ພິທີເຊັນບົດບັນທຶກຄວຳມເຂົ້າໃຈ (MOU) ເພຶ່ອສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ໂຄງການປັບປຸງ ແລະ ພັດທະນາ ສະໜາມບິນສາກົນຫຼວງພະບາງ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ

Dec 17, 2021 | ການເຄື່ອນໄຫວ

ໃນວັນທີ 15 ຕຸລາ 2021, ທີ່ກະຊວງ ແຜນການ ແລະການລົງທຶນ, ນະຄອນຫຼວງວຽງຈັນ, ໄດ້ຈັດພິທີເຊັນບົດບັນທຶກຄວຳມເຂົ້າໃຈ (MOU) ເພຶ່ອສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ໂຄງການປັບປຸງ ແລະ ພັດທະ ນາສະໜາມບິນສາກົນຫຼວງພະບາງ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບ ບໍລິສັດ Korea Airports Corporation (KAC) ສ.ເກົາຫຼີ ໃນຮູບແບບປົກກະຕິ ແລະ ຜ່ານລະບົບທາງໄກ.

ສະໜາມບິນຫຼວງພະບາງ ແມ່ນໂຄງການໜຶ່ງທີ່ນອນຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງລັດຖະບານ ສປປ ລາວ ຕາມນະໂຍບາຍຫັນປະເທດທີ່ບໍ່ມີຊຳຍແດນຕິດທະເລ ມາເປັນປະເທດໃຫ້ການບໍລິການທາງຜ່ານ, ໂດຍຈຸດປະສົງຫຼັກ ແມ່ນເພື່ອດໍາເນີນການສຶກສຳຢ່ງເຕັມຮູບແບບ ໃນການປັບປຸງ ແລະ ພັດທະນາສະໜາມບິນຫຼວງພະບາງໃຫ້ເປັນລະດັບສຳກົນ ເພື່ອໃຫ້ເປັນໃຈກາງ ແລະ ຈຸດ  ໝາຍປາຍທາງໃນການເດີນທາງໃນລະດັບປະເທດ, ອະນຸພາກພົ້ນ ແລະ ພຳກພົ້ນ, ເປັນພັນທະມິດກັບສະໜາມບິນ ແລະ ສາຍການບິນປະເທດອື່ນໆ ພ້ອມທັງດຶງດູດບັນດາສາຍການບິນ ແລະ ເຊື່ອມສານເຂົ້າກັບກຳນຂົນສ່ົງຫຼາຍຮູບແບບ ເຊັ່ນ: ກຳນຂົນສົ່ງດ້ວຍລົດໄຟ ແລະ ລົດໂອໂຕຢ່າງເປັນລະບົບ, ຊຶ່ງລັດຖະບານ ເຫັນໄດ້ຄວາມສຳຄັນດັ່ງກ່າວຂ້າງເທິງ ຈີ່ງເປີດໂອກາດໃຫ້ມີການຄັດເລືອກເອົາຜູ້ພັດທະນາ ທີ່ມີສັກກະຍະພາບ, ປະສົບການ ແລະ ທຶນຮອນ ທີ່ຈະມາພັດທະນາຕາມຈຸດປະສົງ ແລະ ລະດັບຄາດໝາຍດັ່ງກ່າວ ໃຫ້ມາຮ່ວມລົງທຶນໃນຮູບແບບການລົງທຶນຮ່ວມພາກລັດ ແລະ ເອກະຊົນ (PPP) ເພື່ອນໍານະວັດຕະກໍາ, ເຕັກໂນໂລຊີ, ປະສົບກຳນດ້ານສະໜາມບິນ, ເຄື່ອຄ່າຍຂອງສາຍການບິນ ມາພັດທະນາ ໄປຄ່ຽງຄູ່ກັບການແບ່ງປັນຄວາມຮັບຜິດຊອບດ້ານຕ່າງໆ ລວມທັງດ້ານຄວາມສ່ຽງໃນໂຄງການດັ່ງກ່າວ ຢ່າງສົມເຫດສົມຜົນ.

ໃນພິທີເຊັນສັນຍາຄັ້ງນີ້ເປັນກຽດເຂົ້າຮ່ວມໂດຍທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ແຜນການ ແລະການລົງທຶນ,  ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງ ແຜນການ ແລະການລົງທຶນ, ທ່ານ ລັນ ແສງອາພອນ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ນ ສີລິພອນ ສຸພັນທອງ ຮອງເຈົ້້າແຂວງ ຫຼວງພະບາງ, ທ່ານ ທ່ຽງ ບຸບຜາ ເອກອັກຄະລັດຖະທູດ ສ ປ ປ ລາວ ປະຈຳ ສ ເກົາຫຼີ, ທ່ານ Moo hong IM ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳລາວ, ທ່ານ Chang Wan Sonປະທານ ບໍລິສັດ Korea Airports Corporation (KAC), ທ່ານ ນັດທະພົນ ປັນຈະຊິລາ ປະທານ ບໍລິສັດ NAK Service ຈໍາກັດ, ທ່ານ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ, ຫົວໜ້າກົມກໍ່ໃຫ້ກຽດເຂົ້າຮ່ວມ ເຊິ່ງການລົງນາມໃນພິທີເຊັນສັນຍາຄັ້ງນີ້ ເພື່ອປະຕິບັດຕາມໃບມອບສິດຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 187/ນຍ, ລົງວັນທີ 8 ພະຈິກ 2021 ທີ່ມອບສິດໃຫ້ ກະຊວງແຜນການ ແລະ ການລົງທຶນ ເປັນຜູ້ເຊັນສັນຍາ ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວເຊັນໂດຍ ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງ ແຜນການ ແລະການລົງທຶນ ແລະ ເຊັນເປັນພະຍານໂດຍ ທ່ານ ແສງດາລິດ ກັດຕິຍະສັກ ຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ບຸນເພັງ ວິລະວົງສາ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງຫຼວງພະບາງ ຕາງໜ້າໃຫ້ ບໍລິສັດເຊັນໂດຍທ່ານ Chang Wan Sonປະທານ ບໍລິສັດ Korea Airports Corporation (KAC) ແລະ ເຊັນເປັນພະຍານໂດຍທ່ານ ນັດທະພົນ ປັນຈະຊິລາ ປະທານ ບໍລິສັດ NAK Service ຈໍາກັດ.