ພິທີເຊັນສັນຍາການຊ່ວຍເຫຼືອລ້າຈາກລັດຖະບານ ຍີ່ປຸ່ນ ປະຈຳປີ 2022

Mar 30, 2022 | ການເຄື່ອນໄຫວ

ໃນວັນທີ 25 ມີນາ 2022, ທີ່ກົມຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ, ໄດ້ມີພິທີເຊັນສັນຍາຮັບເອົາການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ສຳລັບ “ໂຄງການປັບປຸງສິ່ງອຳນວຍຄວາມສະດວກ ແລະ ອຸປະກອນຫ້ອງທົດລອງປະຕິບັດຕົວຈິງໃນ ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດ”, ໃນມູນຄ່າ 2.105.000.000 ເຢັນ ຫຼື ປະມານ 19 ລ້ານໂດລາສະຫະລັດ, ຈະເລີ່ມຈັດຕັ້ງປະຕິບັດຕັ້ງແຕ່ເດືອນມີນາ 2022 ຈົນເຖິງ ເດືອນ ທັນວາ 2026.

ຈຸດປະສົງຂອງໂຄງການ ແມ່ນເພື່ອປັບປຸງສະພາບແວດລ້ອມຂອງການສຶກສາ, ການຄົ້ນຄວ້າ ຄະນະວິສະວະກຳສາດ, ມະຫາວະທະຍາໄລແຫ່ງຊາດ ໂດຍການຍົກລະດັບສິ່ງອຳນວຍຄວາມສະດວກໃຫ້ແກ່ການສຶກສາ, ການຄົ້ນຄ້ວາ  ເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາຊັບພະຍາກອນມະນຸດດ້ານວິສະວະກຳ, ຕອບສະ   ໜອງຄວາມຕ້ອງການຂອງອຸດສາຫະກຳໃນ ສປປ ລາວ, ເຊິ່ງຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ເຊັນໂດຍ ທ່ານ ນາງ ສີສົມບູນ ອຸນາວົງ, ຫົວໜ້າກົມຮ່ວມມືສາກົນ, ກະຊວງແຜນການ ແລະ ການລົງທຶນ ແລະ ຕາງໜ້າໃຫ້ລັດຖະບານຍີ່ປຸ່ນ ເຊັນໂດຍ ທ່ານ ນາກາເຊະ ໂຕຊິໂອະ ຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນ (JICA) ປະຈໍາ ສປປ ລາວ, ພ້ອມນີ້ກໍ່ມີກົມແຜນການ, ກົມການສຶກສາຊັ້ນສູງ ແລະ ກົມພົວພັນຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ, ກົມ ອປອ ກະຊວງການຕ່າງປະເທດ, ກະຊວງການເງິນ, ມະຫາວິທະຍາໄລແຫ່ງຊາດ.

ໂຄງການດັ່ງກ່າວ ຈະຈັດຕັ້ງປະຕິບັດຕົວຈິງພາຍຫຼັງທີ່ເຊັນສັນຍາແລ້ວ, ເຊິ່ງຈະຈັດຕັ້ງປະຕິບັດໂດຍອົງການຮ່ວມມືສາກົນຍີ່ປຸ່ນ (JICA) ແລະ ມະຫາວິທະຍາໄລແຫ່ງຊາດ, ກະຊວງສຶກສາ ແລະ ກິລາ ໂດຍແນໃສການພັດທະນາຊັບພະຍາກອນມະນຸດ ດ້ານວິສະວະກຳ ເພື່ອຕອບສະໜອງຄວາມຕ້ອງການຂອງອຸດສາຫະກຳໃນ        ສປປ ລາວ.