ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ ໃນການພັດທະນາໂຄງການ ກໍ່ສ້າງເສັ້ນທາງລົດໄຟ ແຕ່ແຂວງສະຫວັນນະເຂດ ຫາ ລາວບາວ (ຊາຍແດນລາວ-ຫວຽດນາມ) ໃນຮູບແບບ BOT

Sep 15, 2022 | Uncategorized @lo-la, ການເຄື່ອນໄຫວ, ຂ່າວເດັ່ນ

ໃນວັນທີ 13 ກັນຍາ 2022 ທີ່ໂຮງແຮມແລນມາກ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ ໃນການພັດທະນາໂຄງການ ກໍ່ສ້າງເສັ້ນ ທາງລົດໄຟ ແຕ່ແຂວງສະຫວັນນະເຂດ ຫາ ລາວບາວ (ຊາຍແດນລາວ-ຫວຽດນາມ) ໃນຮູບແບບ BOT ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບ ບໍລິສັດ Jiangsu Hengtong Contruction Engineering Company Limited ເປັນກຽດເຂົ້າຮ່ວມເຊັນສັນຍາໃນຄັ້ງນີ້ໂດຍທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ DAI KANG Fu ປະທານບໍລິສັດ Jiangsu Hengtong Contruction Engineering Company Limited, ທ່ານ YANG GUAN BAC ຜູ້ຮັບຜິດຊອບໂຄງການ ບໍລິສັດ Jiangsu Hlengtong Contruction Engineering Company Limited, ທ່ານ LIU GUC TAI ຜູ້ຮັບຜິດຊອບ ໂຄງ ການ ບໍລິສັດ Jiangsu Hengtong Contruction Engineering Company Limited, ທ່ານ ນາງ ວັນດີ ລະພັນຮອງຫົວຫນ້າກົມແຜນການ ແລະ ການຮ່ວມມືກະ ຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ຄໍາໃສ ໄຊຍະວົງ ຫົວຫນ້າພະແນກແຜນການ ແລະ ການລົງທຶນ ແຂວງ ສະຫວັນນະເຂດ, ນອກຈາກນີ້ຍັງມີບັນດາຫົວໜ້າກົມ, ຫົວ ໜ້າຫ້ອງການ, ບັນດາພະນັກງານຈາກຂະແໜງການທີ່ກ່ຽວຂ້ອງ ແລະ ຕາງໜ້າຈາກບໍລິສັດກໍ່ໄດ້ເຂົ້າຮ່ວມ.

ໂດຍປະຕິບັດຕາມໃບມອບສິດຂອງທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 160/ນຍ, ລົງວັນທີ 16 ສິງຫາ 2022, ທີ່ມອບສິດໃຫ້ ກະຊວງແຜນການ ແລະ ການລົງທຶນ ເປັນຜູ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU)  ຕາງໜ້າເຊັນໂດຍທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່  ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ເຊັນເປັນພະຍານໂດຍ ທ່ານ ນາງ ວັນດີ ລະພັນຮອງຫົວຫນ້າກົມແຜນການ ແລະ ການຮ່ວມມືກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ຄໍາໃສ ໄຊຍະວົງ ຫົວຫນ້າ ພະແນກແຜນການ ແລະ ການລົງທຶນ ແຂວງ ສະຫວັນນະເຂດ ແລະ  ຕາງໜ້າບໍລິສັດເຊັນໂດຍ ທ່ານ DAI KANG Fu ປະທານບໍລິສັດ Jiangsu Hengtong Contruction Engineering Company Limited ແລະ ເຊັນເປັນພະຍານໂດຍ ທ່ານ YANG GUAN BAC ຜູ້ຮັບຜິດຊອບໂຄງການ ບໍລິສັດ Jiangsu Hlengtong Contruction Engineering Company Limited, ທ່ານ LIU GUC TAI ຜູ້ຮັບຜິດຊອບໂຄງການ ບໍລິສັດ Jiangsu Hengtong Contruction Engineering Company Limited.