ພິທີເຊັນສັນຍາ ຂຸດຄົ້ນປຸງແຕ່ງ ແຮ່ມັງການ ຢູ່ເມືອງຊຳເໜືອ, ແຂວງຫົວພັນ

Jul 27, 2022 | ການເຄື່ອນໄຫວ, ຂ່າວເດັ່ນ

ໃນວັນທີ 21 ກໍລະກົດ 2022, ທີ່ກະຊວງແຜນການ ແລະ ການລົງທຶນ, ໄດ້ຈັດພິທີເຊັນສັນຍາຂຸດຄົ້ນປຸງແຕ່ງ ແຮ່ມັງການ ຢູ່ເຂດບ້ານຫົວຄັງ ເມືອງຊຳເໜືອ ແຂວງຫົວພັນ ໃນເນື້ອທີ່ 05 ເຮັກຕາ ລະຫວ່າງ ລັດຖະບານ ແຫ່ງ   ສປ ລາວ ກັບ ບໍລິສັດ ລາວພັດທະນາເສດຖະກິດສາກົນ ບໍ່ແຮ່ ຈຳກັດຜູ້ດຽວ, ເປັນກຽດເຂົ້າຮ່ວມໃນພິທີເຊັນສັນຍາ ຄັ້ງນີ້ໂດຍ ທ່ານ ນາງ ຄຳຈັນ ວົງແສນບູນ  ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ທອງພັດ  ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ປອ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີ ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ພອນສຸກ ອິນທະວົງ ຫຸມໄຊຍະພົມ ຮອງເຈົ້າແຂວງ ແຂວງຫົວພັນ ພ້ອມນີ້ກໍ່ຍັງມີ ບັນດາທ່ານ ຫົວໜ້າຫ້ອງການ,  ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກຈາກສູນກາງ,  ແລະ ທ່ອງຖີ່ນ ພະນັກງານຈາກຂະແໜງການທີ່ກ່ຽວຂອງ ແລະ ຕາງໜ້າຈາກບໍລິສັດກໍ່ໄດ້ເຂົ້າຮ່ວມ.

ໂດຍອີງຕາມໃບມອບສິດຂອງ ທ່ານນາຍົກລັດຖະມົນຕີ ສະບັບເລກທີ 313/ນຍ, ລົງວັນທີ 30 ມິຖຸນາ 2022 ທີ່ມອບໃຫ້ ກະຊວງແຜນການ ແລະ ການລົງທຶນ ເປັນຜູ້ເຊັນສັນຍາ, ເຊິ່ງຕາງໜ້າເຊັນສັນຍາໃຫ້ລັດຖະບານ ແຫ່ງ ສປປ ລາວ ໂດຍທ່ານ ນາງ ຄຳຈັນ ວົງແສນບູນ  ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ເຊັນເປັນພະຍານໂດຍ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ  ທ່ານ ຄອນທອງ ມະນີວົງ ຮອງໜ້າພະແນກແຜນການ ແລະ ການລົງທຶນ ແຂວງຫົວພັນ ຮ່ວມກັບ ບໍລິສັດລາວພັດທະນາເສດຖະກິດສາກົນ ບໍ່ແຮ່ ຈຳກັດຜູ້ດຽວ.