ພິທີເຊັນສັນຍາວ່າດ້ວຍການສຳຫຼວດ ຫີນມາໂບ( Mable) ໃນເນື້ອທີ່ 18,28 ກິໂລຕາແມັດ ຢູ່ເຂດບ້ານນໍ້າອົ້ນ ແລະ ບ້ານຜາແຫຼມ ເມືອງຊຳໃຕ້ ແລະ ບ້ານນາໜັງ ເມືອງກວັນ ແຂວງຫົວພັນ ລະຫວ່າງລັດຖະບານແຫ່ງ ສປປ ລາວ ກັບ ກູ່ມບໍລິສັດ ລ້ອງແຈ້ງພັດທະນາ ຈຳກັດ ແລະ ບໍລິສັດ ເອັກດີແອວ ບໍ່ແຮ່ຈຳກັດຜູ້ດຽວ

Sep 23, 2022 | ການເຄື່ອນໄຫວ, ຂ່າວເດັ່ນ

ໃນວັນທີ 16 ກັນຍາ 2022 ທີ່ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດພິທີເຊັນສັນຍາວ່າດ້ວຍການສໍາ

ຫຼວດ ຫີນມາໂບ ຢູ່ເຂດບ້ານນໍ້າອົ້ນ ແລະ ບ້ານຜາແຫຼມ ເມືອງຊຳໃຕ້ ແລະ ບ້ານນາໜັງ ເມືອງກວັນ ແຂວງຫົວພັນ ລະຫວ່າງລັດຖະບານແຫ່ງ ສປປ ລາວ ກັບ ກູ່ມບໍລິສັດ ລ້ອງແຈ້ງພັດທະນາ ຈຳກັດ ແລະ ບໍລິສັດ ເອັກດີແອວ ບໍ່ແຮ່ຈຳກັດຜູ້ດຽວ ເປັນກຽດເຂົ້າຮ່ວມໃນພິທີເຊັນສັນຍາຄັ້ງນີ້ໂດຍ ທ່ານ ປອ ສະຖາບັນດີດ ອີນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ພຸດພັດ ແກ້ວວົງໄຊ ຮອງເຈົ້າແຂວງໆຫົວພັນ, ທ່ານ ຖາວອນ ອາດສະມຸດ ປະທານ ບໍລິສັດລ້ອງແຈ້ງ ພັດທະນາຈຳກັດ, ທ່ານ Xu Linlin ຜູ້ອຳນວຍການ ບໍລິສັດ ເອັກດີແອວ ບໍ່ແຮ່ຈຳກັດ ແລະ ທ່ານ Li Liangshuang ຜ່າຍການຕະຫຼາດ ຂອງບໍລິສັດ ນອກຈາກນີ້ຍັງມີບັນດາຫົວໜ້າກົມ, ຫົວໜ້າຫ້ອງການ, ບັນດາພະນັກງານຈາກຂະແໜງການທີ່ກ່ຽວຂ້ອງ ແລະ ຕາງໜ້າຈາກບໍລິສັດກໍ່ໄດ້ເຂົ້າຮ່ວມ.

ໂດຍປະຕິບັດຕາມໃບມອບສິດຂອງທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 179/ນຍ, ລົງວັນທີ 13 ກັນຍາ 2022 ທີ່ມອບສິດໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນຜູ້ເຊັນສັນຍາຕາງໜ້າເຊັນໂດຍທ່ານ ປອ ສະຖາບັນດິດ ອີນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ເຊັນເປັນພະຍານໂດຍທ່ານ   ນາງ ຈັນສະຫວາດ ບຸບຜາ  ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ຄອນທອງ ມະນີວອນ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງຫົວພັນ ແລະ  ຕາງໜ້າບໍລິສັດເຊັນໂດຍທ່ານ ຖາວອນ ອາດສະມຸດ ປະທານບໍລິສັດ ລ້ອງແຈ້ງ ພັດທະນາ ແລະ ທ່ານ Xu Linlin ຜູ້ອຳນວຍການ ບໍລິສັດ ເອັກດີແອວ ບໍ່ແຮ່ຈຳກັດຜູ້ດຽວ ແລະ ເຊັນ ເປັນພະຍານໂດຍທ່ານ Li Liangshuang ຜ່າຍການຕະຫຼາດ ຂອງ ບໍລິສັດ,