈຳກັດ, ເຊິ່ງຕາງໜ້າ​ເຊັນ​ໂດຍ ທ່ານ Gu Liangqi ທະນາຍຄວາມ ບໍລິສັດ ກົດໝາຍ ວໍຊັນ ລາວ ຈຳກັດ ແລະ ເຊັນເປັນພະຍານໂດຍ ທ່ານ ສຸສະຫວັນ ສຸລິໃຈ ອຳນວຍການບໍລິສັດ ຈີດີພີເຄ ມາຍນີ້ງ ຈຳກັດຜູ້ດຽວ ແລະ ທ່ານ Lin ZHENGSHAN ຮອງຜູ້ອຳນວຍການ ບໍລິສັດ ດີພີເຄ ມາຍນີ້ງ ຈຳກັດຜູ້ດຽວ.