ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ ໂຄງການຄຸ້ມຄອງ ແລະ ພັດທະນາວຽກງານເດີນທະເລ

Aug 17, 2022 | Uncategorized @lo-la, ການເຄື່ອນໄຫວ, ຂ່າວເດັ່ນ

ໃນວັນທີ 10 ສິງຫາ 2022, ທີ່ກະຊວງແຜນການ ແລະ ການລົງທຶນ, ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ ໂຄງການຄຸ້ມຄອງ ແລະ ພັດທະນາວຽກງານເດີນທະເລ ລະຫວ່າງລັດຖະບານແຫ່ງ ສປປ ລາວ ກັບ ບໍລິສັດ Aryavart Ship Management Private

ເປັນກຽດເຂົ້າຮ່ວມໃນພິທີເຊັນສັນຍາຄັ້ງນີ້ໂດຍ ທ່ານ ປອ ສະຖາບັນດິດ ອິນຊີຊຽງໃໝ່  ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ທ່ານ ນາງ Jaspreet  ຜູ້ອຳນວຍການບໍລິສັດ Aryavart Ship Management Private, ທ່ານ Baljinder Singh ຜູ້ຈັດການບໍລິສັດ Aryavart Ship Management Private, ທ່ານ Rajeev Kumar Yadav ຜູ້ຈັດການດ້ານວິຊາການ ບໍລິສັດ Aryavart Ship Management Private ແລະ ຕາງໜ້າຈາກບໍລິສັດກໍ່ໄດ້ເຂົ້າຮ່ວມ, ໂດຍປະຕິບັດຕາມໃບມອບສິດຂອງທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 145/ນຍ, ລົງວັນທີ 20 ກໍລະກົດ 2022, ທີ່ມອບສິດໃຫ້ ກະຊວງແຜນການ ແລະ ການລົງທຶນ ເປັນຜູ້ເຊັນສັນຍາ, ຕາງໜ້າເຊັນໂດຍ ທ່ານ ປອ ສະຖາບັນດິດ ອິນຊີຊຽງໃໝ່  ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ເຊັນເປັນພະຍານໂດຍທ່ານ ທ່ານ ວັນທອງ ບຸດຕະນະວົງ ຫົວໜ້າກົມທາງນ້ຳ ກະຊວງໂຍທາທິການ ແລະ ຂົນສົ່ງ ຕາງໜ້າບໍລິສັດ ເຊັນທ່ານ ນາງ Jaspreet  ຜູ້ອຳນວຍການບໍລິສັດ Aryavart Ship Management Private ແລະ ເຊັນເປັນພະຍານໂດຍ ທ່ານ Baljinder Singh ຜູ້ຈັດການບໍລິສັດ Aryavart Ship Management Private, ທ່ານ Rajeev Kumar Yadav ຜູ້ຈັດການດ້ານວິຊາການ ບໍລິສັດ Aryavart Ship Management Private.