ພິທີເຊັນສັນຍາ ພັດທະນາໂຄງການ ໄຟຟ້າແສງຕາເວັນ ຢູ່ເມືອງໂຂງ, ແຂວງຈຳປາສັກ

Jul 27, 2022 | ການເຄື່ອນໄຫວ, ຂ່າວເດັ່ນ

ໃນວັນທີ 21 ກໍລະກົດ 2022, ທີ່ກະຊວງແຜນການ ແລະ ການລົງທຶນ, ໄດ້ຈັດພິທີເຊັນສັນຍາ ພັດທະນາໂຄງການ ໄຟຟ້າແສງຕາເວັນ ກຳລັງຕິດຕັ້ງລວມ 300 MW ຢູ່ເມືອງໂຂງ, ແຂວງຈຳປາສັກ (ໄລຍະເວລາ 01 ຢູ່ບ້ານກະດັນ ແລະ ໄລຍະ 02 ຢູ່ບ້ານເວີນຂາວ ແລະ ບ້ານໂພນແດງ) ລະຫວ່າງລັດຖະບານແຫ່ງ ສປປ ລາວ ກັບ ບໍລິສັດແມັກອີເລັກທຣິກ ລາວຮ່ວມກັບ ບໍລິສັດ ເອັກດີແອວ ບໍ່ແຮ່ ຈຳກັດຜູ້ດຽວ.ເປັນກຽດເຂົ້າຮ່ວມໃນພິທີເຊັນສັນຍາຄັ້ງນີ້ໂດຍທ່ານ ນາງ ຄຳຈັນ ວົງແສນບູນ  ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ປອ ສີນາວາ ສຸພານຸວົງ ຮອງລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ເລຂາທ່ານນາຍົກລັດຖະມົນຕີ, ທ່ານ ນາງ ແກ້ວ ພົມມະສິງ  ປະທານບໍລິສັດ ແມັກ ອີເລັກທຣິກລາວ ຈຳກັດຜູ້ດຽວ, ທ່ານ Nguyen Dinh Chunh ຮອງປະທານບໍລິສັດ ແມັກ ອີເລັກທຣິກລາວ ຈຳກັດຜູ້ດຽວ, ທ່ານ Xu Linlin ທີ່ປຶກສາ ບໍລິສັດ ແລະ ຕາງໜ້າຈາກບໍລິສັດກໍ່ໄດ້ເຂົ້າຮ່ວມ, ໂດຍປະຕິບັດຕາມໃບມອບສິດຂອງທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 127/ນຍ, ລົງວັນທີ 29 ມິຖຸນາ 2022, ທີ່ມອບສິດໃຫ້ ກະຊວງແຜນການ ແລະ ການລົງທຶນ ເປັນຜູ້ເຊັນສັນຍາ, ຕາງໜ້າເຊັນໂດຍ ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ເຊັນເປັນພະຍານໂດຍທ່ານ ປອ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່, ທ່ານ ປອ ສຸກສະຫວັນ ວິໄລວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງຈຳປາສັກ ຕາງໜ້າບໍລິສັດ ເຊັນທ່ານ , ທ່ານ ນາງ ແກ້ວ ພົມມະສິງ  ປະທານບໍລິສັດ ແມັກ ອີເລັກທຣິກລາວ ຈຳກັດຜູ້ດຽວ, ທ່ານ Nguyen Dinh Chunh ຮອງປະທານບໍລິສັດ ແມັກ ອີເລັກທຣິກລາວ ຈຳກັດຜູ້ດຽວ, ທ່ານ Xu Linlin ທີ່ປຶກສາ ບໍລິສັດ.