ພິທີເຊັນສັນຍາ ວ່າດ້ວຍການພັດທະນາໂຄງການ (PDA) ໄຟຟ້າແສງຕາເວັນ ຢູ່ເຂດບ້ານປາກແຖບ, ບ້ານໄຮໃຕ້ ແລະບ້ານຫິນສິ່ວ, ເມືອງສັງທອງ, ນະຄອນຫຼວງວຽງຈັນ.

Jun 13, 2022 | ການເຄື່ອນໄຫວ, ຂ່າວເດັ່ນ

ໃນວັນທີ 03 ມິຖຸນາ 2022, ທີ່ກະຊວງແຜນການ ແລະ ການລົງທຶນ, ໄດ້ຈັດພິທີພິທີເຊັນສັນຍາ ວ່າດ້ວຍການພັດທະນາໂຄງການ (PDA) ໄຟຟ້າແສງຕາເວັນ ຢູ່ເຂດບ້ານປາກແຖບ, ບ້ານໄຮໃຕ້ ແລະ ບ້ານຫິນສິ່ວ, ເມືອງສັງທອງ, ນະຄອນຫຼວງວຽງຈັນ ດ້ວຍກໍາລັງຕິດຕັ້ງ 500 ເມກາວັດ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ ບໍລິສັດ ລາວ-ຢູນນານຜູໝິງ ການລົງທຶນພະລັງງານ ຈຳກັດຜູ້ດຽວ. ເປັນກຽດເຂົ້າຮ່ວມໃນພິທີເຊັນສັນຍາ ຄັ້ງນີ້ໂດຍ ທ່ານ ນາງ ຄຳຈັນ ວົງແສນບູນ  ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ປອ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີ ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ທ່ານ ພູໂຂງ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ຟອງປະສິດເພັດສີສຸກ ຮອງຜູ້ອຳນວຍການລັດວິສາຫະກິດໄຟຟ້າລາວ, ທ່ານ Ms Li DONGLAN ຜູ້ອຳນວຍການບໍລິສັດ ລາວ-ຢູນນານຜູໝິງ ການລົງທຶນພະລັງງານ ຈຳກັດຜູ້ດຽວ, ທ່ານ Ms Soukanda BOUTTAVET ຜູ້ຊ່ວຍອຳນວຍການ, ຫົວໜ້າຫ້ອງການ,ຫົວໜ້າກົມ, ຮອງກົມ, ຮອງຫົວໜ້າຫ້ອງການ ແລະ ຕາງໜ້າຈາກບໍລິສັດກໍ່ໄດ້ເຂົ້າຮ່ວມ.

ໂດຍອີງຕາມໃບມອບສິດຂອງ ທ່ານນາຍົກລັດຖະມົນຕີ ສະບັບເລກທີ 102/ນຍ, ລົງວັນທີ 24 ພຶດສະພາ 2022 ທີ່ມອບໃຫ້ ກະຊວງແຜນການ ແລະ ການລົງທຶນ ເປັນຜູ້ເຊັນສັນຍາ, ເຊິ່ງຕາງໜ້າເຊັນສັນຍາໃຫ້ລັດຖະບານ ແຫ່ງ ສປປ ລາວ ໂດຍທ່ານ ນາງ ຄຳຈັນ ວົງແສນບູນ  ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ເຊັນເປັນພະຍານໂດຍ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ  ທ່ານ ປອ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ນະຄອນຫລວງວຽງຈັນ ກັບ ບໍລິສັດ ລາວ-ຢູນນານຜູໝິງ ການລົງທຶນພະລັງງານ ຈຳກັດຜູ້ດຽວ, ເຊິ່ງຕາງໜ້າເຊັນໂດຍ ທ່ານ Ms Li DONGLAN ຜູ້ອຳນວຍການບໍລິສັດ ລາວ-ຢູນນານຜູໝິງ ການລົງທຶນພະລັງງານ ຈຳກັດຜູ້ດຽວແລະ ເຊັນເປັນພະຍານໂດຍ ທ່ານ ທ່ານ Ms Soukanda BOUTTAVET ຜູ້ຊ່ວຍອຳນວຍການບໍລິສັດ ລາວ-ຢູນນານຜູໝິງ ການລົງທຶນພະລັງງານ ຈຳກັດຜູ້ດຽວ.